Generation Gap ເມື່ອຄວາມແຕກຕ່າງລະຫວ່າງໄວ ເຮັດໃຫ້ເຮົາບໍ່ເຂົ້າໃຈກັນ


ເຄີຍມີເຫດການນີ້ເກີດຂຶ້ນກັບຕົນເອງຫຼືບໍ່? ຕອນທີ່ຍັງເປັນເດັກນ້ອຍ ຮູ້ສຶກວ່າເຂົ້າກັບຜູ້ໃຫຍ່ບໍ່ຄ່ອຍໄດ້ ບາງຄັ້ງການພະຍາຍາມອະທິບາຍສິ່ງໃດໜຶ່ງອອກໄປ ກາຍເປັນການຖຽງຄວາມ; ແຕ່ພໍຮອດຕອນທີ່ຕົນເອງຕ້ອງເປັນຜູ້ໃຫຍ່ ກໍບໍ່ເຂົ້າໃຈເດັກນ້ອຍຄືກັນວ່າເປັນຫຍັງຈຶ່ງບໍ່ມັກຟັງຄວາມ?. ແທ້ຈິງແລ້ວ, ຄວາມຂັດແຍ້ງລະຫວ່າງໄວ ແມ່ນເກີດຂຶ້ນມາແຕ່ບູຮານະການ ບໍ່ວ່າຈະຍຸກສະໄໝໃດກໍມັກຈະມີບັນຫາຄວາມແຕກຕ່າງລະຫວ່າງໄວທີ່ເປັນບັນຫາເຮັດໃຫ້ບໍ່ເຂົ້າໃຈກັນ.

ຄວາມແຕກຕ່າງໃນສັງຄົມແຕ່ລະຍຸກສະໄໝ ສົ່ງຜົນໃຫ້ກຸ່ມຄົນຕ່າງກໍມີຄວາມເຊື່ອ, ທັດສະນະຄະຕິທີ່ແຕກຕ່າງກັນ. ບັນຫາດັ່ງກ່າວ ບໍ່ພຽງແຕ່ເກີດຂຶ້ນພາຍໃນຄອບຄົວເທົ່ານັ້ນ, ແຕ່ຍັງສາມາດເກີດຂຶ້ນໄດ້ຢູ່ທຸກໆບ່ອນໃນສັງຄົມ.

