ຜົ້ງສາລີ ເປີດວິໄສທັດ 2030 ພິກໂສມໜ້າແຂວງພູດອຍ ສູ່ສູນກາງເສດຖະກິດຊາຍແດນ ແລະ ທາງຜ່ານຍຸດທະສາດ
ແຂວງຜົ້ງສາລີ ປະກາດວິໄສທັດຮອດປີ 2030 ມຸ່ງພິກໂສມໜ້າຈາກແຂວງພູດອຍສູ່ການເປັນສູນກາງການຄ້າ ແລະ ທາງຜ່ານຍຸດທະສາດເຊື່ອມຈອດ ລາວ-ຈີນ-ຫວຽດນາມ ໂດຍຕັ້ງເປົ້າດັນຈີດີພີໂຕ 5,5% ແລະ ຍົກລາຍຮັບຕໍ່ຫົວຄົນທະລຸ 3.000 ໂດລາ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງຍືນຍົງ.
ຕາມການລາຍງານຂອງ ໜັງສືພີມ ປະຊາຊົນ, ພາຍໃຕ້ແຜນຍຸດທະສາດການພັດທະນາໄລຍະປີ 2026-2030 ແຂວງຜົ້ງສາລີໄດ້ວາງທິດທາງຫັນປ່ຽນໂຄງສ້າງເສດຖະກິດຢ່າງຮອບດ້ານ ໂດຍດຶງເອົາທ່າແຮງບົ່ມຊ້ອນທີ່ເປັນເອກະລັກມາເປັນຈຸດຂາຍ. ໃນນັ້ນ ໄດ້ສຸມໃສ່ຍົກລະດັບການປູກພືດອຸດສາຫະກຳເພື່ອການສົ່ງອອກ ເປັນຕົ້ນແມ່ນຢາງພາລາ, ກາເຟ ແລະ ໂດຍສະເພາະການສ້າງມູນຄ່າເພີ່ມໃຫ້ແກ່ຕົ້ນຊາມໍລະດົກອາຍຸ 400 ປີ ຄວບຄູ່ໄປກັບການນຳໃຊ້ປະໂຫຍດຈາກພູມອາກາດເຢັນເທິງພູສູງ ເພື່ອຊຸກຍູ້ການລ້ຽງງົວ-ຄວາຍເປັນສິນຄ້າສົ່ງອອກຕອບສະໜອງຕະຫຼາດໃຫຍ່ໃນຈີນ ແລະ ຫວຽດນາມ.
ພ້ອມດຽວກັນນັ້ນ, ທາງແຂວງຍັງກຽມພ້ອມນຳໃຊ້ທຶນທາງວັດທະນະທຳອັນອຸດົມສົມບູນຂອງ 15 ຊົນເຜົ່າ ປະສານເຂົ້າກັບແຫຼ່ງທ່ອງທ່ຽວທາງທຳມະຊາດ ເພື່ອດຶງດູດນັກທ່ອງທ່ຽວທີ່ເຊື່ອມໂຍງມາຈາກເສັ້ນທາງລົດໄຟລາວ-ຈີນ.
ນອກຈາກທ່າແຮງດ້ານກະສິກຳ ແລະ ການທ່ອງທ່ຽວແລ້ວ, ບາດກ້າວທີ່ສຳຄັນທີ່ສຸດແມ່ນການປັ້ນແຂວງຜົ້ງສາລີໃຫ້ກາຍເປັນສູນກາງບໍລິການທາງຜ່ານລະດັບພາກພື້ນ.
ທາງແຂວງໄດ້ວາງແຜນພັດທະນາແລວທາງຂົນສົ່ງທັງສາຍຕັ້ງຈາກດ່ານສາກົນລານຕຸ້ຍລົງສູ່ຫຼວງພະບາງ ແລະ ແລວສາຍຂວາງທີ່ເຊື່ອມຈາກປະເທດໄທຜ່ານພາກເໜືອຂອງລາວອອກສູ່ຫວຽດນາມ ເຊິ່ງຈະເຮັດໃຫ້ເກີດການຂະຫຍາຍຕົວຂອງທຸລະກິດຈຸດພັກລົດ, ການບໍລິການ ແລະ ໂລຈິສຕິກ.
ເພື່ອຮອງຮັບການຂະຫຍາຍຕົວດັ່ງກ່າວ, ຍັງມີການກຳນົດສ້າງເຂດເສດຖະກິດພິເສດຂຶ້ນຢູ່ຈຸດຍຸດທະສາດສຳຄັນ ເຊັ່ນ: ດ່ານສາກົນລານຕຸ້ຍ, ດ່ານສາກົນປາງຫົກ ແລະ ບໍລິເວນຊາຍແດນ 3 ແຈ ລາວ-ຈີນ-ຫວຽດນາມ ເພື່ອດຶງດູດເມັດເງິນລົງທຶນ ແລະ ການຄ້າຈາກສາກົນ.
ເພື່ອບັນລຸເປົ້າໝາຍອັນທ້າທາຍໃນການສ້າງມູນຄ່າຈີດີພີໃຫ້ໄດ້ເຖິງ 56.510 ຕື້ກີບໃນປີ 2030, ແຂວງຜົ້ງສາລີຈຳເປັນຕ້ອງລະດົມທຶນໃຫ້ໄດ້ປະມານ 5.943 ຕື້ກີບ.
ຍຸດທະສາດຫຼັກແມ່ນການເປີດປະຕູຮັບການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຊິ່ງຄາດວ່າຈະກວມເອົາເຖິງ 53% ຂອງແຫຼ່ງທຶນທັງໝົດ. ການຫັນປ່ຽນຄັ້ງນີ້ ຈະເຮັດໃຫ້ຂະແໜງບໍລິການ ແລະ ອຸດສາຫະກຳກາຍເປັນເຄື່ອງຈັກສຳຄັນທີ່ຂັບເຄື່ອນເສດຖະກິດຂອງແຂວງ ແທນທີ່ການເພິ່ງພາກະສິກຳພຽງຢ່າງດຽວ ເຊິ່ງຈະຊຸກຍູ້ໃຫ້ຜົ້ງສາລີກ້າວຂຶ້ນເປັນແຂວງທີ່ມີເສດຖະກິດເອກະລາດ, ເຕີບໂຕຕາມທິດສີຂຽວ ແລະ ຍືນຍົງໃນອະນາຄົດ.
#LaoXperts #Phongsaly2030 #ເສດຖະກິດລາວ #ເຂດເສດຖະກິດພິເສດ #ການຄ້າຊາຍແດນ #ຜົ້ງສາລີ #ວິໄສທັດ2030


