ເສດຊາກຂອງອາຄານບ້ານເຮືອນຈາກເຫດການເເຜ່ນດິນໄຫວຢູ່ຕຸຣເຄຍ ຊີ້ໃຫ້ເຫັນເຖິງບັນຫາດ້ານສິ່ງເເວດລ້ອມ


ຈາກເຫດ​ແຜ່ນດິນ​ໄຫວ​ໃນ​ຕົ້ນ​ເດືອນ​ກຸມພາ ປັດຈຸບັນ, ປະເທດຕຸຣເຄຍກໍາລັງປະເຊີນກັບຄວາມທ້າທາຍດ້ານສິ່ງແວດລ້ອມໃນການກຳຈັດຂີ້ເຫຍື້ອ ແລະ ເສດຊາກການພັງທະລາຍຈາກອາຄານ ແລະ ຖະໜົນຫົນທາງ. ລັດ​ຖະ​ບານ​ຕຸຣເຄຍ​ໄດ້​ຂະ​ໜານ​ນາມ​ໄພພິບັດ​ນີ້ວ່າ “ໄພພິບັດຂອງສະຕະວັດ”.

ເມື່ອວັນທີ 6 ກຸມພາທີ່ຜ່ານມາ ໄດ້ມີເເຜ່ນດິນໄຫວຂະໜາດໃຫຍ່ 2 ຄັ້ງ, ເຊິ່ງໄດ້ທຳລາຍເມືອງຕ່າງໆເປັນພື້ນທີ່ຂະໜາດໃຫຍ່ທາງຕອນໃຕ້ຂອງຕຸຣເຄຍ ເຮັດໃຫ້ມີຜູ້ເສຍຊີວິດເກືອບ 51.000 ຄົນ ເເລະ ອາຄານບ້ານເຮືອນພັງທະລາຍກວ່າ 227.000 ຫຼັງ.

ປະທານາທິບໍດີຕຸຣເຄຍ Recep Tayyip Erdogan ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສ້າງເຮືອນຫຼັງໃໝ່ໃຫ້ກັບຜູ້ຄົນນັບລ້ານທີ່ໄດ້ຮັບຜົນກະທົບຈາກໄພພິບັດນີ້ພາຍໃນໜຶ່ງປີ.

ໃນ​ປັດ​ຈຸ​ບັນການ​ກໍ່​ສ້າງ​ກໍາ​ລັງຢູ່ໃນລະຫວ່າງການ​ດໍາ​ເນີນ​ການ​, ໂດຍຄົນງານໄດ້ເລີ່ມເກັບກວາດທຳຄວາມສະອາດເສດຫີນ, ເສດດິນຈີ່ເປັນຈຳນວນຫຼາຍເປັນເວລາປະມານສອງອາທິດຫຼັງຈາກເກີດເຫດເເຜ່ນດິນໄຫວ.

Durmus Sezgin ພະນັກງານກໍ່ສ້າງກ່າວວ່າ ລົດຂຸດຫຼາຍຮ້ອຍຄັນເຮັດວຽກທັງເຊົ້າ-ເເລງຢ່າງບໍ່ຢຸດຢ່ອນ ເພື່ອກຳຈັດຂີ້ຝຸ່ນອອກໃນຂະນະທີ່ກຳລັງຮື້ຖອນອາຄານທີ່ຍັງເຫຼືອ ເຊິ່ງທາງການທ້ອງຖິ່ນພິຈາລະນາວ່າບໍ່ເໝາະທີ່ຈະເຂົ້າຢູ່ອາໄສ. ​ Sezgin ກ່າວຕໍ່ວ່າ ເສດຫີນທີ່ຖືກເກັບໄວ້ໃນບ່ອນຖິ້ມຂີ້ເຫຍື້ອຊົ່ວ​ຄາວ​ໄດ້​ສ້າງ​ຄວາມ​ກັງວົນ​ກ່ຽວ​ກັບ​ມົນ​ລະ​ພິດ​ຈາກ​ສານ​ເຄ​ມີ​ເຊັ່ນ: asbestos ເຊິ່ງເປັນເສັ້ນ​ໃຍ​ທີ່​ກໍ່ໃຫ້ເກີດ​ມະ​ເຮັງ​ທີ່​ເຄີຍໃຊ້​ເປັນ​ວັດ​ສະ​ດຸ​ Insulator ໃນ​ອະ​ດີດ. ແຕ່ປັດຈຸບັນນີ້ມັນຖືກຫ້າມໃຊ້ໃນປະເທດສ່ວນໃຫຍ່ລວມທັງຕຸຣເຄຍ.

ໃນຕົ້ນເດືອນເມສາ, Yasin Ilmen ນັກວິທະຍາສາດ ແລະ ນັກວິຊາການຂອງມະຫາວິທະຍາໄລ Mugla Sitki Kocman West, ໄດ້ tweeted ວ່າການກໍາຈັດສິ່ງເສດເຫຼືອທີ່ບໍ່ສາມາດຄວບຄຸມໄດ້ອາດຈະສົ່ງຜົນສະທ້ອນອັນຕະລາຍຕໍ່ທັງມະນຸດ ແລະ ສັດປ່າ. ເຊິ່ງ Sedat Gundogdu ຜູ້ຊ່ຽວຊານດ້ານມົນລະພິດພລາສຕິກຂອງມະຫາວິທະຍາໄລ Cukurova ກ່າວຕື່ມວ່າ: ຖ້າບໍ່ມີການຄວບຄຸມຢ່າງເຂັ້ມງວດໃນການກຳຈັດເສດຫີນ ຫຼື ດິນຈີ່ໃນ 10-15 ປີ ພວກເຮົາຈະປະເຊີນກັບການເພີ່ມຂຶ້ນຂອງໂຣກປອດທີ່ຮ້າຍແຮງ ແລະ ໂຣກມະເຮັງທີ່ເພີ່ມຂຶ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/