  • ກຸ່ມ Baby Boomer: ແມ່ນກຸ່ມຄົນທີ່ເກີດຢູ່ໃນໄລຍະປີ 1946-1964, ປັດຈຸບັນຜູ້ທີ່ເກີດໃນຍຸກນີ້ ແມ່ນເລີ່ມຢູ່ໃນກຸ່ມຜູ້ສູງອາຍຸແລ້ວ ເຊິ່ງອາດເປັນຮຸ່ນພໍ່ແມ່, ລຸງປ້າ, ພໍ່ຕູ້ແມ່ຕູ້ ເປັນຕົ້ນ. ຄົນກຸ່ມອື່ນໆມັກຈະເຂົ້າໃຈວ່າກຸ່ມນີ້ສ່ວນໃຫຍ່ເປັນຄົນທີ່ມີແນວຄິດອະນຸລັກນິຍົມ, ເຄັ່ງຄັດໃນລະບຽບແບບແຜນ. ຄວາມຈິງແລ້ວ, ຄົນທີ່ຢູ່ໃນກຸ່ມນີ້ແມ່ນເປັນກຸ່ມທີ່ຖືກບົ່ມສອນຈາກຮຸ່ນສູ່ຮຸ່ນໃຫ້ເປັນຄົນມີຄວາມອົດທົນສູງ, ຈິງຈັງພ້ອມອຸທິດຕົນໃຫ້ກັບວຽກງານຫຼາຍ, ມີແນວຄວາມຄິດຫຼັກໝັ້ນເປັນຂອງຕົນເອງ.
  • ກຸ່ມ Gen X: ແມ່ນກຸ່ມຄົນທີ່ເກີດຢູ່ໃນໄລຍະປີ 1965-1980, ປັດຈຸບັນແມ່ນຢູ່ໃນກຸ່ມໄວກາງຄົນຂຶ້ນໄປ ກວມເອົາທັງໄວທີ່ກຽມຮັບບຳນານ ຫຼື ບາງຄົນກໍອາດຮັບບຳນານແລ້ວ, ກຸ່ມນີ້ມັກສິ່ງທີ່ບໍ່ຊັບຊ້ອນ, ບໍ່ເປັນທາງການ, ໃຫ້ຄວາມສົມດຸນກັນລະຫວ່າງວຽກ ແລະ ຄອບຄົວ, ມັກເຮັດຫຍັງດ້ວຍຕົນເອງຄົນດຽວ, ມີຄວາມເຊື່ອໝັ້ນຕົນເອງ, ມີຄວາມເປັນເອກະລາດ. ຢ່າງໃດກໍຕາມ, ກຸ່ມ Gen X ບາງຄົນອາດມີແນວຄິດຕໍ່ຕ້ານສັງຄົມ, ບໍ່ນັບຖືສາສະໜາ ຫຼື ຢຶດຕິດທຳນຽມປະເພນີ ຕົວຢ່າງເຊັ່ນ: ຄິດວ່າການຢູ່ກ່ອນແຕ່ງ ເປັນເລື່ອງປົກກະຕິ ໃນຂະນະທີ່ຄົນກຸ່ມ Baby Boomer ອາດເບິ່ງວ່ານີ້ຄືການເຮັດຜິດຮີດຄອງປະເພນີ.
  • ກຸ່ມ Gen Y ຫຼື Millennial: ແມ່ນກຸ່ມຄົນທີ່ເກີດຢູ່ໃນໄລຍະປີ 1981-1996, ປັດຈຸບັນ ຄົນກຸ່ມນີ້ແມ່ນຢູ່ໃນໄວເຮັດວຽກແລ້ວ, ບາງກຸ່ມກໍຢູ່ໃນໄວທີ່ກຳລັງສຶກສາຕໍ່ໃນລະດັບທີ່ສູງຂຶ້ນ. ກຸ່ມນີ້ເຕີບໃຫຍ່ມາໃນຍຸກທ່າມກາງການປ່ຽນແປງ ແລະ ມັກຈະເປັນຕົວກາງເຊື່ອມຕໍ່ລະຫວ່າງຄ່ານິຍົມຮຸ່ນພໍ່ຕູ້ແມ່ຕູ້ ແລະ ຮຸ່ນພໍ່ແມ່ເປັນຕົ້ນ. ທັງນີ້, ພວກເຂົາເປັນກຸ່ມທີ່ມີຄວາມສາມາດໃນການເຮັດວຽກດ້ານການຕິດຕໍ່ສື່ສານ, ໄອທີ, ມີແນວຄິດສ້າງສັນ, ສາມາດເຮັດຫຼາຍໜ້າວຽກພ້ອມກັນ (Multi-tasking), ມັກຄວາມຊັດເຈນໃນໜ້າວຽກ, ສາມາດເຮັດວຽກເປັນທີມ ເຊິ່ງຕ່າງຈາກກຸ່ມ Gen X ທີ່ມັກເຮັດວຽກຄົນດຽວຫຼາຍກວ່າ ແຕ່ກຸ່ມນີ້ກໍມັກຈະມີຄວາມອົດທົນໜ້ອຍກວ່າຮຸ່ນກ່ອນໆ, ຄາດຫວັງຜົນໃນການເຮັດວຽກສູງ ແລະ ຕ້ອງການໄດ້ຮັບຄຳຍ້ອງຍໍ. ນອກນັ້ນ, ກຸ່ມນີ້ມັກຈະເປັນຄົນເບິ່ງໂລກໃນແງ່ດີ, ຮັກສິ່ງແວດລ້ອມ, ຮັກການຊ່ວຍເຫຼືອສັງຄົມ, ມີຄວາມສຳພັນທີ່ດີແໜ້ນແຟ້ນກັບຄອບຄົວ.
  • ກຸ່ມ Gen Z: ແມ່ນກຸ່ມຄົນທີ່ເກີດຢູ່ໃນໄລຍະປີ 1997-2012, ເປັນກຸ່ມທີ່ເກີດມາໃນຍຸກທີ່ມີເທັກໂນໂລຢີທັນສະໄໝ, ມັກໃຊ້ເຄື່ອງມືອິນເຕີເນັດໃນການຊອກຫາຂໍ້ມູນໃໝ່ໆສະເໝີ, ຫົວໄວ, ຄິດວິເຄາະໄວ, ຢາກເປັນ Influencer ຫຼື Content Creator, ກ້າສະແດງອອກ, ກ້າທີ່ຈະອອກໄປທ່ອງທ່ຽວສະຖານທີ່ໃໝ່ໆ, ມີການປ່ຽນວຽກຢູ່ເລື້ອຍໆ ແລະ ບາງຄົນອາດບໍ່ໄດ້ເຮັດແຕ່ອາຊີບຫຼັກອາຊີບດຽວ. 
  • ກຸ່ມ Generation Alpha ຫຼື Gen C: ແມ່ນກຸ່ມຄົນທີ່ເກີດຢູ່ໃນໄລຍະປີ 2010-2025 ເປັນກຸ່ມເດັກນ້ອຍທີ່ເກີດໃນຍຸກທີ່ທັນສະໄໝ, ການເຂົ້າເຖິງອິນເຕີເນັດໄດ້ງ່າຍ, ພວກເຂົາຮູ້ຈັກການນຳໃຊ້ເຄື່ອງມືຄຳສັ່ງທາງເທັກໂນໂລຢີຕ່າງໆເຂົ້າມາຊ່ວຍອຳນວຍຄວາມສະດວກໃນຊີວິດປະຈຳວັນ; ໃນຂະນະດຽວກັນ ພວກເຂົາຍັງມີຊື່ເອີ້ນວ່າ Gen C ເນື່ອງຈາກເກີດໃນຍຸກທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ນັ້ນເອງ. ກຸ່ມນີ້ ມີທ່າອ່ຽງຈະຜູກພັນກັບຄອບຄົວຫຼາຍກວ່າກຸ່ມອື່ນ ແລະ ມີຄວາມເຊື່ອໃນວິທະຍາສາດທີ່ຈັບຕ້ອງໄດ້ ຫຼາຍກວ່າຄວາມເຊື່ອຈາກຈິນຕະນາການ​.

