Google ເປີດຕົວຂອງຫຼິ້ນໃໝ່ “Emoji Kitchen” ທີ່ຈະເຮັດໃຫ້ເຮົາສາມາດປະສົມ emoji ເຂົ້າກັນໄດ້ດ້ວຍຕົນເອງ


Google ໄດ້ເປີດຕົວຄຸນສົມບັດໃໝ່ທີ່ເອີ້ນວ່າ “Emoji Kitchen” ທີ່ຜູ້ໃຊ້ສາມາດເລືອກ ແລະ ປະສົມ emojis 2 ຕົວເຂົ້າກັນເພື່ອສ້າງເປັນ emoji ໃໝ່​ໄດ້ຕາມຄວາມມັກ ເເລະ ສາມາດ copy ເກັບໄວ້ສໍາ​ລັບ​​ໃຊ້ງານໄດ້,​ ເຊິ່ງໃນປັດຈຸບັນແມ່ນສາມາດເຂົ້າໄປຫຼິ້ນໄດ້ເເລ້ວໃນເວັບໄຊຂອງ Google, ລວມໄປເຖິງໃນລະບົບປະຕິບັດການ iOS ແລະ Android, ໃນຄອມພິວເຕີ Windows ກໍສາມາດເຂົ້າໄປຫຼິ້ນໄດ້ເຊັ່ນກັນ.

ກ່ອນໜ້ານີ້ Google ເຄີຍເປີດໃຫ້ໃຊ້ງານ Emoji Kitchen ມາກ່ອນໜ້ານີ້ເເລ້ວໃນປີ 2020 ແຕ່ຈະຕ້ອງໃຊ້ຜ່ານ “Gboard” ຫຼື ແອັບພິເຄຊັນແປ້ນພິມເເປພາສາຂອງ Google. ໂດຍຫຼ້າສຸດໃນປີ 2023 ກໍໄດ້ເປີດໃຫ້ໃຊ້ງານຜ່ານອຸປະກອນຕ່າງໆ ລວມທັງ Windows, iOS ແລະ Android.

  • ວິທີການເຂົ້າໄປຫຼິ້ນຟີເຈີ Emoji Kitchen

ເມື່ອເຂົ້າໄປທີ່ www.google.com ເເລ້ວ ໃຫ້ພິມໃສ່ຊ່ອງຄົ້ນຫາວ່າ ‘Emoji Kitchen’ ເເລ້ວກົດ Enter ກໍຈະມີໜ້າຂອງຟີເຈີປາກົດຂຶ້ນມາ

ເມື່ອກົດ ‘Get cooking’ ພວກເຮົາກໍຈະສາມາດເລືອກ emoji ສອງຕົວມາປະສົມກັນຈົນກາຍເປັນ emoji ໃໝ່ຂຶ້ນມາ ແລະ ຜູ້ໃຊ້ສາມາດກົດປຸ່ມ ‘copy’ ເພື່ອຄັດລອກ emoji ໄປໃຊ້ໃນແອັບພິເຄຊັນເຊັ່ນ Gmail, Messages ໂດຍ Google, Messenger, Snapchat, Telegram ແລະ WhatsApp ໄດ້ເລີຍ.

ທີ່ມາ:

beartai

thairath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/