ຫວຽດ​ນາມກາຍເປັນຂຸມຊັບ​ໃໝ່​ຂອງ​ບັນ​ດາ​ແບຣນ​ທີ່​ມີ​ຊື່​ສຽງ ດຶງດູດດ້ວຍຄົນຊົນຊັ້ນກາງທີ່ມີກໍາລັງການຊື້ທີ່ເຂັ້ມແຂງ


ບັນດາແບຣນສິນຄ້າສຳລັບເດັກນ້ອຍ, ເຄື່ອງຫຼິ້ນ ແລະ ແຟຊັ່ນຊັ້ນນຳຕ່າງໆ ໄດ້ຫຼັ່ງໄຫຼເຂົ້າມາເປີດຕະຫຼາດ ຫຼື ຂະຫຍາຍຕະຫຼາດໃນຫວຽດນາມຢ່າງຄຶກຄັກ. ໂດຍມີເຫດຜົນຫຼັກໆມາຈາກ ການຂະຫຍາຍຕົວຂອງຊົນຊັ້ນກາງໃນ​ປະ​ເທດ​ທີ່​ມີ​ກໍາ​ລັງ​ການ​ຊື້​ສູງ​ຂຶ້ນ​

ສຳລັບຕົວຢ່າງທີ່ຊັດເຈນແມ່ນໃນທ້າຍອາທິດທີ່ຜ່ານມາ, ມີປະຊາກອນເກືອບ 1,000 ຄົນ ພາກັນລຽນແຖວເພື່ອຊື້ເຄື່ອງຫຼິ້ນທີ່ມີຈໍານວນຈໍາກັດຈາກຮ້ານ Pop Mart ຂອງຈີນທີ່ເປີດຮ້ານທໍາອິດໃນຫວຽດນາມເມື່ອບໍ່ດົນມານີ້. ທ່ານ Jeremy Lee, ຜູ້ຈັດການອາວຸໂສຝ່າຍຂາຍຂອງ Pop Mart ພາກພື້ນອາຊີຕາເວັນອອກສຽງໃຕ້ກ່າວວ່າ “ຫວຽດນາມເປັນຕະຫຼາດທີ່ເຕັມໄປດ້ວຍພະລັງງານ ແລະ ມີສັກກະຍະພາບ”.

ອີງຈາກຂໍ້ມູນຂອງ Savills ​ບໍລິສັດທີ່​ປຶກສາ​ດ້ານ​ອະສັງຫາລິມະ​ຊັບລະບຸວ່າ ນັບ​ແຕ່​ຕົ້ນ​ປີ 2024 ​ເປັນ​ຕົ້ນ​ມາ, ​ໄດ້​ມີ​ການ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ບັນດາແບຣນ​ກາງ ​ແລະ ລະດັບ​ສູງ​ຂອງ​ຕ່າງປະ​ເທດທີ່ທະຍອຍເຂົ້າມາ​ເປີດ​ສະຂາ​ຢູ່ໃນຫວຽດນາມ ​ເຊັ່ນ:

  • Motherswork ແບຣນເນມລະດັບພຣີມຽມຂອງຜະລິດຕະພັນແມ່ ແລະ ເດັກຈາກສິງກະໂປ. ມັນ​ຫາ​ກໍ​ເປີດ​ຮ້ານ​ຄ້າ​ຢູ່​ສູນ​ການ​ຄ້າ​ແຫ່ງ​ໜຶ່ງ​ຢູ່​ນະ​ຄອນ Thủ Đức ຂອງ​ນະ​ຄອນ​ໂຮ່​ຈິ​ມິນ​ເມື່ອ​ເດືອນ​ແລ້ວ​ນີ້.
  • Cartier ແບຣນເຄື່ອງປະດັບຂອງຝຣັ່ງ ແລະ Loewe ແບຣນແຟຊັ່ນຫຼູຫຼາຂອງສະເປນ. ທັງ​ສອງ​ໄດ້​ເປີດ​ສາຂາ​ທຳ​ອິດ​ຢູ່​ຫວຽດນາມ​ໃນ​ຕົ້ນ​ປີ​ນີ້.
  • ແບຣນຟາສແຟຊັ່ນຄື: Muji, H&M ແລະ Uniqlo ກໍມີແຜນທີ່ການຂະຫຍາຍທຸລະກິດໃນຢູ່ຫວຽດນາມເຊັ່ນກັນ.

