“ຂ້ອຍມີຄວາມຝັນ” ສຸນທອນພົດທີ່ດີທີ່ສຸດຕະຫຼອດການ ຂອງນັກຕໍ່ສູ້ເພື່ອສິດທິພົນລະເມືອງ Martin Luther King Jr.


Martin Luther King Jr. ເກີດວັນທີ 15 ມັງກອນ 1929 ທີ່ແອັດແລນຕາ ລັດຈໍເຈຍ. ລາວຮຽນຈົບຈາກ Morehouse College ໃນປີ 1948 ໂດຍສາມາດເຂົ້າມະຫາວິທະຍາໄລໄດ້ພຽງອາຍຸ 15 ປີ, ຈົບດ້ານສັງຄົມວິທະຍາ ແລະ ຍັງໄດ້ຮັບ Bachelor of Divinity ໃນປີ 1951 ພ້ອມກັບໄດ້ພົບ ແລະ ແຕ່ງງານກັບ Coretta Scott.

ຊີວິດຂອງ Martin Luther King Jr. ໃນຕອນຍັງນ້ອຍນັ້ນເຕັມໄປບໍ່ຄວາມບໍ່ເຂົ້າໃຈ ເນື່ອງຈາກສະໄໝນັ້ນຍັງມີການແບ່ງແຍກສີຜິວກັນຢູ່; ຄົນຂາວ ແລະ ຄົນດຳ ຕ້ອງແບ່ງແຍກຢ່າງຊັດເຈນ ວ່າຄົນດຳຕ້ອງໄປຢູ່ໃສແບບໃດ ຄົນຂາວຕ້ອງຢູ່ບ່ອນໃດ ແລະ ນີ້ແມ່ນບໍລິບົດທາງສັງຄົມທີ່ Martin Luther King Jr. ໄດ້ເຕີບໃຫຍ່ຂຶ້ນມາ.

ເສັ້ນທາງການເປັນນັກເຄື່ອນໄຫວຂອງ Martin Luther King Jr. ເປັນເຫດການຂອງແມ່ຍິງຜິວດຳ ໂຣຊາ ພາກ ຖືກຈັບເນື່ອງຈາກປະຕິເສດທີ່ເສຍສະຫຼະບ່ອນນັ່ງເທິງລົດເມໃຫ້ກັບຄົນຜິວຂາວ ໃນເມືອງ ມອນກໍເມີລີ  ເຊິ່ງເຫດການນີ້ເກີດຂຶ້ນໃນປີ 1955 ແລະ ມັນເປັນສິ່ງທີ່ເຮັດໃຫ້ການຮຽກຮ້ອງສິດທິພົນລະເມືອງທີ່ກຳລັງມີໄຟ ກາຍເປັນຮ້ອນແຮງຂຶ້ນມາທັນທີ. ໂດຍເຫດການໃນຄັ້ງນີ້ Martin Luther King Jr. ປະສົບຄວາມສຳເລັດກັບການຂວ້ຳບາດລະບົບຂົນສົ່ງສາທາລະນະໃນເມືອງ ມອນກໍເມີລີ ເພາະການວາງແຜນມາເປັນຢ່າງດີ ແລະ ປະກາດໃຫ້ຮູ້ວ່າຄົນດຳຈະບໍ່ທົນກັບເລື່ອງແບບນີ້ອີກຕໍ່ໄປ. ການຂວ້ຳບາດກິນໄລຍະເວລາຍາວນານຮອດ 381 ມື້ ຈົນມາຮອດວັນທີ 20 ທັນວາ 1956 ສານໄດ້ຕັດສິນວ່າການແບ່ງແຍກບ່ອນນັ່ງຕາມສີຜິວໃນລົດເມຖືເປັນເລື່ອງທີ່ຂັດກັບລັດຖະທຳມະນູນ  ເຊິ່ງເຫດການນີ້ຖືວ່າເປັນໄຊຊະນະຄັ້ງໃຫຍ່ຂອງນັກເຄື່ອນໄຫວສິດທິພົນລະເມືອງຂອງຄົນຜິວດຳ ແລະ ເປັນເລື່ອງຢືນຢັນວ່າການປະທ້ວງແບບບໍ່ໃຊ້ຄວາມຮຸນແຮງຂອງ Martin Luther King Jr. ໄດ້ຜົນດີຕາມຄາດ.

