Facebook ຮ່ວມມືກັບ Spotify ສ້າງລະບົບຟັງເພງຜ່ານ Facebook


ອາດຈະເປັນເລື່ອງທີ່ສະດວກສະບາຍຖ້າເຮົາສາມາດເປີດ ແລະ ປ່ຽນເພງຈາກ Spotify ໂດຍຜ່ານແອບ Facebook ທີ່ໃຊ້ກັນເປັນປະຈຳ.

‘Project Boombox’ ເປັນໂປຣເຈັກທີ່ທາງ Facebook ໄດ້ຮ່ວມມືກັບ Spotify ເພື່ອສ້າງຟັງຊັນ ແລະ Platform ໃຫ້ Facebook ສາມາດສະຕີມເພງ ຫຼື ຟັງ Podcast ໄດ້ໂດຍບໍ່ຕ້ອງອອກຈາກແອບພິເຄຊັນ ແຕ່ມີພຽງບາງຄຸນສົມບັດທີ່ມີໄວ້ສະເພາະຜູ້ໃຊ້ Spotify ແບບສະໝັກສະມາຊິກເທົ່ານັ້ນຈຶ່ງສາມາດໃຊ້ໄດ້, ແຕ່ທັງນີ້ກໍຍັງບໍ່ໄດ້ລະບຸຊັດເຈນວ່າຜູ້ໃຊ້ແບບຟຣີຈະມີຂໍ້ຈຳກັດໃນການໃຊ້ງານເທົ່າໃດ.

ສຳລັບ ‘Project Boombox’ ນີ້ Mark Zuckerberg ເອງກໍໄດ້ອອກມາເປີດເຜີຍວ່າຟີເຈີນີ້ໄດ້ອອກແບບມາເພື່ອຮອງຮັບ ແລະ ສະໜັບສະໜູນແກ່ຜູ້ທີ່ສ້າງຜົນງານ ຫຼື ກຸ່ມສິລະປິນທີ່ຕ້ອງການເຜີຍແຜ່ຜົນງານຂອງຕົນໃຫ້ເຂົ້າເຖິງຜູ້ຟັງໄດ້ຫຼາຍຂຶ້ນ.

ແລະ ອີກດ້ານໜຶ່ງກໍເປັນການເພີ່ມຄວາມສະດວກໃຫ້ແກ່ຜູ້ໃຊ້ໄດ້ຮັບຄວາມສະດວກໃນການເປີດເພງຂະນະທີ່ກຳລັງຫຼິ້ນ Social Media ຫຼື ຈະເປັນການແບ່ງປັນເພງໃຫ້ໝູ່ຟັງກໍເປັນເລື່ອງງ່າຍຂຶ້ນ.

ຟີເຈີນີ້ກຳລັງຈະຖືກປ່ອຍເພື່ອທົດສອບໃນ ສະຫະລັດອາເມຣິກາ, ເມັກຊິໂກ ແລະ ປະເທດໃນເຂດເອເຊຍໃນໄວໆນີ້.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/