Google ໄດ້ເປີດຕົວຄຸນສົມບັດໃໝ່ທີ່ເອີ້ນວ່າ “Emoji Kitchen” ທີ່ຜູ້ໃຊ້ສາມາດເລືອກ ແລະ ປະສົມ emojis 2 ຕົວເຂົ້າກັນເພື່ອສ້າງເປັນ emoji ໃໝ່ໄດ້ຕາມຄວາມມັກ ເເລະ ສາມາດ copy ເກັບໄວ້ສໍາລັບໃຊ້ງານໄດ້, ເຊິ່ງໃນປັດຈຸບັນແມ່ນສາມາດເຂົ້າໄປຫຼິ້ນໄດ້ເເລ້ວໃນເວັບໄຊຂອງ Google, ລວມໄປເຖິງໃນລະບົບປະຕິບັດການ iOS ແລະ Android, ໃນຄອມພິວເຕີ Windows ກໍສາມາດເຂົ້າໄປຫຼິ້ນໄດ້ເຊັ່ນກັນ.
ກ່ອນໜ້ານີ້ Google ເຄີຍເປີດໃຫ້ໃຊ້ງານ Emoji Kitchen ມາກ່ອນໜ້ານີ້ເເລ້ວໃນປີ 2020 ແຕ່ຈະຕ້ອງໃຊ້ຜ່ານ “Gboard” ຫຼື ແອັບພິເຄຊັນແປ້ນພິມເເປພາສາຂອງ Google. ໂດຍຫຼ້າສຸດໃນປີ 2023 ກໍໄດ້ເປີດໃຫ້ໃຊ້ງານຜ່ານອຸປະກອນຕ່າງໆ ລວມທັງ Windows, iOS ແລະ Android.
- ວິທີການເຂົ້າໄປຫຼິ້ນຟີເຈີ Emoji Kitchen
ເມື່ອເຂົ້າໄປທີ່ www.google.com ເເລ້ວ ໃຫ້ພິມໃສ່ຊ່ອງຄົ້ນຫາວ່າ ‘Emoji Kitchen’ ເເລ້ວກົດ Enter ກໍຈະມີໜ້າຂອງຟີເຈີປາກົດຂຶ້ນມາ
![](https://laox.la/wp-content/uploads/2023/09/image-44.png)
ເມື່ອກົດ ‘Get cooking’ ພວກເຮົາກໍຈະສາມາດເລືອກ emoji ສອງຕົວມາປະສົມກັນຈົນກາຍເປັນ emoji ໃໝ່ຂຶ້ນມາ ແລະ ຜູ້ໃຊ້ສາມາດກົດປຸ່ມ ‘copy’ ເພື່ອຄັດລອກ emoji ໄປໃຊ້ໃນແອັບພິເຄຊັນເຊັ່ນ Gmail, Messages ໂດຍ Google, Messenger, Snapchat, Telegram ແລະ WhatsApp ໄດ້ເລີຍ.
![](https://laox.la/wp-content/uploads/2023/09/image-45.png)
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/