The Super Mario Bros. Movie ສ້າງລາຍໄດ້ເຖິງ 1.000 ລ້ານໂດລາແລ້ວ!


The Super Mario Bros. Movie ເປັນຮູບເງົາທີ່ດັງແປງມາຈາກວິດີໂອເກມ ເປັນການຮ່ວມມືກັນລະຫວ່າງ Universal Pictures, Illumination Entertainment ຜູ້ສ້າງອະນິເມຊັນ Minions ທີ່ໂດ່ງດັງໄປທົ່ວໂລກ ແລະ Nintendo ຜູ້ໃຫ້ກຳເນີດເກມ Super Mario Bros ໂດຍທີ່ຕົວຂອງຮູບເງົາໄດ້ຮັບການຊົມເຊີຍຢ່າງຫຼວງຫຼາຍວ່ານຳເອົາກິ່ນອາຍ ແລະ ເອກະລັກຈາກເກມມາລວມໄວ້ເປັນຢ່າງດີ ແບບລົງຕົວຫຼາຍກວ່າຮູບເງົາໃນປີ 1993.

ເວັບໄຊ Deadline ໄດ້ລາຍງານວ່າ The Super Mario Bros. Movie ຕິດອັນດັບ 1 ເທິງຕາຕະລາງ Box office ຂອງປະເທດອາເມຣິກາ ເປັນອາທິດທີ 4 ຕິດຕໍ່ກັນ ໂດຍສາມາດກວາດເງິນເພີ່ມໄປອີກ 40 ລ້ານໂດລາ ສົ່ງຜົນເຮັດໃຫ້ລາຍໄດ້ລວມໃນອາເມຣິກາ ຢູ່ທີ່ 490 ລ້ານໂດລາ ຂຶ້ນອັນດັບ 1 ຂອງຮູບເງົາທີ່ເຮັດລາຍໄດ້ສູງສຸດໃນອາເມຣິກາ ຕອນນີ້.

ນອກຈາກນີ້ ຮູບເງົາເລື່ອງ The Super Mario Bros. Movie ຍັງເຮັດລາຍໄດ້ທົ່ວໂລກຮອດ 1.022,5 ລ້ານໂດລາແລ້ວ ຈາກການອອກສາຍຮອດວັນອາທິດທີ 30 ເມສາ 2023 ທີ່ຜ່ານມາ ຈົນກາຍເປັນຮູບເງົາອະນິເມຊັ່ນເລື່ອງທີ່10 ໃນປະຫວັດສາດທີ່ເຮັດລາຍໄດ້ຫຼາຍກວ່າ 1.000 ລ້ານໂດລາ ແລະ ເປັນຮູບເງົາອະນິເມຊັນທີ່ມີລາຍໄດ້ສູງເປັນອັນດັບ 9 ແຊງໜ້າ The Lion King ແລະ Zootopia ທີ່ເຄີຍເຮັດໄວ້ ພ້ອມກັນນັ້ນຍັງເປັນຮູບເງົາເລື່ອງທີ 3 ຂອງ Illumination Entertainment ທີ່ເຮັດລາຍໄດ້ທົ່ວໂລກໄປຮອດ 1.000 ລ້ານໂດລາ ຫຼັງຈາກທີ່ຮູບເງົາເລື່ອງ Despicable Me 3’ (2017) ທີ່ເຄີຍເຮັດໄວ້ທີ່ 1.032 ລ້ານໂດລາ ແລະ Minions (2015) ທີ່ເຮັດໄວ້ທີ່ 1.157 ລ້ານໂດລາ.

ຍັງມີອີກໜຶ່ງສະຖິຕິທີ່ໜ້າສົນໃຈຄືການເຂົ້າສາຍຄັ້ງທຳອິດ ໃນປະເທດຢີ່ປຸ່ນ ເຊິ່ງເປັນປະເທດບ້ານເກີດຂອງວິດີໂອເກມ Super Mario Bros ເມື່ອອາທິດກ່ອນໂດຍເຂົ້າສາຍທັງໝົດ 776 ໂຮງຮູບເງົາ ສາມາດກວາດລາຍໄດ້ໄປຮອດ 14,3 ລ້ານໂດລາ ຖືໄດ້ວ່າເປັນຮູບເງົາອະນິເມຊັນລະດັບສະຕູດິໂອຍັກໃຫຍ່ທີ່ສາມາດເຮັດລາຍໄດ້ເປີດຕົວສູງທີ່ສຸດໃນປະເທດຢິ່ປຸ່ນ ແລະ ເປັນຮູບເງົາຂອງ Universal ທີ່ລາຍໄດ້ເປີດຕົວແຊງໜ້າ Jurassic World Dominions ພ້ອມຍັງສາມາດເຮັດລາຍໄດ້ໃນປະເທດຢິ່ປຸ່ນຮອດ 1.000 ລ້ານເຢນ ໃນໄລຍະເວລາພຽງ2 ມື້ເທົ່ານັ້ນ.

ຢ່າງໃດກໍຕາມ ຕ້ອງມາລຸ້ນກັນວ່າ ຮູບເງົາອະນິເມຊັນເລື່ອງ The Super Mario Bros. Movie ຈະສາມາດເຮັດລາຍໄດ້ແຊງໜ້າຮູບເງົາທີ່ມີລາຍໄດ້ທົ່ວໂລກສູງສຸດໄດ້ຫຼືບໍ່ ກັບຮູບເງົາເລື່ອງ Frozen II (2019) ທີ່ສາມາດກວາດລາຍໄດ້ໄປທົ່ວໂລກຢູ່ທີ່ 1.437 ລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/