15 ລາຍການພອດແຄັສຂອງຄົນລາວ ທີ່ທ່ານອາດຈະຍັງບໍ່ຮູ້ !


ເມື່ອເວົ້າເຖິງພອດແຄັສ ບາງຄົນອາດຈະຍັງສົງໄສວ່າພອດແຄັສແມ່ນ ຫຍັງ? ພອດແຄັສແມ່ນວີດີໂອອີກຮູບແບບໜຶ່ງບໍ ?

ພອດແຄັສ ແມ່ນເນື້ອຫາທີ່ເປັນສຽງອີກຮູບແບບໜຶ່ງ ຫຼື ທີ່ເອີ້ນວ່າ audio content ທີ່ຖືກອັບໂຫຼດຂຶ້ນໃນເວັບໄຊ ຫຼື ຊ່ອງທາງໂຊຊຽວມີເດຍ ບໍ່ວ່າຈະເປັນ  Google podcast, Apple podacast, Spotify, Souncloud, Podbean, youtube ແລະ ບາງຄັ້ງກໍເປັນ Facebook

ປັດຈຸບັນພອດແຄັສເລີ່ມເປັນທີ່ນິຍົມສຳລັບຄົນລາວເມື່ອບໍ່ດົນມານີ້ ເພາະດ້ວຍຄວາມທີ່ພອດແຄັສເປັນລາຍການທີ່ຄ້າຍຄືກັບວິທະຍຸ ແຕ່ມາໃນຮູບແບບທີ່ເປັນວິທະຍຸອອນລາຍ ທີ່ຜູ້ຟັງສາມາດເຂົ້າໄປດາວໂຫຼດ ໄປຟັງຄືນຍາມໃດກໍໄດ້ ບໍ່ວ່າຈະຕອນອອກກຳລັງ, ຕອນເຮັດວຽກເຮືອນ ຫຼື ຈະເປັນຕອນຂີ່ລົດເມ

ທັງນີ້ ການຟັງພອດແຄັສກໍຍັງຖືວ່າເປັນການຮຽນຮູ້ອີກຮູບແບບໜຶ່ງ ທີ່ອັດແຫນ້ນເປັນດ້ວຍເນື້ອຫາສາລະ ທີ່ຜູ້ຊ່ຽວຊານ ແລະ ບັນດານັກຈັດລາຍການໄດ້ຈັດຫາຮວບຮວມມານຳສະເໜີ ເຊິ່ງນອກຈາກຈະເປັນການຟັງເພື່ອພັດທະນາໂຕເອງແລ້ວ ຍັງສາມາດນຳຄວາມຮູ້ເຫຼົ່ານັ້ນມາປັບໃຊ້ໄດ້ອີກດ້ວຍ

ດ້ວຍຄວາມທີ່ພອດແຄັສຫາກໍໄດ້ຮັບຄວາມນິຍົມຢູ່ບ້ານເຮົາເມື່ອບໍ່ດົນ ບາງຄົນກໍອາດຈະບໍ່ຮູ້ວ່າລາຍການພອດແຄັສຂອງຄົນລາວມີຫຍັງແນ່ ເຊິ່ງມື້ນີ້ພວກເຮົາໄດ້ຮວບຮວມ 15 ລາຍການພອດແຄັສຂອງຄົນລາວ ມາເບິ່ງນຳກັນວ່າມີລາຍການທີ່ໜ້າສົນໃຈຫຍັງແດ່ !

  1. ທອລກ – ທະ – ແມະ Talk To Me : ລາຍການພອດແຄັສທີ່ບໍ່ມີກົດເກນທີ່ສຸດໃນປະເທດລາວ ເພາະເປັນລາຍທີ່ມີຫົວຂໍ້ທີ່ຫຼາກຫຼາຍ ນັບຕັ້ງແຕ່ເລື່ອງຂອງຊີວິດ, ຄວາມຮັກ, ຊີວິດການເຮັດວຽກ ໄປຈົນເຖິງເລື່ອງທຸລະກິດ

https://www.facebook.com/%E0%BA%97%E0%BA%AD%E0%BA%A5%E0%BB%8C%E0%BA%81-%E0%BA%97%E0%BA%B0-%E0%BB%81%E0%BA%A1%E0%BA%B0-Talk-To-Me-679020005851567/

