ນັກວິທະຍາສາດຂອງອອສເຕຣເລຍໄດ້ຄົ້ນພົບເຊື້ອຣາທີ່ກິນພລາສຕິກໄດ້ໄວທີ່ສຸດໃນໂລກ


ນັກວິທະຍາສາດຈາກອອສເຕຣເລຍໄດ້ພົບເຫັນເຊື້ອຣາສອງຊະນິດທີ່ມີຊື່ວ່າ Aspergillus terreus ແລະ Engyodontium album, ໂດຍສາມາດກິນພລາສຕິກໄດ້ຢ່າງໄວວາ ໃຊ້ເວລາປະມານ 140 ມື້ ເຮັດໃຫ້ເຊື້ອຣາສອງຊະນິດນີ້ກາຍເປັນເຊື້ອຣາທີ່ກິນພລາສຕິກໄວທີ່ສຸດໃນໂລກ.

ການ​ເກັບ​ກໍາ​ຂໍ້​ມູນ​ໃນ​ຫ້ອງ​ທົດ​ລອງ​ນັ້ນ ສາມາດສັງເກດເຫັນໄດ້ວ່າເຊື້ອຣາທັງສອງຊະນິດສາມາດຍ່ອຍພລາສຕິກ Polypropylene (PP) ທີ່ໃຊ້ໃນການຜະລິດຕຸກນ້ຳ, ເສັ້ນໃຍສັງເຄາະ, ເຄື່ອງເຟີນິເຈີ ແລະອື່ນໆ. ເຊິ່ງໃນໄລຍະເວລາ 90 ມື້ສາມາດຍ່ອຍພລາສຕິກໄດ້ 25-27% ແລະ ຫຼັງຈາກນັ້ນປະມານ 140 ມື້,ໍ ພລາສຕິກກໍຫາຍໄປຈົນໝົດ.

ເຊິ່ງຖືວ່າການຄົ້ນພົບໃນຄັ້ງນີ້ເປັນຂ່າວດີ ຫຼັງຈາກລາຍງານປີ 2022 ຈາກ Greenpeace ພົບວ່າພລາສຕິກສ່ວນໃຫຍ່ທີ່ recycle ເເລ້ວໃນສະຫະລັດ ຖືກນຳໄປຖິ້ມໃນມະຫາສະໝຸດ ຫຼື ຂຸດຫຼຸມຝັງໄວ້, ເຊິ່ງກໍ່ໃຫ້ເກີດຜົນລະພິດທາງອາກາດທີ່ເປັນອັນຕະລາຍ ເເລະ ມີພຽງພລາສຕິກ 5 % ເທົ່ານັ້ນທີ່ຖືກນຳໄປ recycle ເປັນຂອງໃໝ່ ອີງຕາມຂໍ້ມູນຂອງ NPR.

Greenpeace USA ກ່າວກັບ NPR ວ່າ ອຸດສາຫະກໍາອາດຈະຜະລິດພລາສຕິກເພີ່ມຂຶ້ນສາມເທົ່າໃນປີ 2050, ເຊິ່ງເຮັດໃຫ້ເປັນບັນຫາທີ່ຮ້າຍແຮງ.

“ພລາສຕິກກໍາລັງຖືກຜະລິດຫຼາຍຂຶ້ນ ແລະ ມີການ recycle ຂີ້ເຫຍື້ອນ້ອຍລົງ”

ຈາກຂໍ້ມູນທີ່ກ່ອນໜ້ານີ້ ໃນການກໍາຈັດຂີ້ເຫຍື້ອພລາສຕິກດ້ວຍເຊື້ອຣາ ເຮັດໃຫ້ອັດຕາການຍ່ອຍສະຫຼາຍຂອງເຊື້ອຣາທັງສອງຊະນິດນີ້ເເມ່ນໄວທີ່ສຸດໃນ​ໂລກ​ ເຊິ່ງເປັນສະຖິຕິໃໝ່ຂອງເຊື້ອຣາ. ແຕ່ການຍ່ອຍສະຫຼາຍທີ່ໄວທີ່ສຸດແມ່ນຍ້ອນເຊື້ອແບັກທີເຣຍທີ່ສາມາດຍ່ອຍພລາສຕິກ PET ໄດ້ເຖິງ 90% ພາຍໃນ 16 ຊົ່ວໂມງ.

ທັງເຊື້ອຣາ ແລະ ເຊື້ອແບັກທີເຣຍ ໄດ້ກາຍມາເປັນຄວາມຫວັງໃໝ່ສໍາລັບການກໍາຈັດຂີ້ເຫຍື້ອພລາສຕິກ ທ່າມກາງວິກິດການຂີ້ເຫຍື້ອທີ່ເກີດຂຶ້ນ. ເຊິ່ງໃນປັດຈຸບັນ ນັກວິທະຍາສາດໄດ້ພົບວ່າມີຈຸລິນຊີຫຼາຍກວ່າ 400 ຊະນິດທີ່ຍ່ອຍສະຫຼາຍພລາສຕິກໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/