ຍີ່ປຸ່ນຄິດໄອເດຍ “ຖົງເຈ້ຍກວາງກິນໄດ້” ເຮັດຈາກໃຍເຈ້ຍ ແລະ ຮຳເຂົ້າເພື່ອແກ້ໄຂບັນຫາສັດກິນຂີ້ເຫຍື້ອພລາສຕິກຈາກນັກທ່ອງທ່ຽວ


ຍີ່ປຸ່ນອອກແນວຄຶດຖົງເຈ້ຍກວາງກິນໄດ້ ທີ່ເຮັດຈາກໃຍເຈ້ຍ ແລະ ຮຳເຂົ້າ ແກ້ໄຂບັນຫາສັດກິນຂີ້ເຫຍື້ອພລາສຕິກຕາຍ ທີ່ຖືກຖິ້ມຈາກນັກທ່ອງທ່ຽວເປັນຈຳນວນຫຼາຍ.

ເມື່ອເວົ້າເຖິງເມືອງນາຣາໃນປະເທດຍີ່ປຸ່ນ ເຊື່ອວ່າຫຼາຍຄົນອາດຈະຄິດເຖິງຝູງກວາງຈຳນວນຫຼາຍກວ່າ 1,200 ໂຕທີ່ຍ່າງໄປມາຢູ່ໃນສວນສາທາລະນະຂອງເມືອງ, ກວາງເຫຼົ່ານີ້ອາໄສຢູ່ໃນສວນ ແລະ ຍ່າງສວນທາງກັບຜູ່ຄົນຕັ້ງແຕ່ປີ 1957.
ກວາງບາງໂຕເມື່ອເຫັນຄົນຍ່າງຜ່ານ ມັນຈະໂຄ້ງຄຳນັບເພື່ອຂໍອາຫານ ເຊິ່ງພວກມັນກໍຄຳຮູ້ ແລະ ບໍ່ຂີ້ດື້ເລີຍ, ພວກມັນໄດ້ກາຍເປັນມໍລະດົກຂອງເມືອງນາຣາເລີຍກໍວ່າໄດ້.

ແຕ່ເມື່ອມີນັກທ່ອງທ່ຽວຫຼາຍຂຶ້ນ ບັນດາກວາງເຫຼົ່ານີ້ ຕ້ອງພົບກັບບັນຫາຂີ້ເຫຍື້ອພລາສຕິກເຊັ່ນກັນ ຍ້ອນວ່າເຖິງແມ່ນທາງເມືອງຈະໃຫ້ຄົນປ້ອນເຂົ້າໜົມເຊມເບ້ທີ່ຫີບຫໍ່ບໍ່ມີພລາສຕິກ ແລະ ມີພ້ອມຂາຍໃນຮ້ານຕ່າງໆທີ່ຢູ່ບໍລິເວນນັ້ນ ແຕ່ຍັງມີນັກທ່ອງທ່ຽວບາງສ່ວນທີ່ເຂົ້າມາຢ້ຽມຊົມກວາງ ແລະ ຫລົງຖິ້ມຂີ້ເຫຍື້ອພລາສຕິກອື່ນໆຂອງພວກເຂົາໄວ້ ຫຼື ບາງຄັ້ງກໍປ້ອນເຂົ້າໜົມຊະນິດອື່ນທີ່ມີພລາສຕິກຕິດໄປນຳ.

ຈົນໃນປີທີ່ຜ່ານມາ ມີຂ່າວກວາງໃນສວນເສຍຊີວິດ 1 ໂຕ ແລະ ພໍກວດສອບທ້ອງຂອງກວາງໂຕນັ້ນ ເຈົ້າໜ້າທີ່ພົບຂີ້ເຫຍື້ອພລາສຕິກປະມານ 4 ກິໂລ ທີ່ປະກອບດ້ວຍຖົງພລາສຕິກ ແລະ ຫີບຫໍ່ອາຫານ.

