ນັກລົງທຶນສະຖາບັນເທຂາຍ Crypto ທ່າມກາງຄວາມກັງວົນວ່າທະນາຄານກາງອາດຈະປັບດອກເບ້ຍເພີ່ມຂຶ້ນ


ອີງຕາມການລາຍງານຂອງ Digital Asset Fund Flows ຫຼ້າສຸດ, CoinShares ພົບວ່ານັກລົງທຶນສະຖາບັນກໍາລັງເທຂາຍການຖືຄອງ crypto ຂອງພວກເຂົາ ທ່າມກາງຄວາມກັງວົນວ່າຈະມີການເພີ່ມຂຶ້ນຂອງອັດຕາດອກເບ້ຍ.

ຜູ້ຈັດການຊັບສິນດິຈິຕອລ CoinShares ກ່າວວ່ານັກລົງທຶນສະຖາບັນມີຄວາມຮູ້ສຶກລະມັດລະວັງເປັນພິເສດກ່ຽວກັບຕະຫຼາດ, ເຫັນໄດ້ຈາກເມັດເງິນທີ່ໄຫຼອອກຈາກ Crypto ຄັ້ງໃຫຍ່ເປັນອາທິດທີສອງຕິດຕໍ່ກັນ ລວມເປັນມູນຄ່າ 72 ລ້ານໂດລາ, ພວກເຮົາເຊື່ອວ່ານີ້ເເມ່ນການຕອບສະໜອງຕໍ່ທ່າອ່ຽງຂອງການປັບອັດຕາດອກເບ້ຍຂຶ້ນຂອງທະນາຄານກາງສະຫະລັດໃນເດືອນພຶດສະພານີ້.

ນອກຈາກນີ້ CoinShares ຍັງພົບເຫັນອີກວ່າ ຜະລິດຕະພັນການລົງທຶນຂອງ BTC ໄລຍະສັ້ນຍັງໄດ້ຮັບຜົນກະທົບຈາກການໄຫຼອອກເປັນຄັ້ງທໍາອິດໃນປີນີ້. ສ່ວນຜະລິດຕະພັນ Ethereum (ETH) ກໍປະສົບກັບຊະຕາກໍາດຽວກັນ.

“ການໄຫຼອອກຂອງ Bitcoin ສ່ວນໃຫຍ່ລວມມີມູນຄ່າ 46 ລ້ານໂດລາໃນອາທິດທີ່ຜ່ານມາ, ໃນຂະນະທີ່ Short-Bitcoin ກໍມີການໄຫຼອອກຫຼາຍທີ່ສຸດນັບຕັ້ງເເຕ່ເດືອນທັນວາ ປີ 2022 ລວມເປັນ 7,8 ໂດລາ.

ສ່ວນ Ethereum ກໍໄດ້ຮັບຜົນກະທົບເຊັ່ນກັນ ໂດຍມີການໄຫຼອອກລວມມີມູນຄ່າ 19 ລ້ານໂດລາໃນອາທິດທີ່ຜ່ານມາ ເຊິ່ງເປັນອາທິດທີ່ມີການໄຫຼອອກຫຼາຍທີ່ສຸດນັບຕັ້ງເເຕ່ການອັບເດດ The Merge ໃນເດືອນກັນຍາ ປີ 2022”

ເຖິງວ່າຈະມີການໄຫຼອອກຈຳນວນຫຼາຍສໍາລັບ cryptos ຊັ້ນນຳກໍຕາມ, ເເຕ່ altcoins ບາງຕົວກໍສາມາດຮັກສາທ່າອ່ຽງໄວ້ໄດ້, ເຮັດໃຫ້ມີການຮົ່ວໄຫຼພຽງເລັກນ້ອຍເຖິງວ່າຈະມີການລົດລົງໂດຍລວມ.

ໂດຍຜະລິດຕະພັນການລົງທຶນຂອງສະຖາບັນ Solana (SOL), Algorand (ALGO) ແລະ Polygon (MATIC) ມີການໄຫຼເຂົ້າຂອງເມັດເງິນທີ່ 0,2 ລ້ານໂດລາ, 0,17 ລ້ານໂດລາ ແລະ 0,14 ລ້ານໂດລາ ຕາມລໍາດັບ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/