Meta one web

ວົງການຄຣີເອເຕີ້ໃນ Facebook ອາດຕ້ອງເລີ່ມປັບໂຕອີກຄັ້ງ ຫຼັງມີລາຍງານວ່າ Meta ກຳລັງເດີນໜ້າທົດສອບແພັກເກດສະໝັກສະມາຊິກໃໝ່ພາຍໃຕ້ຊື່ Meta One ເຊິ່ງອອກແບບມາສຳລັບຜູ້ໃຊ້ງານຫຼາຍກຸ່ມ ລວມເຖິງຄຣີເອເຕີ້ ແລະ ທຸລະກິດທີ່ຕ້ອງການເຄື່ອງມືເພີ່ມເຕີມໃນການສ້າງໂຕຕົນເທິງແພລັດຟອມ.

ຕາມລາຍງານຈາກສື່ຕ່າງປະເທດ, Meta ສຳລັງທົດສອບແພັກເກດສຳລັບຄຣີເອເຕີ້ ແລະ ທຸລະກິດເຊັ່ນ Meta One Essential ແລະ Meta One Advanced ໂດຍມີຟີເຈີ້ທີ່ກ່ຽວຂ້ອງກັບການເພີ່ມໂອກາດໃນການຖືກຄົ້ນພົບ ເຊັ່ນ ການເພີ່ມ visibility ໃນການຄົ້ນຫາ ລວມເຖິງເຄື່ອງມືພິເສດສຳລັບການເຮັດຄອນເທນ ແລະ ການມີສ່ວນຮ່ວມກັບຜູ້ຕິດຕາມ.

ເຖິງແມ້ວ່າລາຍລະອຽດດັ່ງກ່າວຍັງບໍ່ສາມາດສະຫຼຸບໄດ້ວ່າ “ຜູ້ສະໝັກສະມາຊິກຈະຖືກດັນຟີດໂດຍກົງ” ຫຼື ໄດ້ຮັບການແນມເຫັນໂພສໄດ້ຫຼາຍກວ່າຜູ້ໃຊ້ທົ່ວໄປໂດຍອັດຕະໂນມັດ ແຕ່ຄວາມເຄື່ອນໄຫວນີ້ສະທ້ອນໃຫ້ເຫັນວ່າ Meta ກຳລັງໃຫ້ຄວາມສຳຄັນກັບລະບົບສະມາຊິກຫຼາຍຂຶ້ນ ແລະ ອາດເຮັດໃຫ້ຄຣີເອເຕີ້, ເພຈທຸລະກິດ ລວມເຖິງຜູ້ທີ່ມີຍອດຜູ້ຕິດຕາມສູງໃນ Facebook ຕ້ອງວາງແຜນການເຮັດຄອນເທັ້ນທີ່ຈິງຈັງຂຶ້ນກວ່າເກົ່າ.

ປັດຈຸບັນ, ການສະແດງຜົນເທິງຟີດຂອງ Facebook ຍັງຄົງຂຶ້ນກັບຫຼາຍປັດໄຈ ເຊັ່ນ ຄວາມສົນໃຈຂອງຜູ້ໃຊ້, ການກົດ Likes, comments, share, ປະເພດຂອງໂພສ ແລະ ຄວາມສົດໃໝ່ຂອງຄອນເທັ້ນ. ດັ່ງນັ້ນ ແມ້ວ່າແພັກເກດໃໝ່ອາດເພີ່ມເຄື່ອງມື ຫຼື ໂອກາດໃນການແນມເຫັນ ແຕ່ຄອນເທັ້ນທີ່ມີຄຸນນະພາບ ແລະ ການສ້າງ engagement ໄດ້ຈິງຍັງຄົງເປັນຫົວໃຈສຳຄັນ.

ສຳລັບຜູ້ທີ່ມີຍອດຜູ້ຕິດຕາມສູງ, ອິນຟລູ ແລະ ເພຈຕ່າງໆທີ່ເພິ່ງພາ Facebook ເປັນຊ່ອງທາງຫຼັກ ນີ້ອາດເປັນສັນຍານວ່າ “ເກມ Algorithm” ກຳລັງເຂົ້າສູ່ຍຸກໃໝ່ ຈາກເກົ່ານີ້ເນັ້ນພຽງການເຮັດຄອນເທັ້ນໃຫ້ໄວ ແລະ ໜ້າສົນໃຈ, ຕອນນີ້ອາດຕ້ອງເພີ່ມການວາງກົນລະຍຸດໃໝ່ດ້ານແພລັດຟອມ, ເຄື່ອງມືສະມາຊິກ ແລະ ການສ້າງຖານຜູ້ຕິດຕາມທີ່ມີສ່ວນຮ່ວມຈິງຫຼາຍຂຶ້ນ.

ແນວໃດກໍຕາມ, ຜູ້ຊ່ຽວຊານດ້ານ Social Media ໄດ້ແນະນຳວ່າ ຄຣີເອເຕີ້ຍັງບໍ່ຄວນຟ້າວເພິ່ງພາລະບົບຈ່າຍເງິນພຽງຢ່າງດຽວ ແຕ່ຄວນກຽມເຄື່ອງມືໂດຍການສ້າງຄອນເທັ້ນຕົ້ນສະບັບ ຫຼຸດການໂພສຊ້ຳ ຫຼື ຄອນເທັ້ນທີ່ເປັນລັກສະນະສະແປມ ແລະ ໃຫ້ຄວາມສຳຄັນກັບການສື່ສານທີ່ແທ້ຈິງກັບຜູ້ຕິດຕາມ, ເພາະແມ້ແຕ່ Meta ເອງກໍຍັງເຄີຍລະບຸວ່າຕ້ອງການໃຫ້ Feed ມີຄວາມກ່ຽວຂ້ອງກັບຜູ້ໃຊ້ຫຼາຍຂຶ້ນ ແລະ ຫຼຸດການແນມເຫັນຂອງຄອນເທັ້ນທີ່ພະຍາຍາມປັ່ນລະບົບ.

ການມາຂອງ Meta One ຈຶ່ງອາດບໍ່ແມ່ນພຽງແຕ່ເປີດແພັກເກດໃໝ່ ແຕ່ເປັນສັນຍານສຳຄັນວ່າ Facebook ກຳລັງປ່ຽນຈາກພື້ນທີ່ໂພສທົ່ວໄປ ໄປສູ່ແພລັດຟອມທີ່ຄຣີເອເຕີ້ຕ້ອງເຂົ້າໃຈຄອນເທັ້ນ, algorithm ແລະ ໂມເດວສະມາຊິກຄວບຄູ່ກັນໄປ.

ແຫຼ່ງຂໍ້ມູນ: The Verge, wsj, barrons, The Matter

Comments are disabled