ຜົນງານສິລະປະກ້ວຍຕິດຝາ ຖືກນັກສຶກສາຈັບກິນ ສາເຫດມາຈາກຢາກກິນເຂົ້າ


ນັກສຶກສາສິລະປະຊາວເກົາຫຼີໃຕ້ ກິນໝາກກ້ວຍທີ່ເປັນສ່ວນໜຶ່ງຂອງຜົນງານສິລະປະຈັດວາງຂອງ ເມົາຣິຊິໂອ ຄັດເຕລັນ ໂດຍນັກສຶກສາຊາວເກົາຫຼີໃຕ້ຜູ້ນີ້ໃຫ້ເຫດຜົນວ່າ ຕົນເອງຮູ້ສຶກຢາກກິນເຂົ້າຫຼາຍ ເພາະວ່າຕອນເຊົ້າບໍ່ໄດ້ກິນເຂົ້າມານັ້ນເອງ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານຈາກນະຄອນໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 2 ພຶດສະພາ 2023 ວ່າຜົນງານສິລະປະທີ່ມີລາຄາຫຼາຍແສນໂດລາ ທີ່ມີຊື່ວ່າ “ຄໍເມດຽມ” ເຊິ່ງເປັນສ່ວນໜຶ່ງຂອງນິທັດສະການ “WE” ຂອງ ເມົາຣິຊິໂອ ຄັດເຕລັນ ຄື ໝາກກ້ວຍສຸກ 1 ໜ່ວຍ ທີ່ຖືກຕິດດ້ວຍສະກັອດໄວ້ທີ່ຝາຂອງພິພິທະພັນສິລະປະອຸມຊຶງ ໃນໂຊລ ປະເທດເກົາຫຼີໃຕ້.

ນັກສຶກສາຊາວເກົາຫຼີໃຕ້ ທີ່ມີຊື່ວ່າ ໂນ ຮອນຊູ ໂດຍຫຼັງຈາກຮັບປະທານໝາກກ້ວຍແລ້ວ ກໍໃຊ້ສະກັອດຕິດກັບເປືອກກ້ວຍກັບຄືນທີ່ຝາອີກຄັ້ງໂດຍເຫດການທັງໝົດຖືກບັນທຶກເປັນວິດີໂອຈາກໝູ່ຂອງລາວເອງເປັນເວລາ 1ນາທີ. ທ້ອງຖິ່ນຂອງເກົາຫຼີໃຕ້ໄດ້ລາຍງານວ່າ ທາງພິພິທະພັນໄດ້ນຳເອົາໝາກກ້ວຍໜ່ວຍໃໝ່ມາຕິດໄວ້ທີ່ຈຸດເກົ່າເປັນທີ່ຮຽບຮ້ອຍ ແລະ ຈະບໍ່ໄດ້ຮຽກຮ້ອງຄ່າເສຍຫາຍໃດໆ ກັບນັກສຶກສາ ໂນ ຮອນຊູ ເນື່ອງຈາກໝາກກ້ວຍຈະຖືກປ່ຽນທຸກໆ 2–3 ມື້ຢູ່ແລ້ວ.

ໃນວິດີໂອທີ່ໝູ່ຂອງ ໂນ ຮອນຊູ ໄດ້ຖ່າຍໄວ້ນັ້ນ ກ່ອນທີ່ຈະກິນໝາກກ້ວຍໄດ້ຮ້ອງວ່າ “ຂໍອະນຸຍາດ” ໃນຈັງຫວະທີ່ເອົາໝາກກ້ວຍອອກຈາກຝາ ແລະ ເລີ່ມກິນ ກ່ອນຈະຕິດເປືອກໝາກກວ້ຍໄປໄວ້ຄືເກົ່າ. ໃນເວລາຕໍ່ມາ ທາງ ນັກສຶກສາ ໂນ ຮອນຊູ ໄດ້ກ່າວກັບສື່ທ້ອງຖິ່ນວ່າ  ຂ້ອຍເອງເບິ່ງງານສິລະປະຂອງ ເມົາຣິຊິໂອ ຄັດເຕລັນ ເປັນກະບົດ ຕໍ່ຕ້ານອຳນາດຂອງໃຜບ້າງຄົນ ແລະ ອາດຈະເຮັດໃຫ້ຕໍ່ຕ້ານກະບົດອີກຄັ້ງ.

ໃນສ່ວນຂອງ ເມົາຣິຊິໂອ ຄັດເຕລັນ ເຈົ້າຂອງຜົນງານສີລະປະໄດ້ກ່າວຕໍ່ເຫດການດັ່ງກ່າວວ່າ ບໍ່ມີບັນຫາຫຍັງເລີຍເພາະນີ້ບໍ່ແມ່ນຄັ້ງທຳອິດ ທີ່ຜູ້ເຂົ້າຊົມຮັບປະທານໝາກກ້ວຍທີ່ໃຊ້ໃນງານສິລະປະ ເຊິ່ງເລື່ອງນີ້ເກີດຂຶ້ນເກືອບທຸກຄັ້ງ ຫາກເກີດເລື່ອງແບບນີ້ຂຶ້ນອີກ ທາງພິພິທະພັນກໍພຽງແຕ່ເອົາໝາກກ້ວຍໃໝ່ມາປ່ຽນຢ່າງວ່ອງໄວ ແລະ ບໍ່ມີການດຳເນີນການທາງກົດໝາຍແຕ່ຢ່າງໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/