IBM ບໍລິສັດເທັກໂນໂລຢີຍັກໃຫຍ່ ປະກາດຢຸດການຈ້າງງານ 7.500 ຕຳແໜ່ງ ພ້ອມແທນທີ່ດ້ວຍ AI


The International Business Machines Corporation (IBM) ບໍລິສັດດ້ານເທັກໂນໂລຢີຍັກໃຫຍ່ອັນດັບຕົ້ນໆ ຈາກສະຫະລັດອາເມຣິກາ ກຽມຢຸດການຈ້າງງານພະນັກງານໃໝ່ 7.500 ຕຳແໜ່ງ ພ້ອມແທນທີ່ໜ້າທີ່ເຫຼົ່ານັ້ນດ້ວຍ AI ຫຼື ເທັກໂນໂລຢີປັນຍາປະດິດ.

ອາວິນ ຄຣິສຊານາ (Arvind Krishna) ປະທານເຈົ້າໜ້າທີ່ບໍລິຫານຂອງ IBM ໄດ້ເປີດເຜີຍວ່າ: “ການຈ້າງງານໃນພະແນກທີ່ພະນັກງານຕ້ອງເຂົ້າມາໃນຫ້ອງການ ເຊັ່ນ ພະແນກບຸກຄະລາກອນ ຈະຖືກປັບລົງຢ່າງຄ່ອຍເປັນຄ່ອຍໄປ ແລະ ພະແນກທີ່ບໍ່ຕ້ອງພົບປະກັບລູກຄ້າໂດຍກົງນັ້ນ ຈະຖືກແທນທີ່ດ້ວຍ AI ໃນອີກ 5 ປີທາງໜ້າ”

ໂດຍເມື່ອຕົ້ນປີທີ່ຜ່ານມາ ທາງບໍລິສັດ IBM ໄດ້ມີການປະກາດປົດພະນັກງານໄປແລ້ວ ໂດຍໃນຕອນນັ້ນແມ່ນປົດພະນັກງານໄປ 1,5% ຂອງພະນັກງານທັງໝົດ ແລະ ສົ່ງຜົນໃຫ້ IBM ໄດ້ຮັບຜົນກຳໄລໃນໄຕມາດທຳອິດໄປຕາມຄາດ ແລະ ສາມາດລົດຄ່າໃຊ້ຈ່າຍໄດ້ 2.000 ລ້ານໂດລາ ຕໍ່ປີ.

ຢ່າງໃດກໍຕາມ ເຖິງແມ່ນວ່າຈະມີການປະກາດລົດ ແລະ ຢຸດການຈ້າງງານແລ້ວ ແຕ່ໃນປັດຈຸບັນ ພະນັກງານຂອງ IBM ກໍຍັງມີຈຳນວນເຖິງ 260.000 ຄົນ ແລະ ຍັງເພີ່ມການຈ້າງງານໃນຕຳແໜ່ງທີ່ກ່ຽວກັບການພັດທະນາ ຊອຟແວ ແລະ ຕຳແໜ່ງທີ່ຕ້ອງພົບປະກັບລູກຄ້າໂດຍກົງ.

ຄວາມຄິດເຫັນດັ່ງກ່າວເອີ້ນໄດ້ວ່າສ້າງສຽງຮືຮາພໍສົມຄວນໃນບໍລິສັດເທັກໂນໂລຢີ ເພາະເກີດຂຶ້ນໃນໄລຍະ ແລະ ຍຸກທີ່ຫຼາຍອຸດສາຫະກຳ ກຳລັງຫັນໜ້າເຂົ້າຫາເທັກໂນໂລຢີ AI ແລະ ຫຼາຍບໍລິສັດກໍກຳລັງພັດທະນາມັນຢ່າງຈິງຈັງ ໃນຄວາມຫວັງວ່າມື້ໃດມື້ໜຶ່ງມັນຈະມາຊ່ວຍແບ່ງເບົາ ຫຼື ເຮັດວຽກແທນມະນຸດ ເຮົາໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/