ທາງການມຽນມາບຸກຈັບນັກຂ່າວຄົນຍີ່ປຸ່ນ


ໃນວັນທີ 19 ເມສາ ທີ່ຜ່ານມາ ສຳນັກຂ່າວຊີເອນເອ (CNA News) ໄດ້ລາຍງານວ່າ: “ລັດຖະບານຍີ່ປຸ່ນ ຖະແຫຼງການຂໍໃຫ້ທາງການມຽນມາປ່ອຍຕົວ ຍູກິຄິ ຕາຊູມິ ນັກຂ່າວຍີ່ປຸ່ນທີ່ຖືກບຸກຈັບທີ່ບ້ານຂອງລາວໃນນະຄອນຢ່າງກຸ້ງ ໃນຄ່ຳຄືນຂອງວັນອາທິດທີ່ຜ່ານມາ”

ແນວໃດກໍຕາມ, ນັກການທູດຍີ່ປຸ່ນກໍກຳລັງຂໍອະນຸຍາດເຂົ້າໄປຢ້ຽມຢາມລາວໃນຄຸກ ກ່ອນທີ່ຈະຖືກຍ້າຍໄປຄຸກອີກແຫ່ງໜຶ່ງ.

“ຍູກິຄິ ຕາຊູມິ” ເຮັດບໍລິສັດຜະລິດສື່ໃນມຽນມາຊື່ວ່າ Yangon Media Professionals ແລະ ຍັງເຄີຍເປັນນັກຂ່າວທີ່ ສຳນັກຂ່າວນິເຄອິ. ລາວເຄີຍຖືກຕຳຫຼວດມຽນມາຄວບຄຸມຕົວໃນເວລາສັ້ນໆມາກ່ອນແລ້ວຄັ້ງ 1 ໃນເດືອນກຸມພາ ປີ 2021 ທີ່ຜ່ານມາ ຫຼັງຈາກທີ່ລາວເຜີຍແຜ່ຂ່າວກ່ຽວກັບການປະທ້ວງເພື່ອປະຊາທິປະໄຕໃນມຽນມາ.

“ຍູກິຄິ ຕາຊູມິ” ໄດ້ກາຍເປັນຄົນຕ່າງປະເທດຄົນທີ 2 ທີ່ທາງການມຽນມາຈັບຕົວ ນັບຕັ້ງແຕ່ເກີດການລັດຖະປະຫານ ເມື່ອວັນທີ 1 ກຸມພາ ປີ 2021 ໂດຍທີ່ ຄົນທຳອິດແມ່ນ “ຊອນ ເທີນເນີ” ນັກວິຊາການ ສັນຊາດ ອອສເຕເລຍ ເຊິ່ງເປັນທີ່ປຶກສາດ້ານການປະຕິຮູບເສດຖະກິດຂອງທ່ານນາງ “ອອງຊານ ຊູຈີ” ທີ່ຖືກຈັບຕົວເມື່ອວັນທີ 6 ກຸມພາ ແລະ ປັດຈຸບັນກໍຍັງບໍ່ໄດ້ຮັບການປ່ອຍຕົວ.

ທ່ານ “ຄັດສຶໂນບຸ ຄາໂຕະ” ຫົວໜ້າເລຂາທິການຄະນະລັດຖະມົນຕີຍີ່ປຸ່ນ ກ່າວວ່າ ທາງລັດຖະບານຍີ່ປຸ່ນ ຂໍໃຫ້ທາງການມຽນມາອະທິບາຍເຫດຜົນການຈັບກຸມ ແລະ ປ່ອຍຕົວ“ຍູກິຄິ ຕາຊູມິ” ໃຫ້ໄວທີ່ສຸດ.

ນັບຕັ້ງແຕ່ກອງທັບມຽນມາໄດ້ເຮັດລັດຖະປະຫານສຳເລັດ ສື່ຍີ່ປຸ່ນກໍໄດ້ວິພາກວິຈານກ່ຽວກັບການປາບປາມຝ່າຍຄັດຄ້ານທີ່ຮ້າຍແຮງຕະຫຼອດມາ ແຕ່ກໍຍັງຖືວ່າຍີ່ປຸ່ນໃຊ້ແນວທາງທີ່ອ່ອນໂຍນກວ່າຫຼາຍປະເທດ ທີ່ກຳນົດມາດຕະການຕໍ່ລັດຖະບານທະຫານໃນມຽນມາ.​

ພາບ: prachachat, tna.mcot.net, postjung.com
ທີ່ມາ: https://www.prachachat.net/world-news/news-650913

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/