ລັດຖະບານຫວຽດນາມ ກຽມເພີ່ມມາດຕະການດ້ານສາທາລະນະສຸກສຳລັບນັກເດີນທາງຄັ້ງໃຫຍ່, ຫຼັງປະກາດໃຊ້ກົດໃໝ່ທີ່ກຳນົດໃຫ້ຜູ້ເດີນທາງເຂົ້າ-ອອກ ຫຼື ປ່ຽນເຄື່ອງຜ່ານເຂົ້າປະເທດຫວຽດາມຕ້ອງໄດ້ຍື່ນຟອມກວດສຸຂະພາບ ຫຼື Health Declaration ພາຍໃນ 7 ມື້ກ່ອນເດີນທາງ ໂດຍມາດຕະການດັ່ງກ່າວຈະເລີ່ມມີຜົນຕັ້ງແຕ່ວັນທີ 1 ກໍລະກົດ 2026 ເປັນຕົ້ນໄປ.
ກົດໃໝ່ນີ້ເປັນສ່ວນໜຶ່ງຂອງ Decree No. 165/2026/ND-CP ພາຍໃຕ້ກົດໝາຍປ້ອງກັນຳພຍາກຕິດຕໍ່ສະບັບໃໝ່ຂອງຫວຽດນາມ ເຊິ່ງລັດຖະບານລະບຸວ່າ ມີເປົ້າໝາຍເພື່ອເພີ່ມການເຝົ້າລະວັງການລະບາດຂອງພະຍາດ ແລະ ປ້ອງກັນການນຳເຊື້ອຈາກຕ່າງປະເທດເຂົ້າສູ່ປະເທດ ຫຼັງຫຼາຍປະເທດໃນເຂດອາຊີເລີ່ມກັບມາເຂັ້ມງວດເລື່ອງສຸຂະພາບອີກຄັ້ງ.
ຕາມກົດໃໝ່ ຜູ້ເດີນທາງທຸກຄົນ ບໍ່ວ່າຈະເປັນທ່ອງທ່ຽວ ຊາວຫວຽດນາມ ຫຼື ຜູ້ໂດຍສານ transit ຈະຕ້ອງກອກຂໍ້ມູນສຸຂະພາບລ່ວງໜ້າ ໂດຍສາມາດເຮັດໄດ້ທັງແບບອອນໄລ ແລະ ເອກະສານແບບເຈ້ຍ ເຊິ່ງແບບຟອມຈະມີທັງໝົດພາສາຫວຽດນາມ ແລະ ພາສາອັງກິດ ແລະ ອາດເພີ່ມພາສາອື່ນໃນອະນາຄົດຫາກເກີດສະຖານະການໂຣກລະບາດລະດັບໂລກ.
ນອກຈາກການກອກຂໍ້ມູນສຸຂະພາບແລ້ວ ເຈົ້າໜ້າທີ່ກັກກັນພະຍາດຕາມດ່ານຊາຍແດນ, ສະໜາມບິນ ແລະ ທ່າເຮືອ ຍັງມີອຳນາດໃນການກວດສອບອາການຂອງຜູ້ເດີນທາງ ເຊັ່ນ ກວດອຸນຫະພູມ ແລະ ສຳພາດປະຫວັດການເດີນທາງ ຫາກພົບຜູ້ມີຄວາມສ່ຽງຕິດພະຍາດຕິດຕໍ່ ເຈົ້າໜ້າທີ່ສາມາດເອີ້ນກວດເພີ່ມເຕີມ ຫຼື ກັກໂຕຊົ່ວຄາວໄດ້ ໂດຍຂະບວນການການກວດລະອຽດອາດໃຊ້ເວລາສູງສຸດຮອດ 2 ຊົ່ວໂມງ.
ລາຍງານຍັງລະບຸວ່າ ຜູ້ເດີນທາງບາງຄົນອາດຖືກຂໍເອກະສານເພີ່ມເຕີມ ເຊັ່ນ ຫຼັກຖານການສັກວັກຊີນ ຫຼື ຂໍ້ມູນກ່ຽວກັບມາດຕະການປ້ອງກັນພະຍາດ ຂຶ້ນຢູ່ກັບສະຖານະການໂຣກລະບາດໃນຊ່ວງໄລຍະນັ້ນໆ.
ເຖິງແມ້ວ່າລັດຖະບານຫວຽດນາມຈະຍັງບໍ່ໄດ້ລະບຸວ່າ ມາດຕະການນີ້ກ່ຽວຂ້ອງກັບ COVID-19 ໂດຍກົງ ແຕ່ຫຼາຍຝ່າຍເຫັນວ່າ ການກັບມາໃຊ້ລະບົບ Health Declaration ສະທ້ອນຄວາມກັງວົນຕໍ່ໂຣກລະບາດສາຍພັນໃໝ່ ລວມເຖິງການເພີ່ມຂຶ້ນຂອງຜູ້ຕິດເຊື້ອ COVID ສາຍພັນ NB.1.8.1 ໃນຫຼາຍປະເທດຂົງເຂດອາຊີຊ່ວງທີ່ຜ່ານມາ.
ດ້ານບໍລິສັດທ່ອງທ່ຽວ ແລະ ສາຍການບິນເລີ່ມເຕືອນວ່າ ມາດຕະການໃໝ່ນີ້ອາດເຮັດໃຫ້ຂັ້ນຕອນການກວດຄົນເຂົ້າເມືອງໃນຫວຽດນາມໃຊ້ເວລາດົນຂຶ້ນ ໂດຍສະເພາະຢູ່ສະໜາມບິນໃຫຍ່ ເຊັ່ນ Tan Son Nhat ໃນນະຄອນ Ho Chi Minh ແລະ No Bai ໃນ Hanoi ເຊິ່ງຈາກທີ່ປົກກະຕິກໍມີຜູ້ໂດຍສານໜາແໜ້ນຢູ່ແລ້ວ.
ຂະນະດຽວກັນ ບາງຝ່າຍເຫັນວ່າ ຫວຽດນາມກຳລັງພະຍາຍາມສ້າງລະບົບຄວບຄຸມພະຍາດແບບ “ຖາວອນ” ບໍ່ແມ່ນຍ້ອນ COVID-19 ແຕ່ລວມເຖິງໂຣກລະບາດໃໝ່ທີ່ອາດເກີດຂຶ້ນໃນອະນາຄົດອີກດ້ວຍ.
ສຳລັບນັກທ່ອງທ່ຽວ ແລະ ຜູ້ທີ່ວາງແຜນເດີນທາງເຂົ້າຫວຽດນາມໃນຊ່ວງເຄິ່ງຫຼັງຂອງປີ 2026 ຜູ້ຊ່ຽວຊານແນະນຳໃຫ້ຕິດຕາມປະກາດຈາກທາງກະຊວງສາທາລະນະສຸກຫວຽດນາມຢ່າງໃກ້ຊິດ ແລະ ກຽມເອກະສານສຸຂະພາບລ່ວງໜ້າ ເພື່ອຫຼີກລ້ຽງບັນຫາທີ່ອາດເກີດຂຶ້ນບໍລິເວນດ່ານກວດຄົນເຂົ້າເມືອງ ຫຼື ສະໜາມບິນ.
ແຫຼ່ງຂໍ້ມູນ: Asian Trails, VisasNews, Fast Track Vietnam, P4h


