ແຜນສູງ! ຮູ້ບໍ່ວ່າ ມີແມງມຸມເພດແມ່ຊະນິດໜຶ່ງ ໃຊ້ເທັກນິກພິເສດທຳທ່າຕາຍ ເພື່ອໃຫ້ເພດຜູ້ມາປະສົມພັນ


ງານວິໄຈ ຈາກປະເທດອອສເຕຣເລຍ ເຜີຍໃຫ້ເຫັນພຶດຕິກຳສຸດແປກຂອງແມງມຸມເພດແມ່ ສາຍພັນ funnel weaving spider ທີ່ໃຊ້ເທັກນິກພິເສດທໍາທ່າຕາຍ ເພື່ອໃຫ້ເພດຜູ້ມາປະສົມພັນ ເຊິ່ງເປັນກົນລະຍຸດໃນການດຶງດູດເພດຜູ້ໃຫ້ມາປະສົມພັນໂດຍບໍ່ຕ້ອງຢ້ານວ່າຈະຖືກຈັບກິນເປັນອາຫານ ຫຼັງສຳເລັດພາລະກິດ.

ໂດຍ funnel weaving spider ເປັນແມງມຸມຕະກຸນໜຶ່ງທີ່ປ່ອຍໃຍເປັນຮູບຊົງຄ້າຍຄືກັບຈວຍ ເພື່ອດັກຈັບເຫຍື່ອມາເປັນອາຫານ ແລະ ມີພຶດຕິກຳມັກຈັບແມງມຸມສາຍພັນດຽວກັນທີ່ເປັນເພດຜູ້ ມາເປັນອາຫານ ໃນໄລຍະກ່ອນການປະສົມພັນ, ລະຫວ່າງການປະສົມພັນ ແລະ ຫຼັງປະສົມພັນແລ້ວ ຫຼື ທີ່ເອີ້ນວ່າ sexual cannibalism ຫຼື ຄູ່ປະສົມພັນຈັບກິນເປັນອາຫານ ເຊິ່ງສິ່ງນີ້ເຮັດໃຫ້ ເພດຜູ້ບໍ່ກ້າສ່ຽງຊີວິດປະສົມພັນກັບເພດແມ່.

ເຊິ່ງດ້ວຍເຫດຜົນນີ້ ເຮັດໃຫ້ແມງມຸມສາຍພັນນີ້ ພັດທະນາພຶດຕິກຳການທຳທ່າຕາຍຂອງຕົນເອງ ຫຼື ທີ່ເອີ້ນວ່າ sexual catalepsy ໂດຍການງໍຂາ ພ້ອມທັງຢູ່ຊື່ໆ ບໍ່ເໜັງຕີງເປັນເວລາດົນ ຄ້າຍກັບວ່າໄດ້ຕາຍໄປແລ້ວ ເພື່ອລໍ້ໃຫ້ແມງມຸມເພດຜູ້ ເຂົ້າມາຈັບຄູ່ປະສົມພັນໂດຍບໍ່ຕ້ອງກັງວົນວ່າຈະຖືກຈັບໄປກິນເປັນອາຫານ ຫຼັງສຳເລັດພາລະກິດແລ້ວ.

ໂດຍ ສາສະດາຈານ ມາກ ເອວການ (Mark Elgar) ນັກຊີວະວິທະຍາ ໃນທາງວິວັດທະນາການ ຈາກມະຫາວິທະຍາໄລ ເມວເບິນ ລະບຸວ່າ: “ຜົນຈາກການສຶກສາຊີ້ໃຫ້ເຫັນວ່າ ພຶດຕິກຳ sexual catalepsy ເກີດຈາກແມງມຸມເພດແມ່ພຽງຢ່າງດຽວ ແລະ ເປັນພຶດຕິກໍາທີ່ຊ່ວຍໃຫ້ພວກມັນສາມາດເລືອກຄູ່ປະສົມພັນໄດ້”.

ມາກ ເອວການ ເສີມອີກວ່າ: “ການປະສົມພັນເກີດຂຶ້ນສະເພາະໃນໄລຍະທີ່ ເພດແມ່ຢູ່ໃນສະພາວະທຳທ່າຕາຍ ເຊິ່ງຖ້າຫາກພວກມັນບໍ່ເຮັດແນວນັ້ນ ແມງມຸມເພດຜູ້ກໍຈະບໍ່ກ້າມາຈັບຄູ່ປະສົມພັນນຳ”.

     ແຕ່ຢ່າງໃດກໍຕາມ ທີມນັກວິໄຈ ຍັງຊີ້ວ່າ ເຖິງແມ່ນວ່າຈະເບິ່ງຄືແມງມຸມເພດແມ່ຈະເບິ່ງຄືກັບຕາຍແລ້ວໃນລະຫວ່າງປະສົມພັນ ແຕ່ແມງມຸມເພດຜູ້ນັ້ນຮູ້ດີວ່າທັງໝົດນີ້ມັນເປັນພຽງການສະແດງຂອງເພດແມ່, ດັ່ງນັ້ນເທື່ອປະສົມພັນສຳເລັດແລ້ວ ມັນຈຶ່ງຮີບໜີອອກມາທັນທີ ສ່ວນໂຕເພດແມ່ ກໍຈະຄານກັບເຂົ້າຮັງຕົນເອງ.

ສິ່ງນີບໍ່ແມ່ນເທັກນິກດຽວທີ່ແມງມຸມໃຊ້ໃນການຫຼົບໜີຈາກການຖືກຄູ່ປະສົມພັນຈັບກິນ. ໂດຍໃນປີ 2022 ແມງມຸມເພດຜູ້ສາຍພັນ Philoponella prominens ເຊິ່ງເປັນແມງມຸມສາຍພັນທີ່ ປ່ອຍໃຍເປັນວົງມົຍ ໃຊ້ກົນໄກທີ່ຂາ ເພື່ອດີດໂຕອອກຈາກເພດແມ່ທັນທີທີ່ຈັບຄູ່ປະສົມພັນແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/