ນະຄອນຫຼວງວຽງຈັນ ພັດທະນາເສັ້ນທາງການທ່ອງທ່ຽວໃໝ່ ຊຸກຍູ້ໃຫ້ນັກທ່ອງທ່ຽວພັກເຊົາດົນຂຶ້ນ
ນະຄອນຫຼວງວຽງຈັນ ພວມພັດທະນາເສັ້ນທາງການທ່ອງທ່ຽວໃໝ່ ເພື່ອຊຸກຍູ້ໃຫ້ນັກທ່ອງທ່ຽວພັກເຊົາດົນຂຶ້ນ, ສຳຫຼວດນອກເໜືອຈາກສະຖານທີ່ທ່ອງທ່ຽວຫຼັກ ແລະ ໃຊ້ຈ່າຍໃນຕົວເມືອງໃຫ້ຫຼາຍຂຶ້ນ.
ກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບທີ່ປຶກສາຈາກອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ນຳສະເໜີແນວຄວາມຄິດກ່ຽວກັບເສັ້ນທາງການທ່ອງທ່ຽວ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການເສີມສ້າງຄວາມດຶງດູດຂອງນະຄອນຫຼວງ.
ແນວຄວາມຄິດດັ່ງກ່າວ ແນໃສ່ຂະຫຍາຍໄລຍະເວລາການພັກເຊົາສະເລ່ຍຂອງນັກທ່ອງທ່ຽວ ຈາກປະຈຸບັນ 1-2 ຄືນ ໂດຍການສະເໜີປະສົບການທີ່ຫຼາກຫຼາຍຫຼາຍຂຶ້ນ ທັງໃນໄລຍະກາງເວັນ ແລະ ກາງຄືນ.
ໂດຍເນັ້ນໃສ່ “ການທ່ອງທ່ຽວແບບຊ້າໆ ແລະ ມໍລະດົກທາງວັດທະນະທຳ”, ຍົກໃຫ້ເຫັນເຖິງລັກສະນະທີ່ງຽບສະຫງົບຂອງວຽງຈັນ, ອາຄານປະຫວັດສາດ, ວັດວາອາຮາມ, ວິຖີຊີວິດລຽບແຄມຂອງ ແລະ ຊີວິດປະຈຳວັນຂອງຊຸມຊົນ.
ແທນທີ່ຈະເນັ້ນໃສ່ພຽງແຕ່ສະຖານທີ່ສຳຄັນແຫ່ງຕ່າງໆ, ເສັ້ນທາງທີ່ສະເໜີມານີ້ ຈະພານັກທ່ອງທ່ຽວໄປສູ່ຖະໜົນຫົນທາງທີ່ຍັງບໍ່ທັນໄດ້ຮັບການສຳຫຼວດຫຼາຍປານໃດ, ເຮືອນຕໍ່າຫູກ, ຮ້ານກາເຟ, ສວນ ແລະ ຊຸມຊົນຕ່າງໆ.
ເສັ້ນທາງພາຍໃນຕົວເມືອງລວມມີ ເສັ້ນທາງມໍລະດົກທາງສາສະໜາ ທີ່ກວມເອົາພຣະທາດຫຼວງ, ທາດດຳ ແລະ ວັດປະຫວັດສາດຫຼາຍແຫ່ງ ເຊັ່ນ: ວັດອິນແປງ, ວັດອົງຕື້, ວັດສີສະເກດ ແລະ ວັດສີເມືອງ.
ເສັ້ນທາງເອກະລັກແຫ່ງຊາດ ຈະເຊື່ອມຕໍ່ ຫໍພິພິທະພັນແຫ່ງຊາດ, ຫໍພິພິທະພັນ ໄກສອນ ພົມວິຫານ, ຫໍພິພິທະພັນກອງທັບ, ປະຕູໄຊ, ຫໍຄຳ (ທຳນຽບປະທານປະເທດ) ແລະ ສູນການຮ່ວມມືເຄື່ອງອຸປະຖໍາ ແລະ ຂາທຽມ (COPE).
