ຂັ້ນຕອນການເດີນທາງຈາກຕ່າງປະເທດເຂົ້າມາ ສປປ ລາວ ແບບຖືກກົດໝາຍ ໃນໄລຍະ COVID-19


ຜູ້ໃຊ້ງານເຟສບຸກທີ່ມີຊື່ວ່າ Teih Ernthavanh ໄດ້ອອກມາໃຫ້ຂໍ້ມູນ ເຖິງຂັ້ນຕອນການເດີນທາງເຂົ້າລາວ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍມີເນື້ອໃນໃຈຄວາມວ່າ:

ເທົ່າທີ່ຂ້າພະເຈົ້າສາມາດສັງລວມໄດ້ການເດີນທາງເຂົ້າລາວ ແບ່ງເປັນ 3 ກຸ່ມຄົນດັ່ງນີ້:

ປະເພດທີ 1. ກຸ່ມຄົນລາວ ທີ່ໄປສຶກສາ, ປະຕິບັດວຽກງານ ແລະ ອອກແຮງງານຢູ່ຕ່າງປະເທດ ຕ້ອງປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ້:

1. ຕ້ອງເຂົ້າໄປພົວພັນກັບ ສະຖານທູດ ຫຼື ສະຖານກົງສຸນ ຕາມປະເທດທີ່ທ່ານຢູ່, ຕ້ອງເອົາພາສປອດ ແລະ ເຮັດໃບສະເໜີຈຸດປະສົງເພື່ອເດີນທາງເຂົ້າລາວ (ໂດຍຕ້ອງລະບຸມື້ກັບ, ສາຍການບິນ “ຖ້ຽວບິນ”, ແລະ ສະຖານທີ່ກັກຕົວ ໄປນຳ) ແລະ ຕ້ອງເອົາເບີໂທທີ່ສາມາດຕິດຕໍ່ໄດ້ ປະໄວ້ໃຫ້ພະນັກງານສະຖານທູດເພື່ອຈະໄດ້ຕິດຕໍ່ຫາ ເມື່ອເອກະສານອະນຸຍາດເຂົ້າລາວສຳເລັດ.

2. ພາຍຫຼັງທີ່ສຳເລັດຂັ້ນຕອນທີ 1 ແລ້ວ, ຕ້ອງໄດ້ລໍຖ້າປະມານ 01 ອາທິດ ເພາະທາງສະຖານທູດຈະຕ້ອງເຮັດຈົດໝາຍທາງລັດຖະການ ເພື່ອຂໍອະນຸຍາດການເດີນທາງກັບຂອງທ່ານ. ຖ້າທາງຄະນະສະເພາະກິດເຫັນດີ ໃຫ້ທ່ານເດີນທາງກັບ ທາງສະຖານທູດຈະແຈ້ງທ່ານ ເພື່ອມາເອົາໃບອະນຸຍາດເດີນທາງເຂົ້າປະເທດລາວ.

 3. ພາຍຫຼັງທີ່ທ່ານໄດ້ຮັບໃບອະນຸຍາດເດີນທາງເຂົ້າປະເທດ ທ່ານກໍສາມາດອອກປີ້ຍົນ, ແຈ້ງສະຖານທີ່ກັກຕົວ ແລະ ຕ້ອງກວດຫາເຊື້ອໂຄວິດ-19 ບໍ່ໃຫ້ເກີນ 72 ຊົ່ວໂມງກ່ອນຂຶ້ນຍົນ.

ປະເພດທີ 2: ສຳລັບຄົນຕ່າງປະເທດທີ່ມາອອກແຮງງານ, ຊາວຕ່າງຊາດທີ່ເປັນພະນັກງານອົງກອນຕ່າງໆ ແລະ ຄົນຕ່າງປະເທດທີ່ມີຄອບຄົວໃນລາວ ຫຼື ຄົນລາວທີ່ຖືສັນຊາດຕ່າງປະເທດ ຕ້ອງປະຕິບັດຕາມຂັ້ນຕອນລຸ່ມນີ້:

1. ຕ້ອງໃຫ້ອົງກອນ, ບໍລິສັດ, ຄອບຄົວຢູ່ລາວ ເຮັດໃບສະເໜີ ເອົາຕົວຜູ້ກ່ຽວມາລາວ ໂດຍຕ້ອງກຳນົດຈຸດປະສົງ, ເບີໂທລະສັບທີ່ສາມາດຕິດຕໍ່ໄດ້ຂອງຜູ້ກ່ຽວ (ເບີໂທໃນປະເທດທີ່ຜູ້ກ່ຽວຢູ່) ວັນເດືອນປີທີ່ຈະເດີນທາງມາຮອດລາວ, ສະຖານທີ່ກັກຕົວ, ກອບປີ້ພາສປອດຂອງຜູ້ກ່ຽວ ໄປສະເໜີຂໍອະນຸຍາດເດີນທາງເຂົ້າ ສປປ ລາວ ທີ່ຂາເຂົ້າ, ກົມກົງສຸນ ກະຊວງການຕ່າງປະເທດ.

2. ຈາກນັ້ນກົມກົງສຸນ ຈະໄດ້ເຮັດໜັງສືຄົ້ນຄວ້າລາຍງານຄະນະສະເພາະກິດ ແລະ ຖ້າເພິ່ນເຫັນດີ ທາງກົມກົງສຸນຈະເຮັດສະໂໜດນຳສົ່ງມາຍັງສະຖານທູດ ຫຼື ສະຖານກົງສຸນ ແລ້ວຈະມີພະນັກງານຕິດຕໍ່ຫາຜູ້ກ່ຽວ ເພື່ອໃຫ້ຜູ້ກ່ຽວເຂົ້າມາເອົາໃບອະນຸຍາດ ແລະ ວີຊາ ເພື່ອເດີນທາງເຂົ້າລາວ (ໃນເວລາມາເອົາວີຊາຜູ້ກ່ຽວຕ້ອງໄດ້ເອົາໃບຈອງໂຮງແຮມ ແລະ ປີ້ຍົນ ຕິດຄັດມາພ້ອມ).

