Danielle NewJeans ໄດ້ພາກສຽງເປັນ Ariel ໃນ The Little Mermaid


ອີກໜຶ່ງກາຕູນໃນຕຳນານ ແລະ ເປັນກະແສເວົ້າກັນໃນໂລກອອນລາຍແບບບໍ່ມີພັກ ເຊື່ອວ່າເປັນກາຕູນໃນດວງໃຈຂອງໃຜຫຼາຍໆຄົນ ກໍຄົງໜີບໍ່ພົ້ນກັບເລື່ອງ The Little Mermaid ກາຕູນສຸດໂດ່ງດັງໃນປີ 1989 ຈາກຄ້າຍກາຕູນຊື່ດັງຄ້າຍ Disney ທີ່ຖືກດັດແປງມາເປັນສະບັບຄົນສະແດງ ທີ່ກຳລັງອອກສາຍໃນໄວໆນີ້.

ຕາມທຳນຽມຂອງ Disney ຈະຕ້ອງມີການຄັດຄົນມາພາກສຽງຂອງແຕ່ປະເທດ ໂດຍກ່ອນໜ້ານີ້ ທາງ Disney Korea ໄດ້ອອກມາລົງຮູບຂອງເງົາຄົນພ້ອມຄຳໃບ້ຂອງຜູ້ທີ່ຈະໄດ້ຮັບບົດບາດໃນການພາກສຽງເປັນ Ariel ໃນ The Little Mermaid ເຊິ່ງພາບເງົາດັ່ງກ່າວກໍຄ້າຍກັບເງົາຂອງ Danielle NewJeans ເຮັດໃຫ້ແຟນໆຫຼາຍຄົນຕ່າງກໍຄາດເດົາກັນໄປວ່ານີ້ແມ່ນ Danielle ຢ່າງແນ່ນອນ.

ຫຼ້າສຸດເປັນທີ່ຢືນຢັນກັນແລ້ວວ່າ Danielle ຈາກວົງ NewJeans ຈະມາຮັບບົດບາດຄັ້ງໃຫຍ່ໃນການພາກສຽງເປັນ Ariel ໃນ The Little Mermaid ໃນສະບັບຄົນສະແດງ ພ້ອມກັບການຮ້ອງເພງປະກອບທີ່ຕິດຫູຢ່າງ  Part of Your World ນຳພ້ອມ. ນີ້ເປັນການຕອກຢ້ຳອີກໜຶ່ງຄວາມສຳເລັດຂອງ Danielle ນັກຮ້ອງນຳຈາກ NewJeans ງານນີ້ເຮັດໃຫ້ເຫຼົ່າ Bunnies ທັງໃນເກົາຫຼີໃຕ້ ແລະ ຕ່າງປະເທດຕ່າງກໍດີໃຈທີ່ຈະໄດ້ຟັງສຽງໃສໆຂອງ Danielle. ສຳລັບຮູບເງົາ The Little Mermaid ມີກຳນົດສາຍໃນປະເທດເກົາຫຼີໃຕ້ໃນຕົ້ນເດືອນພຶດສະພານີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/