YouTube Music ໄດ້ເປີດຕົວຄຸນສົມບັດ Podcast ທີ່ຮອງຮັບການຟັງໃນພື້ນຫຼັງໄດ້ຟຣີ


ໃນທີ່ສຸດ Podcast ກໍມາເຖິງຜູ້ໃຊ້ YouTube Music ໃນສະຫະລັດເເລ້ວ. ການປ່ຽນແປງດັ່ງກ່າວຈະເຮັດໃຫ້ທ່ານສາມາດຟັງ Podcast ໃນແອັບ YouTube Music ໄດ້, ໂດຍທ່ານສາມາດເຂົ້າເຖິງ offline streams ຕາມຄວາມຕ້ອງການເຊິ່ງຮອງຮັບການຟັງໃນພື້ນຫຼັງໄດ້ໂດຍບໍ່ຕ້ອງມີການສະໝັກໃຊ້ແບບພຣີມຽມ.

ບໍ່ດົນມານີ້ YouTube ໄດ້ປະກາດຈະນຳເອົາ podcast ເຂົ້າສູ່ app streaming ເພງຂອງຕົນ. ຫຼ້າສຸດ YouTube Music ມີແຖບ podcasts ໂດຍສະເພາະ ທີ່ເຮັດໃຫ້ທ່ານສາມາດຟັງ podc​​​​ast ໃນ app ໄດ້ຟຣີ. ນອກຈາກນີ້ທ່ານຍັງສາມາດສະຫຼັບລະຫວ່າງສຽງ ແລະວິດີໂອ ຂອງ podcast ໃນຂະນະທີ່ໃຊ້ YouTube Music ໄດ້ອີກດ້ວຍ.

ໂດຍການເພີ່ມຄຸນສົມບັດ podc​​​​ast ເຂົ້າໃນ YouTube Music ຫວັງວ່າຈະຊ່ວຍໃນການແຂ່ງຂັນກັບ Spotify ທີ່ມີຜູ້ໃຊ້ຫຼາຍກວ່າ 500 ລ້ານຄົນ. ສຳລັບຕອນນີ້ຄຸນສົມບັດ podc​​​​ast ແມ່ນມີໃຫ້ສະເພາະຜູ້ໃຊ້ YouTube Music ໃນສະຫະລັດເທົ່ານັ້ນ, ແຕ່ YouTube ມີແຜນທີ່ຈະນຳເອົາຄຸນສົມບັດດັ່ງກ່າວໄປຍັງປະເທດອື່ນໆໃນອະນາຄົດ ໂດຍຈະຮອງຮັບທັງໃນ iOS, Android ແລະ ໃນເວັບໄຊ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/