ອີກເສັ້ນທາງໜຶ່ງຈະເນັ້ນໃສ່ແມ່ນ້ຳຂອງ ເຊິ່ງລວມມີ ສວນນ້ຳພຸ, ຕະຫຼາດກາງຄືນ, ທາງຍ່າງລຽບແຄມຂອງ ແລະ ສວນດອນຈັນ.
ເສັ້ນທາງວັດທະນະທຳທີ່ສ້າງສັນ ແລະ ມີຊີວິດຊີວາ ຈະວາງສະແດງສິລະປະ ແລະ ຫັດຖະກຳຂອງລາວ ຜ່ານຫໍພິພິທະພັນສິລະປະລາວ, ຫໍພິພິທະພັນແຜ່ນແພລາວ, ເຮືອນຕ່ຳຫູກຜ້າໄໝ ລວມເຖິງຮ້ານກາເຟ ແລະ ພື້ນທີ່ສິລະປະຕ່າງໆ.
ແຜນການນີ້ຍັງເບິ່ງກວ້າງອອກໄປນອກເໜືອຈາກໃຈກາງນະຄອນຫຼວງວຽງຈັນອີກດ້ວຍ.
ຢູ່ເມືອງສັງທອງ, ນັກທ່ອງທ່ຽວສາມາດສຳຫຼວດເກາະດອນຊິງຊູ້, ວັດອ່າງໃຫຍ່ ແລະ ເຂດສະຫງວນແຫ່ງຊາດພູພະນັງ.
ເສັ້ນທາງທີ່ສະເໜີໃນເມືອງຫາດຊາຍຟອງ ຈະປະສົມປະສານສະຖານທີ່ທາງປະຫວັດສາດ ແລະ ບູຮານຄະດີ ເຂົ້າກັບສວນຜັກ, ສວນໝາກໄມ້ ແລະ ສະຖານທີ່ພັກຜ່ອນຫຍ່ອນໃຈ.
ຢູ່ເມືອງປາກງື່ມ, ນັກທ່ອງທ່ຽວສາມາດໄປຊົມຈຸດຊົມປານ້ຳປ່ຽນ, ຫໍພິພິທະພັນຊີວະນາໆພັນນ້ຳປ່ຽນ, ວັດທ່າຊ້າງ ແລະ ຈຸດຊົມວິວຜາຈອມ, ພ້ອມທັງສຳຜັດກັບການເຮັດກະສິກຳອິນຊີ ແລະ ຫັດຖະກຳຕາແຫຼວ.
ກິດຈະກຳຍາມກາງຄືນ ກໍເປັນອີກພາກສ່ວນໜຶ່ງທີ່ສຳຄັນຂອງແນວຄວາມຄິດນີ້.
ແຜນການດັ່ງກ່າວໄດ້ສະເໜີໃຫ້ມີການສະແດງໃນຍາມຄໍ່າຄືນ ທີ່ຫໍວັດທະນະທຳແຫ່ງຊາດ ແລະ ໂຮງກາຍຍະສິນແຫ່ງຊາດ, ຕະຫຼອດຮອດກິດຈະກຳຕ່າງໆລຽບຕາມແຄມແມ່ນ້ຳຂອງ.
ກິດຈະກຳເຫຼົ່ານີ້ຈະເຮັດໃຫ້ນັກທ່ອງທ່ຽວມີເຫດຜົນຫຼາຍຂຶ້ນໃນການພັກເຊົາຢູ່ຕໍ່ໃນນະຄອນຫຼວງ ຫຼັງຈາກການທ່ຽວຊົມໃນຕອນກາງເວັນຕາມປົກກະຕິ, ໃນຂະນະດຽວກັນກໍເປັນການສ້າງໂອກາດຫຼາຍຂຶ້ນໃຫ້ແກ່ພາກທຸລະກິດ ແລະ ຊຸມຊົນ ໃນການສ້າງລາຍຮັບຈາກການທ່ອງທ່ຽວ.
