ປົກເວັບ 21

ສປປ ລາວ ກຽມກ້າວສູ່ການເປັນສູນກາງອຸດສາຫະກຳແຫ່ງໃໝ່ ຫຼັງພາກລັດຈັບມືເອກະຊົນ ເຊັນ MOU ສຶກສາໂຄງການນິຄົມອຸດສາຫະກຳ ວຽງຈັນ-ປາກງື່ມ. ໂຄງການນີ້ຕັ້ງເປົ້າດຶງດູດນັກລົງທຶນ, ສ້າງມູນຄ່າການພັດທະນາກວ່າ 165 ລ້ານໂດລາສະຫະລັດ ແລະ ສ້າງວຽກເຮັດງານທຳເຖິງ 15.000 ຕຳແໜ່ງ ເພື່ອຍົກລະດັບເສດຖະກິດລາວໃຫ້ເຊື່ອມໂຍງເຂົ້າກັບລະບົບຕ່ອງໂສ້ອຸດສາຫະກຳໂລກ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ອັນສຳຄັນນີ້ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 30 ເມສາ 2026 ທີ່ໂຮງແຮມ ລາດຊະວົງ ວັນດາ ວິສຕາ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພະຍານຈາກ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະນຳຂັ້ນສູງຈາກພາກສ່ວນທີ່ກ່ຽວຂ້ອງ.

ການລົງນາມແມ່ນດຳເນີນໂດຍ ທ່ານ ປອ. ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Luo Yuansheng ປະທານບໍລິສັດ ລົງທຶນພັດທະນາ ເຟີງຢາວ ລາວ ຈຳກັດຜູ້ດຽວ ເຊິ່ງການສຶກສາຄວາມເປັນໄປໄດ້ຂອງໂຄງການຈະໃຊ້ເວລາ 18 ເດືອນ ເພື່ອປະເມີນທ່າແຮງການສ້າງນິຄົມອຸດສາຫະກຳຢູ່ເຂດບ້ານດອນໄຮ້ ເມືອງປາກງື່ມ ທີ່ຕັ້ງຢູ່ຈຸດຍຸດທະສາດຕິດກັບເສັ້ນທາງເລກທີ 13 ໃຕ້ ແລະ ໃກ້ຄຽງກັບຈຸດຂົນສົ່ງທາງລົດໄຟຈີນ-ລາວ.

ໂຄງການດັ່ງກ່າວຖືເປັນບາດກ້າວສຳຄັນທີ່ສະທ້ອນໃຫ້ເຫັນເຖິງການຜັນຂະຫຍາຍນະໂຍບາຍຂອງລັດຖະບານຢ່າງເປັນຮູບປະທຳ ໂດຍສະເພາະການຈັດຕັ້ງປະຕິບັດດຳລັດວ່າດ້ວຍນິຄົມອຸດສາຫະກຳສະບັບໃໝ່ ເຊິ່ງໂຄງການນີ້ເປັນໂຄງການທີ 4 ທີ່ໄດ້ເຊັນ MOU ພາຍຫຼັງດຳລັດປະກາດໃຊ້.

ໂຄງການນີ້ເປັນການລົງທຶນຮ່ວມທີ່ນຳໃຊ້ທີ່ດິນຂອງບໍລິສັດເອງໃນເນື້ອທີ່ກວ່າ 71 ເຮັກຕາ ໂດຍມີແຜນຈັດສັນພື້ນທີ່ກໍ່ສ້າງທັງໝົດປະມານ 270.000 ຕາແມັດ ເພື່ອພັດທະນາໃຫ້ກວມເອົາຫຼາຍເຂດສຳຄັນ ເຊັ່ນ: ເຂດຜະລິດບັນຈຸພັນລະດັບພຣີມ້ຽມ, ສາງຂົນສົ່ງສິນຄ້າ, ສູນບໍລິຫານ, ໂຮງງານບຳບັດນໍ້າເສຍ ແລະ ອື່ນໆ. ຫຼັງຈາກສຳເລັດ ຄາດວ່າຈະສາມາດດຶງດູດນັກທຸລະກິດໄດ້ຫຼາຍກວ່າ 100 ບໍລິສັດ ໃຫ້ເຂົ້າມາລົງທຶນໃນຂະແໜງການຕ່າງໆ ອາທິ ອຸດສາຫະກຳປຸງແຕ່ງກະສິກຳ, ຢາປົວພະຍາດ, ເອເລັກໂຕຣນິກ ແລະ ກົນຈັກກະສິກຳ ໂດຍຈະເລີ່ມຕົ້ນປະເດີມດ້ວຍໂຄງການໂຮງງານຜະລິດປຸ໋ຍປະສົມ ເຊິ່ງເປັນກິດຈະການບຸລິມະສິດທີ່ລັດຖະບານລາວໃຫ້ການສົ່ງເສີມຢ່າງຈິງຈັງ.

ທາງດ້ານຜູ້ພັດທະນາໄດ້ເນັ້ນໜັກວ່າ ນິຄົມອຸດສາຫະກຳ ວຽງຈັນ-ປາກງື່ມ ບໍ່ພຽງແຕ່ເປັນສູນກາງການຜະລິດ ແຕ່ຍັງເປັນເວທີອຸດສາຫະກຳສາກົນທີ່ຕັ້ງຢູ່ໃນອາຊຽນ ແລະ ເຊື່ອມຕໍ່ທົ່ວໂລກ ພາຍໃຕ້ຍຸດທະສາດໜຶ່ງແລວທາງໜຶ່ງເສັ້ນທາງ. ໂຄງການດັ່ງກ່າວຈະຊ່ວຍຍົກລະດັບຂະແໜງການຜະລິດຂອງລາວໃຫ້ທັນສະໄໝ ຜ່ານການຖ່າຍທອດເຕັກໂນໂລຊີ ແລະ ການຍົກລະດັບທັກສະສີມືແຮງງານ ເຊິ່ງຈະກາຍເປັນກຳລັງຂັບເຄື່ອນທີ່ສຳຄັນໃນການກະຕຸ້ນເສດຖະກິດຂອງປະເທດຢ່າງແຂງແຮງ, ສ້າງປະຕູເປີດສູ່ໂລກພາຍນອກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນໃຫ້ດີຂຶ້ນ ແລະ ກາຍເປັນຕົວແບບຂອງການຮ່ວມມືລະດັບສາກົນທີ່ສ້າງຜົນປະໂຫຍດຮ່ວມກັນໃນລະດັບພາກພື້ນຢ່າງຍືນຍົງຕໍ່ໄປ.

#ນິຄົມອຸດສາຫະກຳວຽງຈັນປາກງື່ມ #ກະຊວງອຸດສາຫະກຳແລະການຄ້າ #ເສດຖະກິດລາວ #ການລົງທຶນພາກເອກະຊົນ #ອຸດສາຫະກຳທັນສະໄໝ #ຂ່າວເສດຖະກິດລາວ #VientianePakngumIndustrialPark

Comments are disabled