ປົກເວັບ 22

ເສດຖະກິດລາວປີ 2026-2027 ສໍ່ແວວເຕີບໂຕ 5% ຈາກແຮງໜູນການສົ່ງອອກ ແລະ ພະລັງງານ ແຕ່ຍັງພາດເປົ້າ 6% ຕໍ່ປີ ຂອງລັດຖບານ ເຊິ່ງຮຽກຮ້ອງໃຫ້ຝ່າຍບໍລິຫານຕ້ອງເລັ່ງອອກມາດຕະການກະຕຸ້ນການຜະລິດດ່ວນ ເພື່ອປ້ອງກັນການຊະລໍຕົວ.

ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເປີດເຜີຍການຄາດຄະເນທ່າອ່ຽງເສດຖະກິດມະຫາພາກຂອງ ສປປ ລາວ ໂດຍຊີ້ໃຫ້ເຫັນວ່າ ເຖິງແຮງກະທົບຈາກປັດໄຈພາຍນອກຈະມີສູງ ແຕ່ເສດຖະກິດພາຍໃນປະເທດຍັງຄົງສາມາດຮັກສາຈັງຫວະການຂະຫຍາຍຕົວໄວ້ໄດ້ໃນລະດັບ 5.0% ສຳລັບປີ 2026 ແລະ 2027.

ການເຕີບໂຕດັ່ງກ່າວແມ່ນໄດ້ຮັບແຮງຍູ້ດັນຫຼັກຈາກຄວາມຕ້ອງການຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດທີ່ເພີ່ມສູງຂຶ້ນ ໂດຍສະເພາະຂະແໜງການສົ່ງອອກກະສິກຳທີ່ນັບມື້ຂະຫຍາຍຕົວໄປຕາມທິດທາງການຟື້ນຕົວຂອງເສດຖະກິດໂລກ ແລະ ພາກພື້ນ. 

ພ້ອມດຽວກັນນີ້ ຂະແໜງພະລັງງານໄຟຟ້າ ແລະ ບໍ່ແຮ່ ຍັງຄົງເປັນເສົາຄ້ຳສຳຄັນທີ່ດຶງດູດເມັດເງິນລົງທຶນຢ່າງຕໍ່ເນື່ອງ ໂດຍໄດ້ຮັບອານິສົງຈາກລາຄາແຮ່ທາດໃນຕະຫຼາດໂລກທີ່ຍັງຄົງຊົງຕົວຢູ່ໃນລະດັບສູງ. 

ນອກຈາກນີ້ ຂະແໜງການກໍ່ສ້າງຍັງມີບົດບາດສຳຄັນຜ່ານໂຄງການພັດທະນາ ແລະ ສ້ອມແປງພື້ນຖານໂຄງລ່າງດ້ານຄົມມະນາຄົມຂົນສົ່ງ ໃນຂະນະທີ່ຂະແໜງການບໍລິການຄາດວ່າຈະເຕີບໂຕໂດດເດັ່ນກວ່າ 5% ຍ້ອນໄດ້ຮັບແຮງໜູນຈາກການປະຕິຮູບໂຄງສ້າງເງິນເດືອນຂອງພາກລັດ ເຊິ່ງຊ່ວຍກະຕຸ້ນກຳລັງຊື້ຂອງຄົວເຮືອນ ແລະ ການຊົມໃຊ້ພາຍໃນປະເທດໃຫ້ຄຶກຄັກຂຶ້ນ ບວກກັບການຟື້ນຕົວຢ່າງຕໍ່ເນື່ອງຂອງອຸດສາຫະກຳການທ່ອງທ່ຽວ.

ເຖິງຢ່າງໃດກໍຕາມ ເມື່ອຫັນມາເບິ່ງເປົ້າໝາຍລະດັບຊາດແລ້ວ ຕົວເລກການເຕີບໂຕ 5.0% ຍັງຖືວ່າເປັນສິ່ງທ້າທາຍ ແລະ ຍັງບໍ່ສາມາດຕອບໂຈດຄວາມມຸ່ງຫວັງອັນສູງສຸດໄດ້. ອີງຕາມມະຕິສະພາແຫ່ງຊາດ ແລະ ລັດຖະບານ ທີ່ໄດ້ກຳນົດຄາດໝາຍສູ້ຊົນໃຫ້ເສດຖະກິດແຫ່ງຊາດຕ້ອງຂະຫຍາຍຕົວໃນລະດັບ 6% ຂຶ້ນໄປ.

ຄວາມແຕກໂຕນລະຫວ່າງການຄາດຄະເນ ແລະ ເປົ້າໝາຍຕົວຈິງນີ້ ໄດ້ກາຍເປັນສັນຍານເຕືອນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ເລັ່ງທົບທວນຍຸດທະສາດການເຮັດວຽກຂອງຕົນຄືນໃໝ່. ຖ້າຫາກຕ້ອງການຍູ້ດັນໃຫ້ຕົວເລກ GDP ກ້າວໄປເຖິງຈຸດທີ່ສະພາແຫ່ງຊາດກຳນົດໄວ້ ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຈຳເປັນຕ້ອງໄດ້ມີການອອກມາດຕະການ ແລະ ນະໂຍບາຍກະຕຸ້ນເສດຖະກິດແບບສະເພາະເຈາະຈົງພາຍໃນປີ 2026 ນີ້ຢ່າງຮີບດ່ວນ ເພື່ອຍູ້ແຮງຂະບວນການຜະລິດ ແລະ ການບໍລິການໃຫ້ສາມາດສ້າງມູນຄ່າເພີ່ມໄດ້ສູງກວ່າທີ່ເປັນຢູ່ ຮັບປະກັນບໍ່ໃຫ້ເສດຖະກິດຂອງຊາດຕ້ອງຕົກຢູ່ໃນພາວະຊະລໍຕົວ.

#LaoXperts #ເສດຖະກິດລາວ #GDPລາວ2026 #ສະພາແຫ່ງຊາດ #ການຄ້າການລົງທຶນ #ການເຕີບໂຕທາງເສດຖະກິດ

Comments are disabled