WHO ລະບຸ ການໃຊ້ສານໃຫ້ຄວາມຫວານເພື່ອຄຸມນໍ້າໜັກ ນັ້ນບໍ່ມີປະໂຫຍດໃນໄລຍະຍາວ ແຖມເພີ່ມຄວາມສ່ຽງໃນການເກີດໂຣກ


ອົງການ​ອະນາ​ໄມ​ໂລກ (WHO) ແນະນຳ​ໃຫ້​ຫຼີກເວັ້ນ​ການ​ໃຊ້​ສານໃຫ້ຄວາມຫວານ​ເພື່ອ​ຄວບ​ຄຸມ​ນ້ຳ​ໜັກ ພ້ອມຊີ້ໃຫ້ເຫັນວ່າສານເຫຼົ່ານີ້ບໍ່ມີຜົນປະໂຫຍດໃນໄລຍະຍາວໃນການລົດຜ່ອນໄຂມັນໃນຮ່າງກາຍ. ແລະອາດຈະເພີ່ມຄວາມສ່ຽງຕໍ່ການພັດທະນາພະຍາດເບົາຫວານປະເພດ 2, ໂຣກຫົວໃຈ ແລະ ໂຣກຫຼອດເລືອດ ແລະ ອາດຮຸນແຮງເຖິງຂັ້ນເສຍຊີວິດໄດ້ ໂດຍສະເພາະໃນກຸ່ມປະຊາກອນຜູ້ໃຫຍ່.

ອົງການ WHO ໄດ້ອອກຄໍາແນະນໍາໃນວັນທີ 15 ພຶດສະພາ ວ່າບໍ່ຄວນໃຊ້ສານໃຫ້ຄວາມຫວານແທນນໍ້າຕານເພື່ອຄວບຄຸມນ້ໍາໜັກ. ຄໍາແນະນໍາດັ່ງກ່າວລວມໄປຮອດສານໃຫ້ຄວາມຫວານທັງ ສັງເຄາະ ຫຼື ທໍາມະຊາດອື່ນໆ ທັງໝົດທີ່ບໍ່ໄດ້ຖືກຈັດປະເພດເປັນນ້ຳຕານເຊັ່ນ: saccharin, Stevia, Aspartame, Advantame, Cyclamate ເປັນຕົ້ນ.

WHO ຍັງລະບຸອີກວ່າ ຄຳແນະນຳຄັ້ງນີ້ ໃຊ້ບໍ່ໄດ້ກັບກຸ່ມຄົນທີ່ເປັນເບົາຫວານຢູ່ແລ້ວ ພ້ອມຍັງບໍ່ແນະນຳໃຫ້ໃຊ້ສານໃຫ້ຄວາມຫວານເຫຼົ່ານີ້ເພື່ອລົດຄວາມສ່ຽງໃນການເກີດໂຣກບໍ່ຕິດຕໍ່ເຊັ່ນ: ໂຣກຄວາມດັນ ແລະ ໂຣກຫົວໃຈອີກດ້ວຍ.

Francesco Branca, ຜູ້ອຳນວຍການດ້ານໂພຊະນາການ ແລະ ຄວາມປອດໄພຂອງອາຫານປະຈຳ WHO, ກ່າວວ່າ: ການແທນທີ່ Free Sugar ຫຼື Sugar Free ດ້ວຍສານໃຫ້ຄວາມຫວານແທນນໍ້າຕານ ບໍ່ໄດ້ຊ່ວຍຄວບຄຸມນໍ້າໜັກໃນໄລຍະຍາວ ເຊິ່ງສານເຫຼົ່ານີ້ ບໍ່ແມ່ນປັດໄຈທາງໂພຊະນາການທີ່ຈຳເປັນ ແລະ ບໍ່ມີຄຸນຄ່າທາງໂພຊະນາການ ຜູ້ຄົນຈຳເປັນຕ້ອງພິຈາລະນາວິທີການອື່ນໆ ໃນການຄວບຄຸມປະລິມານນໍ້າຕານໃນຮ່າງກາຍ ເຊັ່ນ: ການລົດຄວາມຫວານໃນອາຫານ ຫຼື ເຄື່ອງດື່ມໃຫ້ຢູ່ໃນປະລິມານທີ່ເໝາະສົມ ແລະ ອອກກຳລັງກາຍຢ່າງສະໝໍ່າສະເໝີ”.

ໃນປັດຈຸບັນ, ສານໃຫ້ຄວາມຫວານກາຍເປັນທາງເລືອກໃນການບໍລິໂພກນໍ້າຕານ ເຊິ່ງປົກກະຕິແລ້ວມັກຈະມີ ແຄລໂລຣີ ຕ່ຳ ຫຼື ບໍ່ມີເລີຍ ແລະ ໄດ້ຮັບການວາງຂາຍຢ່າງກວ້າງຂວາງໃນຕະຫຼາດ ​ເປັນ​ຜະ​ລິດ​ຕະ​ພັນ​ທາງ​ເລືອກ​ຕ່າງເຊັ່ນ: ເຄື່ອງດື່ມ ທີ່ໂຄສະນາວ່າບໍ່ມີນໍ້າຕານ ທີ່​ອາດ​ມີສ່ວນທີ່ທີ່ຈະຊ່ວຍຄວບຄຸມນໍ້າໜັກໃຫ້ຢູ່ໃນເກນປົກກະຕິ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/