ອອສເຕຣເລຍ ກຽມຫ້າມນຳໃຊ້ຢາສູບໄຟຟ້າຕາມຄວາມຕ້ອງການທົ່ວໄປ ແລະ ຈຳກັດການຂາຍໃນສະເພາະຮ້ານຂາຍຢາເທົ່ານັ້ນ


ປັດຈຸບັນ ຢາສູບໄຟຟ້າ ໄດ້ມີການນຳໃຊ້ກັນທົ່ວໄປ ແລະ ໄດ້ຮັບຄວາມນິຍົມຂຶ້ນເລື້ອຍໆໃນຫຼາຍໆປະເທດທົ່ວໂລກ. ການນຳໃຊ້ ຢາສູບໄຟຟ້າ ແມ່ນມີມາດົນແລ້ວ ເພື່ອໃຊ້ເປັນຕົວຊ່ວຍໃນການເຊົາຢາສູບແທ້ ແຕ່ບາງຄົນກໍໃຊ້ເພື່ອຄວາມສຸກ ຫຼື ເພື່ອຄວາມບັນເທີງຂອງຕົນເອງເທົ່ານັ້ນ.

ຫຼ້າສຸດ ລັດຖະບານ ອອສເຕຣເລຍ ໄດ້ກຽມປະກາດບັງຄັບໃຊ້ມາດຕະການຫ້າມປະຊາຊົນນຳໃຊ້ຢາສູບໄຟຟ້າ ຕາມຄວາມຕ້ອງການ ຫຼື ເພື່ອຄວາມບັນເທີງຂອງຕົນເອງ ພ້ອມກັບກຽມຄຸມເຂັ້ມກົດໝາຍຢາສູບໄຟຟ້າໃນດ້ານອື່ນໆ ທ່າມກາງຄວາມພະຍາຍາມໃນການປາບປາມການໃຊ້ຢາສູບໄຟຟ້າໃນກຸ່ມໄວໜຸ່ມທີ່ເພີ່ມຂຶ້ນຢ່າງໄວວາ.

ໂດຍພາຍໃຕ້ມາດຕະການໃໝ່ດັ່ງກ່າວນີ້ ຈະລວມເຖິງຢາສູບໄຟຟ້າແບບໃຊ້ແລ້ວຖິ້ມໃນທຸກໆຊະນິດ ເຊິ່ງຈະມີການກຳນົດ ມາດຕະຖານຂັ້ນຕໍ່າ ແລະ ຫ້າມບໍ່ໃຫ້ມີການນຳເຂົ້າຢາສູບໄຟຟ້າໂດຍບໍ່ມີໃບສັ່ງຈາກແພດໝໍ ແລະ ຈະຈຳກັດການຂາຍສະເພາະໃນຮ້ານຂາຍຢາເທົ່ານັ້ນ ແລະ ຈະຕ້ອງມີຂຽນກຳນົດວ່າເປັນປະເພດ ຢາ ຢ່າງຊັດເຈນ ຕະຫຼອດຈົນຮອດການກຳນົດຣົດຊາດ, ສີ, ຄວາມເຂັ້ມຂຸ້ນຂອງສານ ນິໂຄຕິນ ແລະ ສານອື່ນໆ. ໂດຍມີເປົ້າໝາຍໃຫ້ໃຊ້ສະເພາະຜູ້ທີ່ຕ້ອງການໃຊ້ຢາສູບໄຟຟ້າ ເພື່ອເຊົາຢາສູບແທ້ ເທົ່ານັ້ນ.

ມາກ ບັດເລີ ລັດຖະມົນຕີ ກະຊວງ ສາທາລະນະສຸກ ອອສເຕຣເລຍ ປະກາດວ່າ: “ການສູບຢາ ໄຟຟ້າ ໄດ້ກາຍເປັນບັນຫາຕົ້ນຕໍອັນດັບ 1 ໃນໂຮງຮຽນ ມັດທະຍົມສຶກສາ ແລະ ພວມແຜ່ ຂະຫຍາຍໃນບັນດາໂຮງຮຽນ ປະຖົມສຶກສາ,​ ໃນຂະນະທີ່ ບໍລິສັດຢາສູບໄຟຟ້າ ເຫຼົ່ານີ້ ໄດ້ອອກຜະລິດຕະພັນ ຢາສູບໄຟຟ້າ ຊະນິດໃໝ່ ທີ່ມີ ສີສັນ ຣົດຊາດ ທີ່ໂດດເດັ່ນ ແລະ ເພີ່ມກິ່ນດຶງດູດໃຈ ເພື່ອສ້າງໃຫ້ຜູ້ເສບຕິດ ນິໂຄຕິນ ໃຫ້ມາໃຊ້ຫຼາຍຂຶ້ນ.

ມາກ ບັດເລີ ລະບຸອີກວ່າ: ການນຳໃຊ້ຢາສູບໄຟຟ້າ ເພື່ອຄວາມບັນເທີງນັ້ນກຳລັງເປັນໄພຄຸກຄາມຕໍ່ປະຊາຊົນ ເຊິ່ງສົ່ງຜົນກະທົບຕໍຄົນໜຸ່ມສາວຢ່າງບໍ່ເໝາະສົມ ໂດຍຜົນການສຶກສາພົບວ່າ 1 ໃນ 6 ຂອງປະຊາກອນອອສເຕຣເລຍ ທີ່ມີອາຍຸ 14 ຫາ ​17 ປີເຄີຍສູບຢາໄຟຟ້າ ສ່ວນກຸ່ມຄົນ 18 ຫາ 24 ປີ ແມ່ນເຄີຍໃຊ້ຢາສູບໄຟຟ້າ ຫຼາຍເຖິງ 1 ໃນ 4.

ເຖິງຢ່າງໃດກໍຕາມ ເຖິງແມ່ນວ່າ ຢາສູບໄຟຟ້າຈະຖືກເບິ່ງວ່າປອດໄພກວ່າຢາສູບແທ້ໆ ເນື່ອງຈາກບໍ່ມີສ່ວນປະກອບຂອງຢ່າສູບແທ້ໆ ທີ່ເປັນອັນຕະລາຍ ແຕ່ກໍບໍ່ໄດ້ໝາຍຄວາມວ່າຢາສູບໄຟຟ້ານັ້ນປາສະຈາກຄວາມສ່ຽງໃດໆ ເນື່ອງຈາກໃນຢາສູບໄຟຟ້າ ມັກຈະມີສ່ວນປະສົມຂອງສານເຄມີຕ່າງໆຢູ່ ແລະ ຜົນທີ່ຕາມມາຈາກການນຳໃຊ້ຢາສູບໄຟຟ້າ ໃນໄລຍະຍາວ ນັ້ນຍັງບໍ່ຊັດເຈນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/