ເປີດຕົວ iPad Pro ຮຸ່ນໃໝ່ທີ່ມາພ້ອມກັບ ຊິບ M1 ແລະ ຮອງຮັບ 5G


iPad Pro ຮຸ່ນໃໝ່ທີ່ມາພ້ອມກັບ ຊິບ M1 ແລະ ຮອງຮັບລະບົບ 5G ໄດ້ຖືກເປີດຕົວຢ່າງເປັນທາງການ ໂດຍອອກມາພ້ອມໆກັນເຖິງ 2 ຂະໜາດ ມີທັງ 11ນິ້ວ ແລະ 12,9ນິ້ວ ເຊິ່ງແຕ່ລະຮຸ່ນແຕກຕ່າງກັນພຽງແຕ່ໜ້າຈໍ.

iPad Pro ຮຸ່ນ 11ນິ້ວ ຈະເປັນໜ້າຈໍ Liquid Retina (LCD) ທຳມະດາ ມາພ້ອມກັບ Pro Motion (120Hz), ສ່ວນຮຸ່ນ 12,9ນິ້ວ ໜ້າຈໍຈະຖືກອັບເກຣດຂຶ້ນມາເປັນໜ້າຈໍ Liquid Retina XDR ຈໍ Mini LED.

ກ້ອງຫຼັງຫຼັກ 12MP, ກ້ອງ Ultra-Wide 10MP ກ້ອງໜ້າ TrueDept ແບບ Ultra-wide 12MP ສາມາດເຫັນອ້ອມຮອບ 122 ອົງສາ ແລະ ເປັນເທື່ອທຳອິດສຳລັບ iPad Pro ທີ່ມີການໃສ່ຟີເຈີ Center Stage ທີ່ສາມາດໂຟກັດໃບໜ້າຂອງຄົນເວົ້າເມື່ອມີການໃຊ້ງານ Video Call ແລະ ສາມາດໝຸນກ້ອງຕາມຜູ້ເວົ້າໃນຂະໜະທີ່ມີການເຄື່ອນໄຫວໄປມາ ນອກຈາກນີ້ຍັງມີເຊັນເຊີກວດຈັບບຸກຄົນທີ່ 2 ແລະ ຊູມອອກເພື່ອໃຫ້ສາມາດເກັບພາບຂອງສອງຄົນໄວ້ໃນເຟມກ້ອງໄດ້.

ມີ Port ເຊື່ອມຕໍ່ USB-C ແຕ່ເພີ່ມການຮອງຮັບ  Thunderbolt ແລະ ຮອງຮັບ USB 4 ລະບົບເຊື່ອມຕໍ່ໄຮ້ສາຍທີ່ສາມາດຮອງຮັບ WiFi 6 ແລະ Bluetooth 5,0 ຮອງຮັບ Smart Cover ແລະ Magic Keyboard ໄດ້.

  • iPad Pro 11inch ຮຸ່ນ Wifi ລາຄາເລີ່ມຕົ້ນທີ່ 890 USD
  • iPad Pro 11inch ຮຸ່ນ Wifi + Cellular ລາຄາເລີ່ມຕົ້ນທີ່ 1050 USD
  • iPad Pro 12.9inch ຮຸ່ນ Wifi ລາຄາເລີ່ມຕົ້ນທີ່ 1200 USD
  • iPad Pro 12.9inch ຮຸ່ນ Wifi + Cellular ລາຄາເລີ່ມຕົ້ນທີ່ 1370 USD

ສາມາດສັ່ງຈອງ ແລະ ເບິ່ງລາຄາໄດ້ທີ່ https://www.apple.com

ຂອບໃຈຂໍ້ມູນຈາກ: https://www.blognone.com/node/122273

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/