ຮູ້ຫຼືບໍ່ວ່າເປັນຫຍັງຈຶ່ງພາກັນເອົາ “ໝາກອຶ” ມາແກະສະຫຼັກເປັນໜ້າຜີໃນວັນຮາໂລວີນ


ຕຳນານທີ່ກ່ຽວກັບໝາກອຶນັ້ນ ເປັນຕຳນານພື້ນບ້ານຂອງຊາວໄອຣິສກ່າວເຖິງ ແຈັກ ໂອແລນເທິນ ຫຼື “ແຈັກຂີ້ໜຽວ” ເປັນນັກມາຍາກົນຂີ້ເມົາ,​ ຂີ້ໂກງ ແລະ ຂີ້ລັກ ມື້ໜຶ່ງລາວຫຼອກລໍ້ຊາຕານທີ່ຈະມາຮັບວິນຍານລາວ ຂຶ້ນໄປເທິງຕົ້ນໄມ້ ແລະ ຂຽນສັນຍາລັກໄມ້ກາງເຂນໄວ້ທີ່ໂຄນຕົ້ນໄມ້ ເຮັດໃຫ້ຊາຕານລົງມາບໍ່ໄດ້.

ຈາກນັ້ນລາວໄດ້ເຮັດຂໍ້ຕົກລົງກັບຊາຕານ “ບໍ່ໃຫ້ມາຫຍຸ້ງກັບລາວອີກຫຼາຍປີ ແລະ ບອກວ່າຢ່າເອົາວິນຍານລາວລົງນາຣົກ” ແລ້ວຈະປ່ອຍຊາຕານລົງຈາກຕົ້ນໄມ້.

ເມື່ອແຈັກຕາຍ ບໍ່ມີໃຜມາຮັບວິນຍານລາວ ລາວໄດ້ເດີນທາງໄປສະຫວັນ ແຕ່ປະຕູສະຫວັນກໍບໍ່ເປີດຮັບແຈັກ ຍ້ອນລາວເຮັດບໍ່ດີໄວ້ຫຼາຍໃນຄັ້ງທີ່ຍັງມີຊີວິດ, ໃນຂະນະດຽວກັນກໍໄດ້ຖືກປະຕິເສດທີ່ຈະລົງນາຣົກ ເພາະລາວໄດ້ເຮັດຂໍ້ຕົກລົງກັບຊາຕານໄວ້ ຊາຕານຈຶ່ງໄດ້ເຮັດຕາມສັນຍາທີ່ໄດ້ໃຫ້ໄວ້ກັບແຈັກເມື່ອຫຼາຍປີກ່ອນ ແຕ່ແຈັກກໍອ້ອນວອນຈົນຊາຕານສົງສານຈຶ່ງໄດ້ມອບຖ່ານໄຟນາຣົກທີ່ບໍ່ມີວັນດັບມອດໃຫ້ແກ່ແຈັກ ເພື່ອໃຫ້ລາວໃຊ້ນຳທາງໄປໃນທາງທີ່ມືດ ແລະ ໜາວເຢັນ.

ເມື່ອລາວໄດ້ເດີນທາງໄປໃນຄວາມມືດອັນບໍ່ມີທີ່ສິ້ນສຸດ ແຈັກກໍເດີນຜ່ານສວນຜັກກາດເທີນິບທີ່ຕອນຍັງມີຊີວິດເປັນອາຫານທີ່ລາວມັກ ແຕ່ລາວບໍ່ສາມາດກິນໄດ້ແລ້ວ ແຈັກຈຶ່ງໄດ້ນຳເອົາຖ່ານໄຟນັ້ນໃສ່ໄວ້ໃນຫົວຜັກກາດເທີນິບທີ່ຖືກເຈາະເປັນຮູໃຫຍ່ໆທາງກາງ ເພື່ອໃຊ້ເປັນຕະກຽງສ່ອງໄປໃນຄວາມມືດ, ມື້ດີຄືນດີກໍມີຊາວບ້ານເລົ່າວ່າໄດ້ພົບເຫັນວິນຍານຂອງແຈັກຍ່າງກາຍພ້ອມທັງຖືຕະກຽງທີ່ເປັນຫົວຜັກກາດເທີນິບ ແລະ ເລື່ອງຂອງລາວກໍກາຍເປັນຕຳນານທີ່ເລົ່າຕໍ່ໆກັນມາ.

ຊາວໄອຣິສຈຶ່ງແກະສະຫຼັກຫົວຜັກກາດເທີນິບແລະ ໃສ່ໄຟໄວ້ໃນທາງໃນ ອັນເປັນອີກສັນຍາລັກຂອງວັນຮາໂລວີນ ເພື່ອລະນຶກເຖິງ “ການຢຸດຢັ້ງຄວາມຊົ່ວຮ້າຍ” Trick or Treat ເພື່ອສົ່ງຜົນບຸນໃຫ້ກັບຍາດຜູ່ລ່ວງລັບໄປແລ້ວ ແລະ ພິທີທາງສາສະໜາເພື່ອເຮັດບຸນວັນຂຶ້ນປີໃໝ່, ແຕ່ເມື່ອມີການສະເຫຼີມສະຫຼອງຮາໂລວີນໃນສະຫະລັດອາເມຣິກາ ຊາວອາເມຣິກາຄົ້ນພົບວ່າໝາກອຶນັ້ນຫາງ່າຍກວ່າຜັກກາດເທີນິບຫຼາຍ ຈຶ່ງປ່ຽນມາໃຊ້ໝາກອຶແທນ.

ຮຽບຮຽງໂດຍ: Alounny

ຂອບໃຈຂໍ້ມູນຈາກ: https://hilight.kapook.com/view/30133