ຄິດວ່າມີແຕ່ຫົວ! ແຕ່ເມື່ອຂຸດລົງໄປກໍພົບຕົນຕົວ ທີ່ຮູບຮ່າງໃຫຍ່ມີໜ້າທ້ອງພໍປະມານ “ຮູບປັ້ນຫີນ Moai”

ຄິດວ່າມີແຕ່ຫົວ

ຮູບປັ້ນຫີນ (ໂມອາຍ) Moai ເຊິ່ງເປັນຮູບຮ່າງທີ່ຄ້າຍຄືກັບມະນຸດ ຈະມີແຕ່ເຄິ່ງຫົວທີ່ພົ້ນອອກມາແຕ່ໜ້າດິນ ກະແຈກກະຈາຍຢູ່ຕາມເກາະ Easter Island ປະເທດ ຊີລີ ທີ່ຖືກຄົ້ນພົບຫຼາຍກວ່າ 600 ໂຕ, ນັກບູຮານຄະດີເຊື່ອກັນວ່າ “ໂມອາຍ” ຖືກແກະສະຫຼັກໂດຍຊາວ “ໂປລີນີເຊຍ” ທີ່ອາໄສຢູ່ໃນເກາະແຫ່ງນີ້ ເມື່ອປະມານ 1.000 ກວ່າປີມາແລ້ວ ແລະ ອາດຈະສ້າງຂຶ້ນ ເພື່ອເປັນຕົວແທນເຖິງບັນພະບູລຸດຜູ້ລ່ວງລັບໄປ ແລະ ໃນແຕ່ລະປີ ຈະມີນັກທ່ອງທ່ຽວມາຊົມເກາະແຫ່ງນີ້ເປັນຈຳນວນຫຼວງຫຼາຍ.

ໂດຍປົກກະຕິແລ້ວເທົ່າທີ່ຫຼາຍຄົນຮູ້ ຮູບປັ້ນຈະເຫັນພຽງຫົວ ຫຼື ເຄິ່ງຕົວເປັນສ່ວນຫຼາຍ ແລະ ບໍ່ມີໃຜຮູ້ວ່າສ່ວນທີ່ຢູ່ໃຕ້ດິນມັນມີຫຍັງແນ່ ແລະ ສະພາບທີ່ຖືກຄົ້ນພົບທຳອິດ ບາງຮູບປັ້ນກໍລົ້ມນອນ ຖືກຖິ້ມຮ້າງໄວ້ປຽບດັ່ງຄືວ່າຍັງສ້າງບໍ່ທັນແລ້ວ ບາງຮູບປັ້ນກໍມີໝວກທີ່ສ້າງສຳເລັດແລ້ວ. ການສ້າງໃນສະໄໝກ່ອນ ສະແດງໃຫ້ເຫັນວ່າລົງທຶນລົງແຮງຢ່າງມະຫາສານ.

ຄິດວ່າມີແຕ່ຫົວ

ຈາກທີ່ນັກບູຮານຄະດີ ລົງຂຸດດິນລົງໄປ ເພື່ອສຶກສາສ່ວນຂອງຮ່າງກາຍເພີ່ມຕື່ມ ພົບວ່າມີການແກະສະລັກວົງແຫວນ ແລະ ມີແພມັດທີ່ແອວ ລວມໄປເຖິງສັນຍະລັກອື່ນໆ ອີກຫຼວງຫຼາຍທີ່ບໍ່ມີໃຜເຂົ້າໃຈຄວາມໝາຍຂອງມັນ.

ປັດຈຸບັນ ຮູບປັ້ນ “ໂມອາຍ” ໄດ້ຮັບເລືອກຕັ້ງໃຫ້ເປັນໜຶ່ງໃນມໍລະດົກໂລກ ໂດຍ UNESCO ແລະ ໄດ້ມີການຈັດຕັ້ງອົງກອນຂຶ້ນມາ ເພື່ອສຶກສາເລື່ອງລາວຂອງຮູບປັ້ນນີ້ຢ່າງຈິງຈັງ ປະກອບກັບໃນປີ 1888 ເກາະແຫ່ງນີ້ກໍຖືກລວມເຂົ້າກັບປະເທດຊິລີ ແລະ ມີການສ້າງສະໜາມບິນຂຶ້ນ ເກາະ Easter ຈຶ່ງກາຍເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງໂລກອີກແຫ່ງໜຶ່ງ.

ຄິດວ່າມີແຕ່ຫົວ

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/