 3. ເມື່ອເອກະສານທຸກຢ່າງພ້ອມແລ້ວ ທ່ານຕ້ອງໄດ້ເຂົ້າໄປກວດໂຄວິດ-19 ກ່ອນຂຶ້ນຍົນ 72 ຊົ່ວໂມງ.

ໝາຍເຫດ: ປະເພດທີ 1 ແມ່ນຕ້ອງໄດ້ແລ່ນເອກະສານຢູ່ສະຖານທູດ ຫຼື ກົງສຸນກິດຕິມະສັກ ປະຈຳປະເທດທີ່ທ່ານຢູ່, ປະເພດທີ 2 ຕ້ອງໄດ້ແລ່ນເອກະສານຢູ່ກົມກົງສຸນ, ກະຊວງການຕ່າງປະເທດ, ສປປ ລາວ. ແຕ່ທັງ 2 ປະເພດທີ່ກ່າວມາແມ່ນສະເພາະການເດີນທາງທາງອາກາດ, ຍົນທີ່ສາມາດເດີນທາງເຂົ້າລາວໄດ້ປັດຈຸບັນມີຈາກ ຄຸນໝິງ (ຍົນບິນກົງ ສະເພາະຄົນໃນ ສປ ຈີນ ຫຼື Direct Flight), ມາເລເຊຍ ແລະ ສ.ເກົາຫຼີ (ສາມາດປ່ຽນຖ້ຽວບິນໃນ 2 ປະເທດນີ້ໄດ້ ຫຼື Transit Flight), ສຳລັບຂໍ້ມູນຖ້ຽວບິນທ່ານສາມາດສອບຖາມກັບສາຍການບິນໂດຍກົງໄດ້ ເພາະຈະມີຖ້ຽວບິນມະນຸດສະທຳ ໃນແຕ່ລະເດືອນ ແລະ ທ່ານຕ້ອງດຳເນີນເອກະສານລ່ວງໜ້າກ່ອນມື້ທີ່ຈະເດີນທາງ ເພາະຂັ້ນຕອນທັງໝົດນີ້ອາດໃຊ້ເວລາຢ່າງຕ່ຳ 2 ອາທິດ.

ປະເພດທີ 3: ຄືບຸກຄົນທີ່ໄປອອກແຮງງານ, ສຶກສາ ກັບປະເທດທີ່ມີຊາຍແດນຕິດກັບລາວ ຕ້ອງປະຕິບັດຄື:

1. ທ່ານຕ້ອງເຮັດໃບສະເໜີ ໄປຫາສະຖານທູດ ຫຼື ກົງສຸນ ປະຈຳປະເທດທີ່ທ່ານຢູ່, ໃນໃບສະເໜີຕ້ອງໄດ້ລະບຸຈຸດປະສົງ, ຈຳນວນຄົນທີ່ຈະກັບ, ດ່ານຊາຍແດນທີ່ທ່ານຕ້ອງການຜ່ານ, ວັນເວລາທີ່ຈະເດີນທາງເຂົ້າລາວ, ສະຖານທີ່ກັກຕົວ ໃຫ້ລະອຽດ ແລະ ຕ້ອງເອົາພາສປອດໄປນຳ.

2. ທາງສະຖານທູດ ແລະ ກົງສຸນ ຈະໄດ້ເຮັດໃບສະເໜີຫາຄະນະສະເພາະກິດ. ຖ້າເຫັນດີອະນຸຍາດໃຫ້ເດີນທາງກັບ ທາງສະຖານທູດຈະຕິດຕໍ່ຫາທ່ານໂດຍກົງ ເພື່ອໃຫ້ທ່ານມາເອົາໃບອະນຸຍາດເດີນທາງເຂົ້າລາວ (ໂດຍທ່ານຕ້ອງເອົາເບີໄວ້ໃຫ້ພະນັກງານ ເມື່ອທ່ານໄປຍື່ນໃບສະເໜີ ໃນຂັ້ນຕອນທີ 1).

3. ທ່ານຕ້ອງເຂົ້າກວດຫາເຊື້ອໂຄວິດ-19 ກ່ອນອອກເດີນທາງ 72 ຊົ່ວໂມງ. ເມື່ອເດີນທາງມາຮອດດ່ານ ຈະມີລົດຂອງຄະນະສະເພາະກິດມາຮັບທ່ານເພື່ອນຳສົ່ງເຂົ້າສູ່ສະຖານທີ່ກັກຕົວ.

ແລະນີ້ກໍແມ່ນຂັ້ນຕອນການເດີນທາງເຂົ້າລາວໃນໄລຍະນີ້ (ຖ້າບໍ່ເຂົ້າໃຈ ທ່ານສາມາດໄປຖາມສະຖານທູດ ຫຼື ກົງສຸນ ໃນເຂດທີ່ທ່ານຢູ່ ພະນັກງານທຸກຄົນເຕັມໃຈຊ່ວຍເຫຼືອທ່ານເຕັມທີ່).

ຂອບໃຈຂໍ້ມູນຈາກ: https://web.facebook.com/TeiH.Ernthavanh/posts/10159907638328689

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/