AirTag ຜະລິດຕະພັນໃໝ່ຈາກ Apple ທີ່ສາມາດຕອບສະໜອງຕໍ່ຄວາມຂີ້ລືມຂອງຄົນເຮົາໄດ້


AirTag ເປັນອຸປະກອນ Bluetooth ຂະໜາດນ້ອຍໃຊ້ສຳລັບຕິດຕາມຕຳແໜ່ງຂອງອຸປະກອນ ໂດຍສາມາດນຳໄປຕິດໄວ້ກັບອຸປະກອນທີ່ເຮົາມັກລືມບ່ອນໄວ້ ຫຼື ເຮັດເສຍງ່່າຍເຊັ່ນ: ກະແຈ, ກະເປົາ, ຣີໂໝດ ແລະ ອື່ນໆ ໂດຍຈະສາມາດຄົ້ນຫາໄດ້ຜ່ານການໃຊ້ແອັບ Find My ໃນ iOS.

ຈຸດເດັ່ນຂອງ AirTag ກໍຄືການປົກປ້ອງຄວາມເປັນສ່ວນຕົວຂອງຂອງຜູ້ໃຊ້ງານ ໂດຍມີການປ່ຽນແປງຄວາມຖີ່ຂອງຄື້ນສັນຍານ Bluetooth ທີ່ປ່ອຍອອກມາຢູ່ສະເໝີ ເພື່ອປ້ອງກັນການຕິດຕາມທີ່ເຮົາບໍ່ຕ້ອງການ ແລະ ຍັງສາມາດແຈ້ງເຕືອນຜ່ານມືຖື ເມື່ອມີການເຄື່ອນຍ້າຍ AirTag ໂດຍບຸກຄົນອື່ນ.

AirTag ຖືກອອກແບບມາໃຫ້ໃຊ້ງານຄູ່ກັບແບັດເຕີຣີທີ່ມີຢູ່ໄດ້ດົນເຖິງ 1 ປີ ໂດຍໃຊ້ຖ່ານໂມງ CR2032 ແລະ ຜູ້ໃຊ້ສາມາດນຳອອກມາປ່ຽນເອງໄດ້.

ສຳລັບລາຄາເລີ່ມຕົ້ນຂອງ AirTag ແມ່ນ 31,59USD/1ອັນ ແລະ ຍັງມີແບບເປັນ Package 4 ອັນໃນລາຄາ 108USD.

ນອກຈາກເປັນອຸປະກອນໃຊ້ຕິດຕາມແລ້ວ AirTag ກໍຍັງຖືກອອກແບບມາໃຫ້ມີຄວາມໜ້າຮັກສວຍງາມ ເພື່ອໃຫ້ເໝາະກັບຜູ້ໃຊ້ ແລະ ຍັງສາມາດອອກແບບຕົວໜັງສື ພ້ອມກັບອີໂມຈິ ໄດ້ຕາມໃຈຜູ້ໃຊ້ງານເຊັ່ນກັນ.

ຂໍ້ມູນຈາກ: https://www.blognone.com/node/122267

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/