HALLOWEEN DAY ປະຫວັດ ແລະ ຄວາມໝາຍຂອງວັນຮາໂລວີນ


ໃນສາສາະໜາຄຣິສ ນິກາຍກາໂຕລິກ Halloween ເປັນຄຳພາສາອັງກິດ ພ້ຽນມາຈາກຄຳວ່າ All Hallows Eves ເຊິ່ງແປວ່າ ວັນກ່ອນສົມໂພດນັກບຸນທັງຫຼາຍ, ໂດຍວິທີຕັດຕໍ່ Hallow+Eve = Halloween ຄຳວ່າ Hallow ເປັນຄຳໂກລແຊກຊັນ ແປວ່າ ເຮັດໃຫ້ສັກສິດ ກົງກັບພາສາເຢຍລະມັນວ່າ heiligen ປັດຈຸບັນນິຍົມໃຊ້ຄໍາທີ່ມາຈາກພາສາລາຕິນວ່າ sanctify ຄຳວ່າ Hallow ຍັງມີໃຊ້ໃນບົດສວດອະທິຖານເກົ່າໆເຊັ່ນ Hallowed be thy Name (ຂໍພຣະນາມຈົ່ງເປັນທີ່ສັກກະລະບູຊາ).

ຄຳວ່າ Hallow ຍັງແປວ່າ ສິ່ງສັກສິດ, ຜູ້ສັກສິດ, ນັກບຸນ ດັ່ງນັ້ນ All Hallowmas ຈຶ່ງແປວ່າ ວັນສົມໂພດນັກບຸນທັງຫຼາຍ, ໃນປັດຈຸບັນໃຊ້ຄຳວ່າ All Saints Day ຄູ່ກັບ Christmas ເຊິ່ງແປວ່າວັນສົມໂພດພຣະຄຣິສ ຫຼື ຄຣິສມາສນັ້ນເອງ.

ວັນກ່ອນວັນສົມໂພດຄຣິສມາສມີ Christmas Eve  ທີ່ນິຍົມກັນເອີ້ນວ່າ ຄືນ(ກ່ອນ)ຄຣິສມາສ, ວັນກ່ອນວັນສົມໂພດນັກບຸນທັງຫຼາຍກໍມີ All Hallowmas Eve ເຊິ່ງຕໍ່ມາຫຍໍ້ເປັນວັນ Halloween ໂດຍມີງານມ່ວນຊື່ນ ແລະ ພິທີກຳທາງສາສະໜາເຊັ່ນດຽວກັນກັບວັນຄຣິສມາສ ຊາວກາໂຕລິກພ້ອມໃຈກັນເລື່ອນພິທີກຳທາງສາສະໜາໄປຫຼັງວັນສົມໂພດນັກບຸນທັງຫຼາຍ ແລະ ເອີ້ນວ່າ ວັນວິນຍານທັງປວງ (All Soul’s Day) ເພື່ອໃຫ້ຄູ່ກັບວັນສົມໂພດນັກບຸນທັງຫຼາຍ (All Saints’ Day)

ຄວາມເປັນມາຂອງວັນຮາໂລວີນ (Halloween)

ວັນຮາໂລວີນຂອງທຸກໆປີຈະກົງກັບວັນທີ 31 ຕຸລາ ເຊື່ອວ່າມາຈາກວັນສະຫຼອງປີໃໝ່ຂອງຊາວເຊວທ໌ (Celt) ໃນວັນທີ 1 ພະຈິກ ທີ່ເອີ້ນວ່າ Samhain ເຊິ່ງເປັນຊື່ຂອງເທບພະເຈົ້າແຫ່ງຄວາມຕາຍ. ໃນວັນທີ 31 ຕຸລາ ຊາວເຊວທ໌ ເຊິ່ງເປັນຊົນພື້ນເມືອງເຜົ່າໜຶ່ງໃນໄອຣ໌ແລນ ຖືກັນວ່າເປັນວັນສິ້ນສຸດຂອງລະດູຮ້ອນ ແລະມື້ຕໍ່ມາແມ່ນວັນທີ 1 ພະຈິກ ເປັນວັນຂຶ້ນປີໃໝ່.

ເຊິ່ງໃນວັນທີ 31 ຕຸລານີ້ ຊາວເຊວທ໌ເຊື່ອວ່າ ເປັນວັນທີ່ມິຕິຄົນຕາຍ ແລະ ຄົນເປັນຈະຖືກເຊື່ອມຕິດກັນ ແລະວິນຍານຂອງຜູ້ເສຍຊີວິດໃນປີທີ່ຜ່ານມາ ຈະອອກມາຫາຮ່າງກາຍຂອງມະນຸດເພື່ອສິງຢູ່ ແລະມາມີຊີວິດອີກຄັ້ງ ເດືອດຮ້ອນຄົນເປັນທີ່ຕ້ອງຫາທຸກວິທີທາງຈະບໍ່ໃຫ້ວິນຍານເຫຼົ່ານັ້ນມາສິງ ຊາວເຊວທ໌ຈຶ່ງປິດໄຟທຸກດວງໃນບ້ານໃຫ້ອາກາດໜາວເຢັນ ແລະ ວິນຍານບໍ່ມັກ ລວມເຖິງຍັງແຕ່ງກາຍໃຫ້ແປກປະຫຼາດ ປອມຕົວເປັນຜີຮ້າຍ ແລະ ສົ່ງສຽງດັງຈົນເຮັດໃຫ້ຜີແທ້ຕົກໃຈຈົນໜີຫາຍໄປ.

