ຜົນສຳຫຼວດໃນອາເມຣິກາ ເຜີຍຜູ້ໃຊ້ງານ Android ຍ້າຍໄປໃຊ້ iPhone ສູງສຸດໃນຮອບ 5 ປີ


ໃນແຕ່ລະປີແຕ່ລະໄຕມາດ ເຮົາມັກເຫັນສ່ວນແບ່ງການຕະຫຼາດຂອງໂທລະສັບ Android ກັບ iPhone ສະຫຼັບຕຳແໜ່ງກັນເປັນແຊ້ມຢູ່ຕະຫຼອດ. ແຕ່ຈາກຜົນສຳຫຼວດຫຼ້າສຸດໃນປະເທດອາເມຣິກາ ພົບວ່າໃນປີ 2023 ມີຜູ້ໃຊ້ງານມືຖື Android ທີ່ປ່ຽນໃຈຫັນໄປຊື້ iPhone ມາໃຊ້ເພີ່ມຂຶ້ນ.

CIRP ຫຼື Consumer Intelligence Research Partners ໄດ້ອອກມາເຜີຍຜົນສຳຫຼວດຜູ້ໃຊ້ໃນປະເທດອາເມຣິກາ ທີ່ຊື້ iPhone ລະບຸວ່າ Apple ສາມາດດຶງຜູ້ໃຊ້ງານ Android ໄດ້ສູງສຸດໃນຮອບ 5 ປີ ແລະ ຜູ້ໃຊ້ງານຍ້າຍຈາກ Android ມາ iPhone ຫຼາຍຮອດ 15% ເຖິງແມ່ນວ່າຈະມີລາຄາເພີ່ມຂຶ້ນມາຮອດ 1.000 ໂດລາ.

ການຍ້າຍຈາກ Android ມາ iPhone ເພີ່ມຂຶ້ນຈາກ 11% ໃນປີຜ່ານມາ ແລະ ອີກ 83% ເປັນຜູ້ໃຊ້ງານ iPhone, ສ່ວນອີກ 2% ຍ້າຍມາຈາກໂທລະສັບອື່ນໆ. ທັງນີ້ Apple ເຄີຍສ້າງສະຖິຕິໄດ້ຜູ້ໃຊ້ງານຈາກ Android ຫຼາຍທີ່ສຸດໃນປີ 2016 ຢູ່ທີ່ 21% ສະໄໝທີ່ iPhone 7 ຕັດຊ່ອງສຽບຫູຟັງອອກ.

ແຕ່ຢ່າງທີ່ບອກຄື ຂໍ້ມູນດ້ານນີ້ ເປັນຂໍ້ມູນທີ່ສຳຫຼວດມາຈາກລູກຄ້າໃນອາເມຣິກາເທົ່ານັ້ນ ເຊິ່ງອາດຈະບໍ່ແປກໃຈເທົ່າໃດ ເພາະລູກຄ້າໂຊນນັ້ນນິຍົມໃຊ້ iPhone ຢູ່ແລ້ວ. ໂດຍສະເພາະກຸ່ມໄວໜຸ່ມທີ່ເຄີຍມີການສຳຫຼວດເມື່ອປີທີ່ຜ່ານມາວ່າຍອດຜູ້ໃຊ້ສູງສຸດໃນຮອບ 10 ປີ. ດ້ານ CFO ຂອງ Apple Luca Maestri ກ່າວລະຫວ່າງຜົນປະກອບການໄຕມາດທີ 2 ວ່າ “ສະຖານທີ່ໃດກໍຕາມທີ່ມີສ່ວນແບ່ງຂອງ iPhone ໜ້ອຍ ພວກເຮົາຍິ່ງໄດ້ສ່ວນແບ່ງຫຼາຍຂຶ້ນໃນສະຖານທີ່ເຫຼົ່ານັ້ນ” ນັ້ນໝາຍຄວາມວ່າຜູ້ທີ່ໃຊ້ງານທີ່ປ່ຽນຈາກ Android ຍ້າຍໄປໃຊ້ iPhone ນັ້ນມີຫຼາຍກວ່າໃນອາເມຣິກາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/