ປົກເວັບ 23

ຫວຽດນາມເດີນໝາກສຳຄັນໃນເວທີໂລກ ປະກາດສ້າງຕັ້ງສູນກາງການເງິນສາກົນ (VIFC) ທີ່ນະຄອນໂຮ່ຈີມິນ ແລະ ດານັງ ເຊິ່ງເປັນການປະຕິຮູບສະຖາບັນຄັ້ງໃຫຍ່ເພື່ອຫຼຸດພົ້ນຈາກກັບດັກລາຍໄດ້ປານກາງ. ເປົ້າໝາຍຫຼັກຄືການປ່ຽນຜ່ານຈາກຖານການຜະລິດໄປສູ່ສູນກາງການຄຸ້ມຄອງທຶນ ແລະ ບໍລິການມູນຄ່າສູງ ທີ່ຈະສົ່ງຜົນໃຫ້ຫວຽດນາມກາຍເປັນຜູ້ຮ່ວມກຳນົດກົດເກນໃໝ່ໃນລະບົບການເງິນໂລກ. ຕາມການລາຍງານຂອງ Vietnamnews

ການເຄື່ອນໄຫວນີ້ໄດ້ຮັບການຮັບຮອງຈາກສະພາແຫ່ງຊາດຜ່ານມະຕິເລກທີ 222/2025/QH15 ທີ່ເປີດທາງໃຫ້ແກ່ກົນໄກພິເສດທາງດ້ານພາສີ, ການລົງທຶນ ແລະ ວີຊາສຳລັບຊ່ຽວຊານ ເຊິ່ງເປັນສັນຍານຊັດເຈນວ່າຫວຽດນາມພວມລົງມືສ້າງກອບນິຕິກຳທີ່ສາມາດແຂ່ງຂັນໄດ້ຈິງ. 

ທ່ານ ໂດ້ ເຢຍ ຖັງ (Đỗ Gia Thắng) ຜູ້ຊ່ຽວຊານ ແລະ ເລຂາທິການສະມາຄົມທຸລະກິດຫວຽດນາມໃນອົດສະຕຣາລີ ລະບຸວ່າ ສູນກາງແຫ່ງນີ້ຈະເປັນເໝືອນຫ້ອງທົດລອງທາງສະຖາບັນ ເພື່ອທົດສອບກົນໄກໃໝ່ໆ ກ່ອນຈະຂະຫຍາຍໄປທົ່ວປະເທດ. 

ໃນຍຸກທີ່ລະບຽບການເງິນໂລກກຳລັງຖືກປ່ຽນແປງດ້ວຍປັນຍາປະດິດ (AI), ບລັອກເຊນ ແລະ ການເງິນສີຂຽວ ຫວຽດນາມຈຳເປັນຕ້ອງກ້າວຂຶ້ນມາມີບົດບາດ ຫາກບໍ່ຕ້ອງການຖືກຫຼຸດຄວາມສຳຄັນໃຫ້ເຫຼືອພຽງຜູ້ສະໜອງແຮງງານລາຄາຖືກໃນຕ່ອງໂສ້ມູນຄ່າໂລກ.

ສິ່ງທີ່ເຮັດໃຫ້ຫວຽດນາມໄດ້ປຽບກວ່າສູນກາງການເງິນແບບດັ້ງເດີມອື່ນໆ ຄືທີ່ຕັ້ງທາງພູມສາດການເມືອງ ແລະ ການເຊື່ອມໂຍງຜ່ານສັນຍາການຄ້າເສລີ (FTA) ເຖິງ 17 ສະບັບ. ພ້ອມດຽວກັນນັ້ນ ການນຳໃຊ້ໂມເດວ “ໜຶ່ງສູນກາງ-ສອງຈຸດໝາຍ” ໂດຍໃຫ້ນະຄອນໂຮ່ຈີມິນເປັນສູນກາງລວມທີ່ເຊື່ອມຈອດກັບເຂດການຄ້າເສລີ ສ່ວນດານັງເນັ້ນໜັກໃສ່ນະວັດຕະກຳ ແລະ ຟິນເທັກ ໄດ້ສ້າງໂຄງສ້າງທີ່ເກື້ອກູນກັນຢ່າງລົງຕົວ ໂດຍບໍ່ຈຳເປັນຕ້ອງຮຽນແບບໃຜ. ຍິ່ງໄປກວ່ານັ້ນ ການສ້າງລະບົບນິເວດ “ທ່າເຮືອ-ການບິນ-ການເງິນ” ຕາມແນວເສັ້ນທາງ ທູຖຽມ-ລອງແທັງ-ກ໋າຍແມັບ ຍັງຈະຊ່ວຍເພີ່ມປະສິດທິພາບການໄຫຼວຽນຂອງທຶນ, ສິນຄ້າ ແລະ ບຸກຄະລາກອນ ສ້າງແຮງດຶງດູດມະຫາສານໃຫ້ສະຖາບັນການເງິນ ແລະ ນັກລົງທຶນຕ່າງຊາດຫຼັ່ງໄຫຼເຂົ້າມາ.