ແນວຄວາມຄິດດັ່ງກ່າວ ຍັງມີການນຳສະເໜີ “ໜັງສືເດີນທາງນະຄອນຫຼວງວຽງຈັນ (Vientiane City Passport)” ເພື່ອໃຫ້ນັກທ່ອງທ່ຽວສາມາດສະສົມກາປະທັບຕາມສະຖານທີ່ທ່ອງທ່ຽວຕ່າງໆ ແລະ “ບັດວຽງຈັນ (Vientiane Pass)” ເຊິ່ງເປັນປີ້ດຽວທີ່ສາມາດເຂົ້າຊົມສະຖານທີ່ທ່ອງທ່ຽວໄດ້ຫຼາຍແຫ່ງ.
ລາຍຮັບຈາກບັດດັ່ງກ່າວ ຍັງສາມາດນຳໄປສະໜັບສະໜູນການອະນຸລັກສະຖານທີ່ມໍລະດົກຕ່າງໆໄດ້ອີກດ້ວຍ.
ບໍລິການທາງດ້ານດິຈິຕອນ ແມ່ນອີກພາກສ່ວນໜຶ່ງຂອງແຜນການນີ້. ປ້າຍບອກທາງ, ລະຫັດ QR, ຂໍ້ມູນທາງປະຫວັດສາດ ແລະ ສຽງແນະນຳຫຼາຍພາສາ ຈະຊ່ວຍໃຫ້ນັກທ່ອງທ່ຽວໄດ້ຮຽນຮູ້ກ່ຽວກັບສະຖານທີ່ທ່ອງທ່ຽວ ໃນຂະນະທີ່ສຳຫຼວດຕົວເມືອງດ້ວຍຕົນເອງ.
ແນວຄວາມຄິດດັ່ງກ່າວຍັງສົ່ງເສີມການທ່ອງທ່ຽວສີຂຽວ ໂດຍຜ່ານການຫຼຸດຜ່ອນການນຳໃຊ້ຖົງຢາງປລາສຕິກ, ການຄຸ້ມຄອງບໍລິເວນວັດວາອາຮາມໃຫ້ດີຂຶ້ນ ແລະ ການຝຶກອົບຮົມທັກສະໃຫ້ແກ່ພະນັກງານນຳທ່ຽວ ແລະ ສະມາຊິກຜູ້ອາວຸໂສໃນຊຸມຊົນ.
ເປົ້າໝາຍທີ່ກວ້າງກວ່ານັ້ນຄື ການເຮັດໃຫ້ນະຄອນຫຼວງວຽງຈັນເປັນຫຼາຍກວ່າພຽງແຕ່ຈຸດແວ່ພັກສັ້ນໆໃນການເດີນທາງໃນພາກພື້ນ.
ດ້ວຍການປະສົມປະສານມໍລະດົກ, ອາຫານ, ຫັດຖະກຳ, ແມ່ນ້ຳຂອງ ແລະ ວິຖີຊີວິດຊຸມຊົນ ເຂົ້າກັບປະສົບການໃໝ່ໆໃນຍາມຄໍ່າຄືນ ແລະ ລະບົບດິຈິຕອນ, ນະຄອນຫຼວງຫວັງວ່າຈະເຮັດໃຫ້ນັກທ່ອງທ່ຽວມີເຫດຜົນຫຼາຍຂຶ້ນທີ່ຈະໃຊ້ເວລາຢ່າງຊ້າໆ, ພັກເຊົາຕື່ມອີກຄືນ ແລະ ຄົ້ນພົບອີກມຸມໜຶ່ງທີ່ແຕກຕ່າງຂອງຕົວເມືອງ.
#LaoX #Vientiane #VientianeTourism #LaosTravel #SlowTourism #VientianeCapital #VientianePass #ທ່ອງທ່ຽວລາວ #ນະຄອນຫຼວງວຽງຈັນ #ທ່ອງທ່ຽວວຽງຈັນ #ປະເທດລາວ


