EU ຂີດເສັ້ນຕາຍ! ອຸປະກອນອີເລັກໂທຣນິກທຸກຮຸ່ນ ຕ້ອງນຳໃຊ້ສາຍສາກ USB-C ພາຍໃນວັນທີ 28 ທັນວາ 2024 ນີ້

eu-ຂີດເສັ້ນຕາຍ-ອຸປະກອນອີເລັກໂທຣນິກ

ກ່ອນໜ້ານີ້ຫຼາຍຄົນອາດຈະຮູ້ແລ້ວວ່າສະຫະພາບຢູໂຣບ (EU) ແລະ ຄະນະມົນຕີຢູໂຣບໄດ້ອອກກົດໝາຍບັງຄັບໃຫ້ອຸປະກອນອີເລັກໂທຣນິກຕ້ອງໃຊ້ USB-C ທັງໝົດ ຈຶ່ງຈະສາມາດວາງຂາຍໃນສະຫະພາບຢູໂຣບໄດ້ ແລະມະຕິກໍໄດ້ອອກມາເປັນເອກະພາບແລ້ວວ່າກົດໝາຍນີ້ຈະຖືກນຳໃຊ້ຢ່າງແນ່ນອນໃນປີ 2024 ແຕ່ຍັງບໍ່ເປີດເຜີຍວ່າຈະນຳໃຊ້ໃນມື້ໃດ.

eu-ຂີດເສັ້ນຕາຍ-ອຸປະກອນອີເລັກໂທຣນິກ

ຢ່າງໃດກໍຕາມຫຼ້າສຸດນີ້ EU ໄດ້ກຳນົດເສັ້ນຕາຍໃຫ້ຜູ້ຜະລິດອຸປະກອນອີເລັກໂທຣນິກທີ່ຈຳໜ່າຍໃນຢູໂຣບບໍ່ວ່າຈະເປັນໂທລະສັບມືຖື, ແທັບເລັດ, ລໍາໂພງແບບພົກພາ ແລະ ອຸປະກອນອີເລັກໂທຣນິກອື່ນໆ ທີ່ມີການນຳໃຊ້ສາຍສາກ ຈະຕ້ອງປ່ຽນມາໃຊ້ພອດສາຍສາກແບບ USB-C ເຊິ່ງຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 28 ທັນວາ 2024. ທັງນີ້ ຂໍ້ບັງຄັບດັ່ງກ່າວຈະບໍ່ສົ່ງຜົນກະທົບກັບອຸປະກອນທີ່ສາກແບັດແບບໄຮ້ສາຍ.

eu-ຂີດເສັ້ນຕາຍ-ອຸປະກອນອີເລັກໂທຣນິກ

ໂດຍປະເທດສະມາຊິກໃນ EU ຈະມີເວລາກຽມຕົວແລະເຜີຍແຜ່ຂໍ້ບັງຄັບໃຊ້ງານ USB-C ໃນອຸປະກອນອີເລັກໂທຣນິກຈົນຮອດວັນທີ 28 ທັນວາ 2023 ເພາະຫຼັງຈາກນີ້ 1 ປີຈະມີການບັງຄັບໃຊ້ຢ່າງຈິງຈັງ ໂດຍກ່ອນໜ້ານີ້ EU ໄດ້ປະກາດວ່າຈະມີການບັງຄັບໃຊ້ພາຍໃນປີ 2024 ຕາມທີ່ໄດ້ມີການເຜີຍແຜ່ຄໍາປະກາດຢ່າງເປັນທາງການອອກໄປ ສ່ວນຜູ້ຜະລິດອຸປະກອນຄອມພິວເຕີແບບແລັບທັອບ ແມ່ນຍັງມີເວລາກຽມຕົວໃນການພັດທະນາອຸປະກອນໃຫ້ມີພອດສາກແບບ USB-C ໂດຍຈະມີຜົນບັງຄັບໃຊ້ພາຍໃນເດືອນເມສາ 2026. ນອກຈາກນີ້ EU ຍັງໄດ້ກຳນົດໃຫ້ອຸປະກອນທີ່ຮອງຮັບການສາກແບບໄວຈະຕ້ອງມີຄວາມໄວໃນການສາກທີ່ເທົ່າກັບອຸປະກອນທີ່ສາກຮອງຮັບ.

eu-ຂີດເສັ້ນຕາຍ-ອຸປະກອນອີເລັກໂທຣນິກ

ຂໍ້ບັງຄັບໃໝ່ນີ້ອາດສົ່ງຜົນກະທົບກັບ Apple ເຊິ່ງເປັນຜູ້ຜະລິດສະມາດໂຟນລາຍໃຫຍ່ຂອງໂລກຢ່າງຫຼີກເວັ້ນບໍ່ໄດ້ ເພາະ Apple ແມ່ນເຮັດໄດ້ພຽງປະຕິບັດຕາມກົດ ແລະ ເພີ່ມພັອດສາຍສາກ USB-C ໃນໂທລະສັບ iPhone ທີ່ວາງຈໍາໜ່າຍໃນສະຫະພາບຢູໂຣບ (EU)  ແລະ ເນື່ອງດ້ວຍຂໍ້ບັງຂັບນີ້ອາດເຮັດໃຫ້ Apple ຕ້ອງປັບແຜນການໃຊ້ງານພັອດ USB-C ໃຫ້ໄວຂຶ້ນພາຍໃນປີໜ້າ ຈາກກຳນົດເກົ່າທີ່ຈະມີການປັບມາໃຊ້ງານພາຍໃນປີ 2025.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/