Martin Luther King Jr. ເລີ່ມເປັນທີ່ຮູ້ຈັກຂຶ້ນໄປທົ່ວອາເມຣິກາ ເປັນຕົວແທນການຮຽກຮ້ອງສິດທິພົນລະເມືອງ ການອອກມາຮຽກຮ້ອງເຮັດໃຫ້ Martin Luther King Jr. ຖືກຈັບຂັງຫຼາຍກວ່າ 20 ເທື່ອ ເຄີຍຖືກແທງທີ່ໜ້າເອິກ ເຮືອນເຄີຍຖືກວາງລະເບີດ; ລູກເມຍ ແລະ ຕົວຂອງລາວເອງສະແດງອອກວ່າພ້ອມທີ່ຈະສ່ຽງຊີວິດໃນການຮຽກຮ້ອງເສລີພາບໃນຄັ້ງນີ້. ຕັ້ງແຕ່ປີ 1957-1968 Martin Luther King Jr. ໄດ້ເດີນທາງອອກໄປກ່າວສຸນທອນພົດ  ຫຼາຍກວ່າ 250.000 ເທື່ອ ຂຽນປຶ້ມ 5 ເຫຼັ້ມ ແລະ ບົດຄວາມອີກຫຼາກຫຼາຍ ແຕ່ບໍ່ມີຄັ້ງໃດທີ່ໜ້າຈົດຈຳເທົ່າກັບປີ 1963.

“ຂ້ອຍມີຄວາມຝັນ” ເປັນປະໂຫຍກອຳມະຕະ ທີ່ Martin Luther King Jr. ກ່າວທີ່ ຂັ້ນໄດອານຸເສົາວະລີລິນຄອນອັນເປັນສັນຍະລັກ ໂດຍໄດ້ກ່າວຕໍ່ໜ້າສາທາລະນະຊົນທີ່ມີຈຳນວຍຫຼາຍກວ່າ 250.000 ຄົນ ເຊິ່ງມີທັງຄົນຜິວຂາວ ແລະ ຜິວດຳ. ໂດຍຄຳກ່າວນັ້ນຄື “ຂ້ອຍມີຄວາມຝັນວ່າ ມື້ໜຶ່ງປະເທດນີ້ຈະລຸກຂຶ້ນມາ ແລະ ຄ້ຳຈຸນຄວາມແທ້ຈິງຂອງບົດບັນຍັດແຫ່ງຄວາມເທົ່າທຽມຂອງມະນຸດ” ຄຳກ່າວນີ້ກາຍເປັນແຮງບັນດານໃຈຂອງກັບຜູ້ຄົນຫຼາຍລ້ານຄົນ ແລະ ກາຍເປັນຄຳປະກາດອິດສະຫຼະພາບຂອງອາເມຣິກາ.

ໃນປີ 1963 ກໍເກີດເລື່ອງໜ້າເສົ້າໃຈເມື່ອເກີດການລອບສັງຫານ Martin Luther King Jr. ທີ່ ເມືອງ ເມມຟິດ ແຕ່ບໍ່ມີໃຜທີ່ສາມາດທຳລາຍຄວາມຝັນຂອງລາວໄດ້ ແລະ ຈະຍັງຄົງໄດ້ຮັບການສານຕໍ່ Martin Luther King Jr. ເປັນແຮງບັນດານໃຈໃຫ້ຫຼາຍພັນຄົນ ຜ່ານການເວົ້າທີ່ຄົມຄາຍ ແລະ ຄວາມກ້າຫານຂອງເຂົາ ໂດຍສະເພາະຢ່າງຍິ່ງຄືການພ້ອມທີ່ຈະສ່ຽງເພື່ອການຮຽກຮ້ອງເສລີພາບ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/