ນອກຈາກນີ້ ຄືນດັ່ງກ່າວຍັງເປັນການສະເຫຼີມສະຫຼອງການສິ້ນສຸດລະດູການເກັບກ່ຽວ ແລະ ອາດມີການນຳສັດ ຫຼື ພືດມາບູຊາຍັນໃຫ້ກັບບັນດາພູດຜີ ແລະວິນຍານອີກດ້ວຍ ຫຼັງຄືນນັ້ນໄຟທຸກດວງຈະຖືກດັບ ແລະ ໃຕ້ຂຶ້ນໃໝ່ດ້ວຍໄຟສັກສິດຂອງຊາວເຊວທ໌.

ບາງຕຳນານກໍເລົ່າຂານກັນວ່າ ມີການເປົ່າ “ຄົນທີ່ຖືກຜີຮ້າຍເຂົ້າສິງ” ເປັນການຂູ່ໃຫ້ຜີຢ້ານອີກດ້ວຍ ແຕ່ນັ້ນເປັນເຫດການທີ່ເກີດຂຶ້ນຕັ້ງແຕ່ສະໄໝກ່ອນຄຣິສຕະການ ທີ່ຄວາມຄິດຜີສາງຍັງຝັງຢູ່ໃນຈິດໃຈມະນຸດ ຕໍ່ມາໃນສະຕະວັດທຳອິດແຫ່ງຄຣິສຕະການ ຊາວໂຣມັນໄດ້ຮັບປະເພນີມາຈາກຊາວເຊວທ໌ ແຕ່ໄດ້ຕັດການເຜົາຄົນທີ່ຖືກຜີສິງອອກໄປເປັນການເຜົາຫຸ່ນແທນ.

ໃນສະໄໝຊາວໂຣມັນກາໂຕລິກ ຕ້ອງການຈັດພິທີສະເຫຼີມສະຫຼອງຂອງກຸ່ມຊົນນອກສາສະໜາເຫຼົ່ານີ້ ສັນທະປາປາ Gregory ທີ 4 ຈຶ່ງໄດ້ກຳນົດເອົາວັນທີ 1 ພະຈິກໃຫ້ເປັນວັນ All saints’ Day ຫຼືວັນ All Hallow’s Day ສຳຫຼັບຊາວຄຣິສເພື່ອລະນຶກເຖິງບຸນຄຸນນັກບຸນ ແລະ ຜູ້ທີ່ເສຍຊີວິດໄປແລ້ວ, ແຕ່ການສະເຫຼີມສະຫຼອງໃນຄືນທີ 31 ຕຸລາ ຫຼື Hallow’ Eve ກໍຍັງຄົງຢູ່ຈົນມາຮອດປັດຈຸບັນ ແຕ່ຊື່ເອີ້ນໄດ້ພ້ຽນໄປເປັນ Halloween.

ການເວລາຜ່ານໄປ ຄວາມເຊື່ອຜີສິງສູ່ຮ່າງກາຍມະນຸດກໍເສື່ອມຖອຍລົງຕາມລຳດັບ ຮາໂລວີນຈຶ່ງກາຍເປັນພຽງພິທີການແຕ່ງຕົວເປັນຜີ, ແມ່ມົດ ສັດປະຫຼາດ ຕາມແຕ່ຈະສ້າງສັນກັນໄປ.

ຮາໂລວີນຈາກອັງກິດ ສະຫະລັດອາເມຣິກາ

ແຕ່ກ່ອນຮາໂລວິີນ ແມ່ນຈັດຂຶ້ນຢູ່ປະເທດອັງກິດ, ໄອຣ໌ແລນ, ສະກັອດແລນ ແລະ ປະເທດຂ້າງຄຽງເທົ່ານັ້ນ ແຕ່ເມື່ອຊາວໄອຣິສ ແລະ ຊາວສະກັອດ ອົບພະຍົບໄປຕັ້ງຫຼັກແຫຼ່ງໃນອາເມຣິກາ ໃນຊ່ວງປີ 1840 ກໍນຳເອົາປະເພນີນີ້ໄປປະຕິບັດດ້ວຍ ປາກົດວ່າຖືກໃຈຊາວອາເມຣິກາທຸກເຊື້ອຊາດ ຈຶ່ງປະຕິບັດຕາມກັນຢ່າງຈິງຈັງຕະຫຼອດມາ ແລະ ຕັ້ງແຕ່ກາງສັດຕະວັດທີ 19 ເປັນຕົ້ນມາ ກໍກາຍເປັນເທສະການປະຈຳຊາດມາຈົນເຖິງທຸກມື້ນີ້.

ທີ່ມາ: https://hilight.kapook.com/view/30133