DP World ບໍລິສັດ Logistic ຊັ້ນນຳຈາກ ຕາເວັນອອກກາງ ເຂົ້າຊື້ Savan Logistics ຜູ້ໃຫ້ບໍລິການທ່າບົກໃນແຂວງສະຫວັນນະເຂດ


DP World ບໍລິສັດຂົນສົ່ງສິນຄ້າຂ້າມຊາດ ທີ່ມີສຳນັກງານໃຫຍ່ຕັ້ງຢູ່ Dubai, ສະຫະລັດ ອາຣັບເອມິເຣດ ເຂົ້າຊື້ກິດຈະການ Savan Logistics ເຂົ້າບໍລິຫານພື້ນທີ່ກວ່າ 140.456 ຕາແມັດ ເຊິ່ງລວມເຖິງຄັງສິນຄ້າ ໃນໂຊນ C ຂອງເສດຖະກິດພິເສດສະຫວັນນະເຂດ (SEZ) ເຊິ່ງເປັນເຂດເສດຖະກິດພິເສດແຫ່ງທຳອິດຂອງປະເທດລາວ.

ອີງຕາມການລາຍງານຂອງ ໜັງສືພີມ ປະຊາຊົນ, ວັນທີ 6 ພຶດສະພາ 2024: DP World ໄດ້ຮັບສິດໃນການດຳເນີນກິດຈະການໃນແຂວງສະຫວັນນະເຂດໃນເຂດເສດຖະກິດພິເສດສະຫວັນນະເຂດ (SEZ) ໃນ ສປປ ລາວ ເຊິ່ງເປັນເຂດເສດຖະກິດພິເສດ ແຫ່ງທຳອິດຂອງປະເທດລາວ. ໂດຍການເຂົ້າຊື້ກິດຈະການຂອງ Savan Logistics ເຊິ່ງເປັນຜູ້ດຳເນີນກິດຈະການທ່າເຮືອບົກພາຍໃນປະເທດມາຕັ້ງແຕ່ປີ 2016.

ທ່າບົກຂະໜາດ 140.456 ຕາແມັດນີ້ ຕັ້ງຢູ່ທາງຝັ່ງຕາເວັນຕົກຂອງລະບຽງເສດຖະກິດຕາເວັນອອກ-ຕາເວັນຕົກທີ່ມີຄວາມຍາວ 1.450 ກິໂລແມັດ ເຊິ່ງເຊື່ອມຕໍ່ປະເທດລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ. ພື້ນທີ່ແຫ່ງນີ້ຖືກໃຊ້ປະໂຫຍດໂດຍເຈົ້າຂອງສິນຄ້າ ແລະ ບໍລິສັດໂລຈິສຕິກທີ່ສຳຄັນໃນລະດັບພາກພື້ນ ເພື່ອເຊື່ອມໂຍງອຸປະທານຕ່າງໆ ຕະຫຼອດແນວລະບຽງເສດຖະກິດ. ນອກຈາກນີ້, ຍັງມີຄັງສິນຄ້າຂະໜາດປະມານ 23.000 ຕາແມັດ ເຊິ່ງລວມເຖິງພື້ນທີ່ປອດອາກອນຂະໜາດ 11.000 ຕາແມັດນຳອີກ.

DP World ບໍ່ໄດ້ພຽງແຕ່ໃຫ້ບໍລິການທ່າບົກ ແລະ ຄັງສິນຄ້າເທົ່ານັ້ນ ແຕ່ຍັງດູແລການຂົນສົ່ງຂ້າມແດນ, ການຂົນສົ່ງສິນຄ້າ ແລະ ໂຊລູຊັ່ນໂລຈິສຕິກແບບຄົບວົງຈອນນຳອີກ.

