ສະຖາພອນ ສິມມາລາວົງ ນັກກິລາເທັນນິສ ອະນາຄົດໄກ ທີມຊາດລາວ ຕັ້ງເປົ້າ ຄວ້າຫຼຽນໃຫ້ໄດ້ ໃນຊີເກມ ຄັ້ງທີ 32


ສະຖາພອນ ສິມມາລາວົງ ນັກກິລາເທັນນິສ ອະນາຄົດໄກ ທີມຊາດລາວ ແລະ ຍັງເປັນນັກເທັນນິສລາວຄົນທຳອິດໃນປະຫວັດສາດ ທີ່ສາມາດຄວ້າຫຼຽນທອງໃນການແຂ່ງຂັນເທັນນິສ ລະດັບພາກພື້ນໄດ້ ໄດ້ຕັ້ງເປົ້າ ແລະ ຄາດຫວັງວ່າ ຈະສາມາດຄວ້າຫຼຽນໃດຫຼຽນໜຶ່ງມາຝາກຄົນລາວໃຫ້ໄດ້ໃນການແຂ່ງຂັນກິລາຊີເກມ ຄັ້ງທີ 32​ ທີ່ ກຳປູເຈຍ ເປັນເຈົ້າພາບ ແລະ ກຳລັງຈະເປີດສາກຂຶ້ນໃນອີກບໍ່ເທົ່າໃດມື້ນີ້.

ສຳລັບການແຂ່ງຂັນເທັນນິສ ໃນຊີເກມຄັ້ງນີ້ ທາງສະຫະພັນເທັນນິສແຫ່ງຊາດລາວ ໄດ້ສົ່ງນັກກິລາທັງໝົດ 6 ຄົນເຂົ້າຮ່ວມ ຊາຍ 4 ຄົນ ຍິງ 2 ຄົນ ແລະ ຄູເຝິກອີກ 1 ຄົນ ປະກອບມີ ທ້າວ ວິທະຍາ ລາຊາວະດີ, ທ້າວ ສະຖາພອນ ສິມມາລາວົງ, ທ້າວ ສົມພອນ ຊົງວິໄລ, ນາງ ດີໄລລາ ປະທຸມມາກູໂຣເນນ, ນາງ ທິຣະດາ ພົມມະຈັກ ແລະ ຄູເຝິກແມ່ນ ທ່ານ ອາລັນ ວອງ. ຂະນະທີ່ ມິກເລສເຊີ ສະເດັດຕັນ ຜູ້ສ້າງຜົນງານປະຫວັດສາດໃຫ້ວົງການເທັນນິສລາວ ໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ບໍ່ສາມາດເຂົ້າຮ່ວມແຂ່ງຂັນນຳຊຸດນີ້ ຍ້ອນຄາພາລະກິດສ່ວນຕົວຂອງຜູ້ກ່ຽວ.

ໂດຍ ທ້າວ. ສະຖາພອນ ສິມມາລາວົງ ນັກກິລາເທັນນິສລາວຄົນທຳອິດ ທີ່ສາມາດຄວ້າຫຼຽນທອງໄດ້ ໃນການແຂ່ງຂັນ Asean school game ໃນປີ 2016 ໄດ້ເປີດເຜີຍກັບທີມຂ່າວ Lao X ວ່າ: “ສຳລັບການແຂ່ງຂັນຄັ້ງນີ້ ຂ້າພະເຈົ້າແມ່ນມີຄວາມໝັ້ນໃຈ ແລະ ມີຄວາມພ້ອມເປັນຢ່າງຍິ່ງ ທັງໃນດ້ານຈິດໃຈ ແລະ ຮ່າງກາຍ ເພາະໄດ້ມີການກະກຽມ ແລະ ເກັບຕົວເຝິກຊ້ອມຕາມຕາຕະລາງຂອງຕົນເອງ ແລະ ຂອງທີມຢ່າງສະໝໍ່າສະເໝີ”.

“ໃນການແຂ່ງຂັນຄັ້ງນີ້ ຂ້າພະເຈົ້າຈະເຮັດໃຫ້ດີທີ່ສຸດ ແລະ ຕັ້ງໃຈຈະຄວ້າຫຼຽນຮາງວັນມາໃຫ້ໄດ້ ເພື່ອເປັນກຽດເປັນສີໃຫ້ກັບປະເທດຊາດ ແລະ ສ່ວນຕົວ”.

ແຕ່ຢ່າງໃດກໍຕາມໃນການຈະຄວ້າຫຼຽນໄຊ ໃນຊີເກມ ເຊິ່ງເປັນການແຂ່ງຂັນລະດັບພາກພື້ນແບບນີ້ ຍັງຄົງເປັນສິ່ງທ້າທາຍຫຼາຍສຳລັບກິລາເທັນນິສລາວ ໂດຍ ສະຖາພອນ ລະບຸວ່າ: ຫຼາຍປະເທດໃນອາຊຽນເຮົານີ້ໄດ້ມີການຈັດການແຂ່ງຂັນເທັນນິສພາຍໃນ ຢ່າງສະໝໍ່າສະເໝີ ແລະ ນັກກິລາເທັນນິສທີມຊາດຂອງແຕ່ລະປະເທດໃນອາຊຽນເຮົານີ້ ກໍໄດ້ມີການໄປແຂ່ງຂັນລະດັບອາຊີບຢູ່ຕ່າງປະເທດເລື້ອຍໆ ເຊິ່ງສິ່ງເຫຼົ່ານີ້ ອາດເປັນຈຸດດີ ແລະ ຈຸດແຂງທີ່ພວກເຂົາໄດ້ປຽບເຮົາ”.

ໃນຂະນະທີ່ ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິສແຫ່ງຊາດລາວ ກໍໄດ້ເນັ້ນໜັກທັບນັກກິລາເທັນນິສທີມຊາດລາວ ສູ້ສຸດຄວາມສາມາດ ຍາດເອົາໄຊຊະນະເພື່ອສ້າງກຽດສັກສີ ແລະ ຊື່ສຽງ ມາສູ່ປະເທດຊາດ ພ້ອມທັງມອບເງິນອຸດໜູນຈຳນວນໜຶ່ງໃຫ້ແກ່ທັບນັກກິລາເທັນນິສທີມຊາດລາວ.

ສຳລັບ ນັກກິລາເທັນນິສທີມຊາດລາວ ຈະເລີ່ມລົງສະໜາມແຂ່ງຂັນຢ່າງເປັນທາງການ ໃນລະຫວ່າງວັນທີ 6-15 ພຶດສະພາ 2023 ເຊິ່ງຈະລົງແຂ່ງຂັນທັງໝົດ 7 ລາຍການ ປະກອບມີ ປະເພດທີມຍິງ, ທີມຊາຍ, ດ່ຽວຍິງ, ດ່ຽວຊາຍ, ຄູ່ຍິງ, ຄູ່ຊາຍ ແລະ ຄູ່ປະສົມ.

ຂອບໃຈຂໍ້ມູນຈາກ: https://bit.ly/3Hupj95

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/