ເມື່ອຮູ້ພຶດຕິກຳຂອງແຕ່ລະກຸ່ມແລ້ວ ເຮົາຄວນຈະເຮັດແນວໃດຈຶ່ງໃຫ້ມີຄວາມເຂົ້າໃຈກັນ?

  1. ຢູ່ໃນຄອບຄົວໜຶ່ງ ອາດມີສະມາຊິກຄອບຄົວທີ່ກວມເອົາຫຼາຍກຸ່ມ Gen. ສະນັ້ນ, ສາຍສຳພັນຄອບຄົວຈະດີຂຶ້ນໄດ້ ຕ້ອງມີຄວາມເຂົ້າໃຈກັນ ແລະ ກັນ, ເປີດໃຈຮັບຟັງ, ແລກປ່ຽນມຸມມອງ, ຍອມຮັບດ້ານດີຂອງແຕ່ລະກຸ່ມ ແລະ ປັບຕົວເຂົ້າຫາກັນ, ຊ່ວຍເຫຼືອກັນໃນດ້ານທີ່ອີກຝ່າຍມີຂໍ້ຈຳກັດ ເຊັ່ນ: ກຸ່ມ Gen ໃໝ່ອາດມີຄວາມຖະໜັດການໃຊ້ງານໄອທີ ກໍສາມາດໃຫ້ຄຳແນະນຳການໃຊ້ເຄື່ອງມືໄອທີ ໃຫ້ແກ່ກຸ່ມຮຸ່ນເກົ່າ ໃນຂະນະທີ່ກຸ່ມຮຸ່ນເກົ່າ ກໍອາດຊ່ວຍເຕືອນສະຕິ, ກວດກາຄວາມຮອບຄອບ ລວມໄປເຖິງໃຫ້ຄຳແນະນຳແກ່ຄົນ Gen ໃໝ່ໆໄດ້ດີ.
  2. ຢູ່ໃນສັງຄົມເຮັດວຽກ ການຍອມຮັບເຊິ່ງກັນ ແລະ ກັນ ເປັນສິ່ງທີ່ສຳຄັນ. ເມື່ອເຮົາຕ້ອງດຳລົງຊີວິດຮ່ວມກັບຄົນຫຼາຍກຸ່ມໄວອາຍຸ ການຮຽນຮູ້ພຶດຕິກຳຂອງແຕ່ລະກຸ່ມ ຈະຊ່ວຍໃຫ້ເຮົາປັບຕົວເຂົ້າຫາກັນໄດ້ງ່າຍຂຶ້ນ. ທ້າຍສຸດແລ້ວ ບໍ່ວ່າຈະກຸ່ມໃດກໍຕາມ, ຕ່າງກໍລ້ວນແຕ່ມີຈຸດປະສົງດຽວກັນ ຄືຢາກໃຫ້ອົງກອນມີການປ່ຽນແປງໄປໃນທິດທາງທີ່ດີຂຶ້ນ. ກຸ່ມຮຸ່ນເກົ່າອາດຕ້ອງເປີດໃຈຍອມຮັບແນວຄິດໃໝ່ໆໃຫ້ຫຼາຍຂຶ້ນ, ໃນຂະນະທີ່ຄົນຮຸ່ນໃໝ່ ກໍຮັບຟັງເພື່ອຖອດຖອນບົດຮຽນຈາກກຸ່ມຮຸ່ນເກົ່າ ແລະ ນຳມາພັດທະນາຕໍ່ຍອດໜ້າວຽກໃຫ້ດີຂຶ້ນ.

ສະຫຼຸບແລ້ວ, ພວກເຮົາໃນສັງຄົມອາດມີຄວາມຈຳເປັນຕ້ອງສຶກສາຂໍ້ດີຂອງແຕ່ລະ Gen ເພື່ອປັບຕົວເຂົ້າຫາກັນ ເຊັ່ນ: Baby Boomer ມີແນວຄວາມຄິດສຸຂຸມຮອບຄອບກວ່າ ກໍຈະໄປຊ່ວຍລົດຜ່ອນຄວາມໃຈຮ້ອນຂອງກຸ່ມ Gen X,Y,Z ລົງໄດ້ດີ; ສ່ວນ Gen X ໃນຍຸກປັດຈຸບັນ ຖ້າຍັງເຮັດວຽກໃນອົງກອນກໍອາດຈະຢູ່ໃນຕຳແໜ່ງລະດັບສູງ ຫຼື ເປັນຂັ້ນ Senior ແລ້ວ ພ້ອມທັງຍັງມີບົດຮຽນປະສົບການໃນການເຮັດວຽກຫຼາຍ ຈຶ່ງສາມາດຖ່າຍທອດຕໍ່ໃຫ້ Gen Y ໄດ້ດີ; ສຳລັບ Gen Y ເປັນກຳລັງສຳຄັນທີ່ຊ່ວຍຂັບເຄື່ອນເສດຖະກິດປະເທດ ແລະ ເປັນຜູ້ພັດທະນາເທັກໂນໂລຢີໃໝ່ໆໃນຍຸກປັດຈຸບັນ; ໃນຂະນະທີ່ນ້ອງໃໝ່ໄຟແຮງ Gen Z ກໍເປັນກຸ່ມທີ່ມີແນວຄວາມຄິດສ້າງສັນ ແລະ ກະຕືລືລົ້ນຮຽນຮູ້ສິ່ງໃໝ່ຕະຫຼອດເວລາ ພ້ອມຍັງສາມາດສົ່ງຕໍ່ໄປຍັງຮຸ່ນນ້ອຍສຸດເຊັ່ນ: ກຸ່ມ Alpha ຫຼື Gen C ອີກດ້ວຍ.

ແຫຼ່ງຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/