Apple ເປີດບໍລິການ ບັນຊີອອມຊັບ ໃຫ້ດອກເບ້ຍສູງເຖິງ 4,15% ຕໍ່ປີ ມີຍອດຝາກເກືອບ 1 ພັນລ້ານໂດລາ ພາຍໃນ 4 ມື້


ເອີ້ນໄດ້ວ່າກະແສຕອບຮັບດີພໍສົມຄວນ ກັບ Apple ເຈົ້າຂອງແບຣນໂທລະສັບ ທີ່ໄດ້ຮັບຄວາມນິຍົມອັນດັບຕົ້ນໆຂອງໂລກ ກັບການເປີດຕົວບໍລິການໃໝ່ຢ່າງ ບໍລິການບັນຊີອອມຊັບ ທີ່ໃຫ້ດອກເບ້ຍສູງເຖິງ 4,15% ຕໍ່ປີ ເຊິ່ງພາຍຫຼັງເປີດໃຫ້ບໍລິການໄປພຽງ 4 ມື້ ປັດຈຸບັນໄດ້ມີຍອດເງິນມາຝາກແລ້ວສູງເຖິງ 990 ລ້ານໂດລາ.

ຢ້ອນກັບໄປກ່ອນໜ້ານີ້ ທາງ Apple ໄດ້ມີການປະກາດເປີດຕົວ ບໍລິການ ບັນຊີອອມຊັບ ເຊິ່ງຮ່ວມມືກັບ Goldman Sachs ເຊິ່ງເປັນທະນາຄານການລົງທຶນ ອັນດັບຕົ້ນໆຂອງໂລກ ແລະ ໃຫ້ອັດຕາດອກເບ້ຍສູງເຖິງ 4,15% ຕໍ່ປີ ສຳລັບລູກຄ້າຂອງ Apple Card ຂອງຕົນ.

ພາຍຫຼັງເປີດບໍລິການມາໄດ້ພຽງ 4 ມື້ ມີຜູ້ມາເປີດບັນຊີອອມຊັບກັບ Apple ແລ້ວ 240.000 ບັນຊີ ລວມຍອດເງິນຝາກ 990 ລ້ານໂດລາ ຫຼື ສະເລ່ຍທຸກໆບັນຊີຈະມີເງິນຝາກຢູ່ກັບ Apple ຢູ່ທີ່ປະມານ 4.125 ໂດລາ.

ເຊິ່ງເລື່ອງນີ້ກໍອາດຈະບໍ່ເປັນທີ່ແປກໃຈພໍປານໃດ ເພາະເບິ່ງຈາກຊື່ບໍລິສັດຜູ້ໃຫ້ບໍລິການຢ່າງ Apple ແລະ Goldman Sachs ແລະ ທີ່ສຳຄັນ ແມ່ນອັດຕາດອກເບ້ຍທີ່ສູງເຖິງ 4,15% ຕໍ່ປີ ໃນຂະນະທີ່ດອກເບ້ຍສະເລ່ຍໃນສະຫະລັດອາເມຣິກາມີຢູ່ພຽງແຕ່ 0,24 – 1,54% ເທົ່ານັ້ນ ຈຶ່ງເຮັດໃຫ້ ການມາຝາກເງິນກັບ Apple ນັ້ນມີຄວາມໜ້າສົນໃຈຫຼາຍກວ່າ.

ຢ່າງໃດກໍຕາມ ເລກດັ່ງກ່າວເປັນພຽງຂໍ້ມູນທີ່ສຳນັກຂ່າວຕ່າງປະເທດ ໄປນຳເອົາມາຈາກພະນັກງານພາຍໃນບໍລິສັດ Apple ເທົ່ານັ້ນ ເຊິ່ງທາງ Apple ເອງກໍຍັງບໍ່ທັນໄດ້ມີການລາຍງານກ່ຽວກັບຕົວເລກດັ່ງກ່າວຢ່າງຊັດເຈນແຕ່ຢ່າງໃດ.

ເຊິ່ງກ່ອນໜ້ານີ້ Apple ເຄີຍບຸກຕະຫຼາດດ້ານການເງິນມາແລ້ວ ໂດຍການເປີດບໍລິການທາງການເງິນ ຜ່ານບັດເຄດິດ ຂອງ Apple Card ທີ່ເປັນພັນທະມິດຮ່ວມກັນກັບ Goldman Sachs ເຊິ່ງກໍໄດ້ຜົນຕອບຮັບເປັນຢ່າງດີຈາກ ບັນດາຄົນຮັກ Apple ທັງຫຼາຍ.

ໂດຍ Apple Card ທີ່ວ່າຈະສາມາດເປີດບັນຊີອອມຊັບ ແລ້ວໄດ້ດອກເບ້ຍ 4,15% ຕໍ່ປີນີ້ ແມ່ນມີບໍລິການພຽງແຕ່ໃນສະຫະລັດອາເມຣິກາເທົ່ານັ້ນ ແລະ ຈະສາມາດສະໝັກໄດ້ແມ່ນບັນຊີນັ້ນຈະມີຄະແນນເຄດິດທີ່ດີ ແລະ ຜ່ານການກວດສອບຂອງ Apple ກ່ອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/