ປັດໄຈຕົ້ນຕໍທີ່ດຶງດູດໃຫ້ບັນດາແບຣນ​ຕ່າງປະ​ເທດ​ເຂົ້າ​ຕະຫຼາດ​ຫວຽດນາມມີຄື:

  • ການເຕີບໂຕຂອງຕະຫຼາດທີ່ໝັ້ນຄົງ
  • ກໍາລັງຊື້ເພີ່ມຂຶ້ນ ຂອງ​ກຸ່ມ​ຊົນ​ຊັ້ນ​ກາງ
  • ຍອດຂາຍສິນຄ້າ ແລະ ການບໍລິການ​ໃນ​ຂະ​ແໜງ​ການ​ຄ້າ​ປີກ​ເພີ່ມ​ຂຶ້ນ 8,5% ​ໃນ 4 ​ເດືອນທຳອິດຂອງ​ປີ 2024
  • ການ​ຟື້ນ​ຕົວ​ຂອງ​ການ​ທ່ອງ​ທ່ຽວ​ຕ່າງປະເທດເດີນທາງມາຫວຽດນາມແລ້ວ 6,2 ລ້ານ​​ຄົນ​ໃນໄລຍະ 4 ​ເດືອນທຳອິດຂອງ​ປີ 2024, ​ເພີ່ມ​ຂຶ້ນ 68,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ອີງຈາກຂໍ້ມູນຂອງ Knight Frank ບໍລິສັດ​ທີ່​ປຶກສາ​ດ້ານ​ອະສັງຫາລິມະ​ຊັບ​ລະບຸວ່າ ອັດຕາ​ການ​ນຳ​ເຂົ້າ​ສິນຄ້າທີ່ຫຼູຫຼາ​ຂອງ​ຫວຽດນາມເພີ່ມຂຶ້ນຢ່າງຕໍ່ເນື່ອງລະຫວ່າງ 2018-2022

  • ຜະລິດຕະພັນເຊັ່ນເຄື່ອງປະດັບ ແລະ wristwatches ເພີ່ມຂຶ້ນ 8% ຕໍ່ປີ.
  • ຜະລິດຕະພັນລົດເພີ່ມຂຶ້ນ 26% ຕໍ່ປີ.
  • ຜະລິດຕະພັນເຫຼົ້າແວງເພີ່ມຂຶ້ນ 6% ຕໍ່ປີ.

ກະຊວງ​ແຮງ​ງານ, ຄົນ​ພິການ ​ແລະ ສະຫວັດດີ​ການ​ສັງຄົມ​ຫວຽດນາມລາຍງານວ່າ ​ໃນ​ປີ 2023, ກຸ່ມຄົນຊົນ​ຊັ້ນ​ກາງ​ຂອງ​ປະ​ເທດ​ຈະ​ກວມ​ເອົາ 13% ຂອງ​ປະຊາກອນ​ທັງ​ໝົດ ແລະ ມີແນວໂນ້ມທີ່ຈະເຕີບໂຕຂຶ້ນຢ່າງຕໍ່ເນື່ອງ.

New World Wealth ບໍລິສັດຄົ້ນຄວ້າຄວາມຮັ່ງມີ ໄດ້ລະບຸໄວ້ໃນບົດລາຍງານວ່າ ປັດຈຸ​ບັນ, ຫວຽດນາມ​ມີ​ມະຫາ​ເສດຖີ 19.400 ຄົນ ແລະ ຄາດ​ວ່າ​ຈຳນວນ​ນີ້​ຈະ​ເພີ່ມ​ຂຶ້ນ 125% ໃນ​ທົດ​ສະ​ວັດ​​ໜ້າ​, ເຊິ່ງຖືເປັນອັດຕາການເຕີບໂຕທີ່ສູງທີ່​ສຸດ​ໃນ​ໂລກ.

ດ້ວຍ​ປັດ​ໄຈ​ທີ່ກ່າວມາທັງໝົດນີ້, ຈື່ງຄາດ​ວ່າ​ຕະ​ຫຼາດ​ຜະ​ລິດ​ຕະ​ພັນ​ເດັກ​ນ້ອຍ, ຂອງ​ຫຼິ້ນ ແລະ ຜະ​ລິດ​ຕະ​ພັນ​ແຟ​ຊັ່ນພຣີມຽມໃນ​​ຫວຽດ​ນາມຈະຍັງຄົງເຕີບໂຕຢ່າງຕໍ່ເນື່ອງອະນາຄົດ.

ທີ່ມາ:

e.vnexpress.

.linkedin

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/