PEPE ຄວ້າເອົາມົງກຸດຂອງ Meme Coin ຫຼັງຈາກລາຄາເພີ່ມຂຶ້ນສູງສຸດເປັນປະຫວັດສາດເຖິງ 39.000%


PEPE meme coin ໄດ້ເຮັດສະຖິຕິ all-time high ໃໝ່ເປັນປະຫວັດສາດທີ່ 0,000000816 ໂດລາ, ໂດຍມີລາຄາເພີ່ມຂຶ້ນເຖິງ 38.900% ນັບຕັ້ງເເຕ່ການເປີດຕົວຂອງຫຼຽນເມື່ອວັນທີ 14 ເດືອນເມສາທີ່ຜ່ານມາ.

ໃນຂະນະທີ່ຫຼຽນ meme ອັນດັບຕົ້ນໆເຊັ່ນ: Dogecoin ເເລະ Shiba Inu ນັ້ນມີທ່າອ່ຽງຂອງລາຄາໄປຕາມທິດທາງຂອງ Bitcoin. ອີງຕາມຂໍ້ມູນຈາກ CoinGecko ໃນວັນອາທິດທີ່ຜ່ານມາ, ລາຄາຂອງ PEPE ເພີ່ມຂຶ້ນ 99,02% ໃນເວລາພຽງ 24 ຊົ່ວໂມງ, ໃນ ເວລານັ້ນ PEPE ມີມູນຄ່າຕະຫຼາດທັງໝົດຢູ່ທີ່ 320,7 ລ້ານໂດລາ, ສ່ວນມູນຄ່າໃນຕະຫຼາດສູງສຸດຢູ່ທີ່ 326 ລ້ານໂດລາ ເຊິ່ງເກີດຂຶ້ນພາຍໃນເວລາບໍ່ຮອດສອງອາທິດ.

ຖ້າຫາກຫຼຽນ PEPE ສາມາດຮັກສາຄວາມສົນໃຈຂອງປະຊາຊົນໄດ້ດົນກວ່ານີ້, PEPE ກໍຈະກາຍເປັນຫຼຽນ meme ທີ່ຝັງເລິກຢູ່ໃນໃຈຂອງຊຸມຊົນ crypto ທົ່ວໂລກ.

ເຊິ່ງປັດໄຈໜຶ່ງ ທີ່ຈະເຮັດໃຫ້ຫຼຽນ PEPE ກາຍເປັນຫຼຽນ meme ຫຼັກໂລກ crypto ກໍຄືການລົງທະບຽນໃນ major cryptocurrency exchange ຕົວຢ່າງເຊັ່ນ Floki Inu ຈົດທະບຽນລາຍຊື່ຢູ່ໃນ Binance ເຮັດໃຫ້ລາຄາຂອງມັນເພີ່ມຂຶ້ນເຖິງ 50%.

ຫຼັງຈາກລາຄາຂອງ PEPE ເພີ່ມຂຶ້ນສູງຕະຫຼອດການ, PEPE ໄດ້ຖືກຈັດອັນດັບເປັນ cryptocurrency ທີ່ມີການຊື້ຂາຍຫຼາຍທີ່ສຸດອັນດັບທີ 124 ແລະ ຍັງເປັນຫຼຽນ meme ອັນດັບທີ 5 ຫຼຽນທີ່ໄລ່ຕາມ Floki (FLOKI) ດ້ວຍປະລິມານການຊື້ຂາຍທີ່ໜ້າປະທັບໃຈຕະຫຼອດ 24 ຊົ່ວໂມງ.

ດ້ວຍຄວາມນິຍົມຂອງຫຼຽນ meme ກໍາລັງກາຍເປັນກະເເສໃນຕະຫຼາດ Crypto, ເຮັດໃຫ້ລາຄາຂອງ PEPE ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ອາດຈະເປັນໄປໄດ້ວ່າຫຼຽນ PEPE ຈະສາມາດກ້າວຂຶ້ນເປັນ 100 ອັນດັບຂອງຫຼຽນ Crypto ໃນໄວໆນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/