ຈີນສາຍຮູບ QR code ຂະໜາດໃຫຍ່ຂຶ້ນຟ້າ ໃຫ້ຄົນສາມາດສະແກນເພື່ອໂຫຼດເກມ


ຂຶ້ນຊື່ວ່າເປັນປະເທດຈີນ ມັກຈະມີເລື່ອງເທັກໂນໂລຢີໃຫ້ເຮົາໄດ້ແປກໃຈຢູ່ສະເໝີ ກັບວິທີການໃໝ່ເພື່ອສ້າງ QR code ຂະໜາດໃຫຍ່ຢູ່ເທິງທ້ອງຟ້າໃນຍາມກາງຄືນ ເພື່ອໃຫ້ຜູ້ຄົນສາມາດສະແກນ ແລະ ດາວໂຫຼດເກມໄດ້.

ແຕ່ການສ້າງ QR ເທື່ອນີ້ບໍ່ໄດ້ເປັນການສາຍຮູບແບບ Hologram ແຕ່ເປັນການສ້າງຂຶ້ນເທື່ອລະຈຸດໂດຍການນຳໃຊ້ໂດຣນເຖິງ 1500 ຕົວ ມາປະກອບກັນເປັນຮູບ.

ຖືວ່າເປັນການສ້າງ QR code ທີ່ມີຄວາມຈິງຈັງ, ອະລັງການງານສ້າງ ແລະ ຖືວ່າເປັນນະວັດຕະກຳທີ່ໜ້າອັດສະຈັນອີກຢ່າງໜຶ່ງ, ນີ້ອາດຈະເປັນຈຸດເລີ່ມຕົ້ນແຫ່ງໂລກອະນາຄົດ ທີ່ເຮົາອາດຈະໄດ້ເຫັນການໂຄສະນາ ທີ່ສາຍຮູບພາບຂຶ້ນທ້ອງຟ້າ ແທນການໃຊ້ຈໍ ແລະ ປ້າຍບິວບອດ.

ຂອບໃຈຂ້ມູນຈາກ : https://bit.ly/3v3kKK8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/