ກຸ່ມຜູ້ຄົນໃນຊຸມຊົນຮູ້ສຶກວ່າ ເລື່ອງນີ້ເປັນບັນຫາໃຫຍ່ຫຼວງ ພວກເຂົາຈຶ່ງຄົ້ນຄິດວິທີທີ່ຈະຊ່ວຍຫຼຸດຂີ້ເຫຍື້ອພລາສຕິກ ແລະ ຫຼຸດຄວາມສ່ຽງຂອງການທີ່ກວາງຈະກິນມັນໄດ້ດ້ວຍການຮ່ວມມືກັນຜະລິດຖົງເຈ້ຍຈາກໃຍເຈ້ຍກ່ອງນົມຣີໄຊເຄິນ ແລະ ຈາກຮຳເຂົ້າທີ່ຖ້າຫາກວ່າກວາງຫຼົງກິນເຂົ້າໄປມັນກໍຈະສາມາດຍ່ອຍໄດ້ ແລະບໍ່ເປັນອັນຕະລາຍ.

ອີກຢ່າງຮຳເຂົ້າກໍເປັນສ່ວນປະສົມຫຼັກໃນເຊມເບ້ທີ່ນັກທ່ອງທ່ຽວມັກປ້ອນພວກມັນ ແລະ ພວກມັນເອງກໍມັກກິນອີກ, ໂດຍຖົງເຈ້ຍນີ້ໄດ້ຮັບການທົດລອງຈາກ Japan Food Research Laboratories ແລ້ວເພື່ອຢືນຢັນວ່າຖົງຮຳເຂົ້ານີ້ປອດໄພສຳຫຼັບໃຫ້ກວາງບໍລິໂພກ.

“ພວກເຮົາເຮັດຖົງເຈ້ຍໃໝ່ເພື່ອກວາງເຫຼົ່ານີ້ໂດຍສະເພາະ”, ”ການທ່ອງທ່ຽວຂອງເມືອງນາຣາມີກວາງເປັນໃຈຄວາມຫຼັກ ເຮົາຕ້ອງປົກປ້ອງພວກມັນ ແລະ ໂຄສະນາຖົງເຈ້ຍນີ້ໃຫ້ຄົນໃນທ້ອງຖິ່ນຫັນມາໃຊ້ຢ່າງກວ້າງຂວາງ” ນັກທຸລະກິດ Hidetoshi Matsukawa ໜຶ່ງໃນຜູ່ຜະລິດທີ່ຮ່ວມມືກັັນເຮັດຖົງແບບໃໝ່ທີ່ປອດໄພສຳຫຼັບກວາງກ່າວໄວ້.

ຕອນນີ້ຖົງເຈ້ຍທີ່ປອດໄພຕໍ່ກວາງມີຈຳໜ່າຍຢູ່ປະມານ 3,500 ຖົງຕາມບໍລິສັດໃນທ້ອງຖິ່ນ, ທະນາຄານ, ສູນທ່ອງທ່ຽວ ແລະຮ້ານຂາຍຢາ ເຊິ່ງນອກຈາກຈະກິນໄດ້ແລ້ວ ມັນຍັງມີລວດລາຍທີ່ໜ້າຮັກ ແຕ່ອາດຈະແພງກວ່າຖົງທົ່ວໄປເພາະມັນມີລາຄາ 100 ເຢນ ຕ່າງຈາກຖົງທົ່ວໄປທີ່ມີລາຄາພຽງໜ້ອຍດຽວ.

ນີ້ຖືວ່າເປັນການຮ່ວມມືເພື່ອຊ່ວຍເຫຼືອບັນດາກວາງທີ່ເປັນໜ້າເປັນຕາຂອງເມືອງນາຣາໄດ້ເລີຍ ແຕ່ຖ້າຈະໃຫ້ຍືນຍົງ ນັກທ່ອງທ່ຽວທີ່ເຂົ້າໄປຄວນຊ່ວຍກັນ ໂດຍການບໍ່ຖິ້ມຂີ້ເຫຍື້ອ ຫຼື ລະເວັ້ນການປ້ອນອາຫານທີ່ມີເສດພລາສຕິກໄປດ້ວຍ.

ທີ່ມາ: https://www.facebook.com/environman.th/posts/3147582148703544