2. The Laopening Podcast : ພອດແຄັສພາສາອັງກິດທີ່ເປັນບົດສົນທະນາໃນປະເດັນຕ່າງໆໃນມຸມມອງຂອງຄົນລາວ

https://www.facebook.com/TheLaopeningPodcast/

3. Sappapi : ສັບປະປິ ລາຍການພອດແຄັສທີ່ເວົ້າເຖິງປະເດັນຕ່າງໆທີ່ໜ້າສົນໃຈ ໂດຍບໍ່ຈຳກັດຂອບເຂດຂອງບົດສົນທະນາ

4. 108Megaheard : 108 ເມກາເຮີດ ພອດແຄັສທີ່ນຳສະເໜີເລື່ອງລາວຂອງທຸລະກິດໃນໂລກທີ່ໝຸນໄວ ແລະ ມີການພັດທະນາຢ່າງບໍ່ມີຢຸດຢັ້ງ

 www.bit.ly/YT108MH

5. Piggy Money Podcast : ພິກກີ້ ມັນນີ້ ພອດແຄັສທີ່ເວົ້າເຖິງເລື່ອງການເງິນແບບໝູໆ ແບບງ່າຍໆ ທີ່ຈະຊວນບັນດາທ່ານຜູ້ຟັງເວົ້າເຖິງການເງິນໃຫ້ຫຼາຍຂຶ້ນ

6. Porncast : ພອນແຄັສ ລາຍການທີ່ບໍ່ໄດ້ເວົ້າເຖິງເລື່ອງການໃຫ້ພອນ ແຕ່ເປັນລາຍການທີ່ຈະຊວນທ່່ານຜູ້ຟັງເວົ້າເຖິງເລື່ອງເພດສຶກສາ ພາສົງໄສ ຄືກັນກັບເລື່ອງທົ່ວໆໄປ

https://www.facebook.com/porncastpc/

7. It’s awesome Podcast : ລາຍການພອດແຄັສທີ່ລວມທຸກສິ່ງທຸກຢ່າງທີ່ສຸດຄັກ ແລະ ໜ້າສົນໃຈ ນັບຕັ້ງແຕ່ເລື່ອງຂອງການໃຊ້ຊີວິດລວມໄປເລື່ອງທຸລະກິດ ແລະ ການພັດທະນາໂຕເອງ

8. ຈັ່ງຊີ້ກະຍັງຖາມ : ລາຍການພອດແຄັສທີ່ຊວນສົງໄສ ກັບບັນດາຄຳຖາມທີ່ຄົນທົ່ວໄປບໍ່ມັກຖາມ

https://www.facebook.com/%E0%BA%88%E0%BA%B1%E0%BB%88%E0%BA%87%E0%BA%8A%E0%BA%B5%E0%BB%89%E0%BA%81%E0%BB%8D%E0%BA%8D%E0%BA%B1%E0%BA%87%E0%BA%96%E0%BA%B2%E0%BA%A1-What-a-stupid-question-108391844111664/

9. Level Up Podcast : ເລເວວອັບ ພອດແຄັສການສົນທະນາຫາຄວາມຮູ້ຄູ່ການພັດທະນາໂຕເອງ

https://www.facebook.com/leveluppodcastwben/

10. Cafe Talk by Ecofin : ລົມທຸກເລື່ອງຂອງເສດຖະກິດການເງິນກັບ Cafe Talk

https://www.youtube.com/channel/UCC_PjkZcCXix-9GInHGJOmg

11. ອີຫຼີເບາະ – Eleeborh Podcast : ອີຫຼີເບາະພອດແຄັສ ພອດແຄັສສົນທະນາພາສົງໄສ ວ່າສິ່ງທີ່ແຂກຮັບເຊີນໄດ້ໄປພົບ ໄປພໍ້ ມັນເປັນຈັ່ງຊັ້ນ ມັນຄັກ ອີຫຼີເບາະ

https://www.youtube.com/channel/UCLtPAE6iTi805fR95ie16lg

12. FalungSnakeFishx2 Podcast : ຮຽນພາສາອັງກິດແບບງ່າຍໆ ຕາມສະຕາຍຝຣັ່ງງູໆ ປາໆ

https://www.facebook.com/FalungSnakeFishX2/

13. P2P Podcast : ທຸກເລື່ອງ ທຸກເຕັກນິກຂອງການຮຽນພາສາອັງກິດກັບ P2P Podcast

https://www.facebook.com/P2P-102732928014999/

14. The Reflection Podcast : ພອດແຄັສສຽງສະທ້ອນ ທີ່ຈະທ້ອນທຸກແງ່ມຸມຂອງຊີວິດ

https://www.facebook.com/TheReflection.Podcast01/

15. MiND Idol Podcast : ມາຍໄອດໍ ພອດແຄັສທີ່ຈະຊວນພາຄິດ ທຸກປະເດັນຂອງໄວໜຸ່ມ

https://m.facebook.com/mindidol01/

ເບິ່ງມາຮອດນີ້ ບາງຄົນອາດຈະຄຸ້ນຫຼາຍ ບາງຄົນອາດຈະຄຸ້ນໜ້ອຍ ແລ້ວທ່ານເດ ຄຸ້ນລາຍການໃດ ຢ່າລືມບອກໃຫ້ພວກເຮົາໃຫ້ຮູ້ນຳເດີ້

ຮຽບຮຽງໂດຍ: Chanjaleurn Rasphone