ທ່ານ Glen Hilton ໃນຖານະ CEO & Managing Director, Asia Pacific, DP World ໄດ້ກ່າວວ່າ: “ນີ້ເປັນບາດກ້າວສຳຄັນຂອງພວກເຮົາໃນການຍົກລະດັບການເຊື່ອມໂຍງຂອງພາກພື້ນນີ້ ພື້ນທີ່ທ່າບົກແຫ່ງນີ້ຕັ້ງຢູ່ໃນທຳເລເຊີງກົນລະຍຸດໃກ້ກັບທ່າເຮືອ ປາຍທາງ ແລະ ສິ່ງອຳນວຍຄວາມສະດວກເທິງຝັ່ງທີ່ມີຢູ່ຂອງພວກເຮົາຕາມແນວລະບຽງເສດຖະກິດຕາເວັນອອກ-ຕາເວັນຕົກໃນປະເທດໄທ ແລະ ຫວຽດນາມ ພວກເຮົາຈະນຳຄວາມຊ່ຽວຊານ ແລະ ຊັບພະຍາກອນຂອງພວກເຮົາ ມາພັດທະນາໂຄງສ້າງພື້ນຖານຂອງທ່າບົກແຫ່ງນີ້ ໂດຍອາໄສຂໍ້ໄດ້ປຽບທາງພູມສາດເພື່ອສົ່ງເສີມການຄ້າໃຫ້ກັບລູກຄ້າຂອງພວກເຮົາ ສິ່ງສຳຄັນທີ່ສຸດ ພວກເຮົາຕ້ອງການຍົກລະດັບສະພາບເສດຖະກິດຂອງຊຸມຊົນທີ່ອາໄສເສັ້ນທາງການຄ້າສຳຄັນນີ້ ໃນການດຳລົງຊີວິດປະຈຳວັນຂອງ​ປະ​ຊາ​ຊົນ”.

ຕາມການຄາດຄະ​ເນຂອງ ທະນາຄານພັດທະນາເອເຊຍ (ADB) ເສດຖະກິດຂອງ ສປປ ລາວ ມີທ່າ​ອ່ຽງຈະເຕີບໂຕຂຶ້ນປະມານ 4% ໃນປີ 2024 ໂດຍ​ໄດ້ແຮງຂັບເຄື່ອນທີ່ສຳຄັນມາຈາກ​ການຮ່ວມມືທາງກົນລະຍຸດ ແລະ ນະໂຍບາຍທີ່ເອື້ອອຳນວຍຕໍ່ການດຳເນີນທຸລະກິດຂອງພາກລັດ. ນອກຈາກນີ້, ການທີ່ ສປປ ລາວ ເປັນປະທານອາຊຽນໃນ​ປີ 2024 ຈະຊ່ວຍຍົກລະດັບຄວາມສຳພັນລະຫວ່າງປະເທດໃນເວທີໂລກ ສົ່ງເສີມການລົງທຶນຈາກຕ່າງປະເທດ ແລະ ກະຕຸ້ນການຮ່ວມມືທາງເສດຖະກິດກັບປະເທດເພື່ອນບ້ານ.

ການພັດທະນາສຳຄັນນີ້ເປັນຄວາມມຸ່ງໝັ້ນຂອງ DP World ໃນການຊຸກຍູ້ການຄ້າໃນພາກພື້ນອາຊີ-ປາຊີຟິກ ດ້ວຍການຂະຫຍາຍເຄືອຂ່າຍໄປຍັງພື້ນທີ່ຍຸດທະສາດ ໃນໄລຍະອາທິດທີ່ຜ່ານມາ ບໍລິສັດໄດ້ປະກາດຄວາມຮ່ວມມືກັບ Sabah Ports Sdn. Bhd ຂອງມາເລເຊຍ ແລະ Asian Terminals Inc (ATI) ເພື່ອບໍລິຫານຈັດການທ່າເຮືອຕູ້ຄອນເທນເນີ້ອ່າວຊາປັງກາ ໃນມາເລເຊຍຕາເວັນອອກ ແລະ ທ່າເຮືອບາຣ໌ຈທ່າຊາ ໃນຟີລິບປິນຕາມລຳດັບ.

ທີ່ມາ: https://www.facebook.com/photo?fbid=981134890366634&set=a.563325785480882

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/