ພິທາ ປະກາດລາອອກຈາກຫົວໜ້າພັກກ້າວໄກ ເພື່ອເປີດທາງໃຫ້ຄົນໃນພັກຮັບຕຳແໜ່ງຜູ້ນຳຝ່າຍຄ້ານ


ພິທາ ລິ້ມຈະເຣີນຣັດ ໄດ້ປະກາດລາອອດຈາກພັກກ້າວໄກ ເພື່ອເປີດທາງໃຫ້ຄົນທີ່ເປັນ ສສ. ໃນພັກຂຶ້ນມາຮັບຕຳແໜ່ງຜູ້ນຳຝ່າຍຄ້ານ ຢ້ຳບໍ່ໄດ້ຫາຍໄປໃສ ແຕ່ຈະເຮັດວຽກເບື້ອງຫຼັງຢ່າງສຸດກຳລັງ ຄາດວ່າຫົວໜ້າຄົນໃໝ່ຢ່າງທ່ານ ໄຊທະວັດ ຈະຂຶ້ນມາແທນ.

ໃນວັນທີ 15 ກັນຍາ 2023 ພິທາ ລິ້ມຈະເຣີນຣັດ ຫົວໜ້າພັກກ້າວໄກ ໄດ້ໂພສຂໍ້ຄວາມລົງທາງ Facebook ວ່າ:

“ຮຽນສະມາຊິກພັກກ້າວໄກທຸກທ່ານ ແລະ ພີ່ນ້ອງປະຊາຊົນຜູ້ຊົງອຳນາດສູງສຸດໃນປະເທດ ເຖິງແມ່ນວ່າເປັນທີ່ຊັດເຈນແລ້ວວ່າ ພັກກ້າວໄກຕ້ອງເດີນໜ້າສູ່ຝ່າຍຄ້ານ ທີ່ມີສຽງຫຼາຍທີ່ສຸດເປັນອັນດັບ 1 ແລະ ປັດຈຸບັນຂ້ອຍຍັງຢູ່ພາຍໃຕ້ຄຳສັ່ງສານລັດຖະທຳມະມູນທີ່ສັ່ງໃຫ້ຢຸດປະຕິບັດໜ້າທີ່ ສສ.

ດັ່ງນັ້ນ, ຂ້ອຍຈຶ່ງຕັດສິນໃຈລາອອກຈາກຕຳແໜ່ງຫົວໜ້າພັກກ້າວໄກ ເພຶື່ອເປີດທາງໃຫ້ພັກໄດ້ເລືອກ ສສ. ທີ່ສາມາດເຮັດໜ້າທີ່ຝ່າຍຄ້ານໃນສະພາ ພ້ອມກັບຂຶ້ນມາດຳລົງຕຳແໜ່ງແທນຂ້ອຍ” ພ້ອມກັນນັ້ນ ຍັງກ່າວຢືນຢັນວ່າຕໍ່ໃຫ້ສະຖານະເປັນແບບໃດ ກໍຈະຍັງຄົງເຮັດວຽກຮ່ວມກັບກ້າວໄກຢູ່ຕໍ່ໄປ.

ສຳລັບ ພິທາ ເປັນ ສສ. ຄັ້ງທຳອິດໃນນາມພັກອະນາຄົດໃໝ່ກ່ອນທີ່ພັກຈະຖືກຍຸບ ແລະ ຮ່ວມກັນກໍ່ຕັ້ງພັກກ້າວໄກ ຕໍ່ມາກໍໄດ້ຮັບໜ້າທີ່ເປັນຫົວໜ້າພັກໃນວັນທີ 14 ມີນາ 2020 ກ່ອນທີ່ຈະລາອອກໃນມື້ນີ້ ລວມໄລຍະເວລາການດຳລົງຕຳແໜ່ງຫົວໜ້າພັກປະມານ 3 ປີ 6 ເດືອນ.

ຂອບໃຈທີ່ມາຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/