ເຖິງຢ່າງໃດກໍຕາມ ຄວາມທ້າທາຍໃຫຍ່ທີ່ສຸດຂອງຫວຽດນາມບໍ່ແມ່ນໂຄງລ່າງພື້ນຖານ ແຕ່ແມ່ນການສ້າງຄວາມໄວ້ເນື້ອເຊື່ອໃຈ ເພາະຄວາມເຊື່ອໝັ້ນຂອງນັກລົງທຶນຕໍ່ລະບົບກົດໝາຍ ແລະ ຍຸຕິທຳຕ້ອງໃຊ້ເວລາໃນການພິສູດ.

ປັດຈຸບັນ ກອບກົດໝາຍລວມຍັງຄົງຕິດຂັດກັບແນວຄິດການຄຸ້ມຄອງແບບເກົ່າ ແລະ ຍັງບໍ່ສອດຄ່ອງກັບມາດຕະຖານສາກົນໃນຫຼາຍດ້ານທີ່ຊັບຊ້ອນ ເຊັ່ນ: ການປະກັນໄພທາງທະເລ ຫຼື ຜະລິດຕະພັນທາງການເງິນອະນຸພັນ. 

ນອກຈາກນີ້ ການຂາດແຄນບຸກຄະລາກອນຄຸນນະພາບສູງ ແລະ ຄວາມຊໍ້າຊ້ອນໃນການຄຸ້ມຄອງລະຫວ່າງກະຊວງຕ່າງໆ ກໍອາດເຮັດໃຫ້ການຕັດສິນໃຈຊັກຊ້າ ເຊິ່ງລ້ວນແຕ່ເປັນອຸປະສັກທີ່ຕ້ອງຮີບຮ້ອນແກ້ໄຂຢ່າງເປັນລະບົບ ເພື່ອສ້າງຄວາມໝັ້ນໃຈໃຫ້ນັກລົງທຶນລາຍໃຫຍ່ໃນການຍ້າຍຖານປະຕິບັດການຫຼັກເຂົ້າມາໃນປະເທດ.

ເພື່ອຍາດແຍ່ງໂອກາດທອງໃນຈັງຫວະທີ່ຫວຽດນາມກຳລັງກ້າວເຂົ້າສູ່ຮອບວຽນການເຕີບໂຕໃໝ່ ຜູ້ຊ່ຽວຊານໄດ້ເນັ້ນຢໍ້າເຖິງຄວາມສຳຄັນຂອງການສ້າງສະພາບແວດລ້ອມທົດລອງ (Sandbox) ສຳລັບໂມເດວການເງິນໃໝ່, ການຍົກລະດັບການປົກປ້ອງນັກລົງທຶນຕາມມາດຕະຖານສາກົນ ແລະ ການດຶງດູດຜູ້ຊ່ຽວຊານລະດັບໂລກ. 

ດ້ວຍນະໂຍບາຍທີ່ເໝາະສົມ ແລະ ຄວາມກ້າຫານໃນການທະລຸທະລວງຂໍ້ຈຳກັດທາງສະຖາບັນ ຫວຽດນາມຈຶ່ງມີສັກກະຍະພາບເຕັມປ່ຽມທີ່ຈະກ້າວຂຶ້ນເປັນສູນກາງດ້ານການບິນ-ການເງິນ-ການເດີນເຮືອແຖວໜ້າຂອງພາກພື້ນໃນອະນາຄົດອັນໃກ້ນີ້.

#LaoXperts #VIFC #VietnamEconomy #InternationalFinanceCenter #EconomicReform #ASEANFinance #BusinessNews

Comments are disabled