Live Audio Rooms ບໍລິການໃໝ່ຈາກ Facebook ຫວັງແຂ່ງກັບ Clubhouse ເຊິ່ງຈະເປີດຕົວກາງປີນີ້


Facebook ປະກາດເປີດຕົວບໍລິການໃໝ່ Live Audio Rooms ພ້ອມເດີນໜ້າເຕັມທີ່ ຫວັງແຂ່ງກັບ Clubhouse ເຊິ່ງເປັນບໍລິການຮູບແບບດຽວກັນ ແລະ ຈະເປີດຕົວກາງປີນີ້.

Live Audio Rooms ບໍລິການໃໝ່ຫຼ້າສຸດຈາກເຟສບຸກ ເລີ່ມຕົ້ນເຮັດການທົດລອງແລ້ວ ໂດຍຈຳກັດຜູ້ໃຊ້ງານບາງກຸ່ມ ແລະ ຄົນທີ່ມີຊື່ສຽງໄດ້ທົດລອງໃຊ້ງານກ່ອນ ແລະ ຈະເປີດໃຫ້ຜູ້ໃຊ້ງານທົ່ວໄປໄດ້ໃຊ້ນຳກັນ ໃນກາງປີ 2021.

ໂດຍຜູ້ທີ່ເປັນ Creator ຈະສາມາດສະໝັກເປັນລະບົບສະມາຊິກ ເພື່ອຮຽກເກັບເງິນກັບຜູ້ຟັງສຳລັບເຂົ້າຫ້ອງຕ່າງໆໄດ້ ນອກຈາກນັ້ນ, ຜູ້ຢາກສະໝັກສະມາຊິກຍັງສາມາດເລືອກໄດ້ວ່າ ຢາກຈ່າຍແບບລາຍເດືອນ ຫຼື ຈ່າຍຄັ້ງດຽວແລ້ວໃຊ້ງານໄດ້ຕະຫຼອດ.

ພ້ອມກັນນັ້ນ, ທາງເຟສບຸກ ຍັງເປີດເຜີຍວ່າ: ບໍລິການໃໝ່ນີ້ ຈະມີໂປຣແກຣມຫາລາຍໄດ້ໃຫ້ແກ່ ຄຣີເອເຕີດ້ານສຽງໂດຍສະເພາະນຳອີກດ້ວຍ ເຊິ່ງໂປຣແກຣມດັ່ງກ່າວມີຊື່ວ່າ Audio Creator Fund.

ນອກຈາກການເປີດຕົວ Live Audio Rooms ແລ້ວ ເຟສບຸກຍັງມີອີກສອງບໍລິການໃໝ່ເພີ່ມເຂົ້າມາ ໂດຍເຟສບຸກເອີ້ນວ່າ Soundbites ເຊິ່ງເປັນການໂພສສຽງສັ້ນໆ ຄ້າຍໆກັບ Tiktok ແຕ່ເປັນຄິບສຽງຢ່າງດຽວເທົ່ານັ້ນ.

ແລ້ວກໍປິດທ້າຍດ້ວຍ,ບໍລິການໃໝ່ອີກຢ່າງໜຶ່ງກໍຄື ພອດແຄສ (Podcast) ເຊິ່ງເປັນອີກສື່ໜຶ່ງທີ່ເຟສບຸກສົນໃຈ ໂດຍຈະເລີ່ມມີລາຍການພອດແຄສຕ່າງໆໃນໄວໆນີ້ອີກດ້ວຍ.


ພາບ: FB Newsroom
ທີ່ມາ: https://about.fb.com/news/2021/04/bringing-social-audio-experiences-to-facebook/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/