ຜູ້ກໍ່ຕັ້ງ TikTok ຂຶ້ນແທ່ນມະຫາເສດຖີອັນດັບ 1 ຂອງອາຊີ ດ້ວຍຊັບສິນລື່ນ 1 ແສນລ້ານໂດລາ
ຈ່າງ ອີ້ໝິງ (Zhang Yiming) ຜູ້ກໍ່ຕັ້ງ ByteDance ບໍລິສັດແມ່ຂອງ TikTok ໄດ້ກ້າວຂຶ້ນເປັນບຸກຄົນທີ່ຮັ່ງມີທີ່ສຸດໃນອາຊີ ດ້ວຍຊັບສິນສຸດທິສູງເຖິງ 105.5 ຕື້ໂດລາສະຫະລັດ, ຍາດເອົາຕຳແໜ່ງຈາກມະຫາເສດຖີອິນເດຍ ແລະ ສະທ້ອນເຖິງພະລັງຂອງເຕັກໂນໂລຊີປັນຍາປະດິດ (AI) ທີ່ກຳລັງສ້າງຄວາມປ່ຽນແປງຄັ້ງໃຫຍ່ຕໍ່ໂຄງສ້າງເສດຖະກິດໂລກ.
ການເພີ່ມຂຶ້ນຂອງມູນຄ່າຊັບສິນດັ່ງກ່າວເກີດຂຶ້ນພາຍຫຼັງດັດຊະນີມະຫາເສດຖີຂອງ Bloomberg ໄດ້ວິເຄາະການປະເມີນມູນຄ່າຮຸ້ນຫຼ້າສຸດຈາກກອງທຶນລະດັບໂລກ ເຊັ່ນ BlackRock, Fidelity Investments ແລະ T. Rowe Price ເຊິ່ງຊຸກຍູ້ໃຫ້ມູນຄ່າຊັບສິນຂອງ ຈ່າງ ເພີ່ມຂຶ້ນຫຼາຍກວ່າ 12 ຕື້ໂດລາພາຍໃນເດືອນດຽວ.
ຕົວເລກນີ້ສົ່ງຜົນໃຫ້ລາວມີຊັບສິນນຳໜ້າ ເກົາຕຳ ອາດານີ (Gautam Adani) ມະຫາເສດຖີກຸ່ມບໍລິສັດອຸດສາຫະກຳ ແລະ ພະລັງງານຂອງອິນເດຍ ປະມານ 700 ລ້ານໂດລາ, ໃນຂະນະທີ່ ອາດານີ ເຈິບັນຫາຮຸ້ນຕົກຕ່ຳຈາກການປັບນ້ຳໜັກດັດຊະນີ MSCI ຈົນຊັບສິນຫຼຸດລົງເຫຼືອ 104.8 ຕື້ໂດລາ ຈາກທີ່ເຄີຍຂຶ້ນສູງສຸດເຖິງ 120 ຕື້ໂດລາໃນເດືອນມິຖຸນາທີ່ຜ່ານມາ.
ການຈັດອັນດັບລ່າສຸດຍັງສະແດງໃຫ້ເຫັນການເກາະກຸ່ມຂອງຜູ້ນຳທຸລະກິດອາຊີ ເຊັ່ນ ມູເກຊ ອຳບານີ ແຫ່ງອິນເດຍ (81.3 ຕື້ໂດລາ), ທາດາຊິ ຢານາອິ ເຈົ້າຂອງ Uniqlo ຈາກຍີ່ປຸ່ນ (63.7 ຕື້ໂດລາ) ແລະ ຈົງ ຊານຊານ ເຈົ້າພໍ່ນ້ຳດື່ມຈີນ (59.1 ຕື້ໂດລາ).
ເສັ້ນທາງຄວາມສຳເລັດຂອງ ຈ່າງ ອີ້ໝິງ ຖືເປັນບົດຮຽນທຸລະກິດທີ່ໂດດເດັ່ນ ຫຼັງຈາກເລີ່ມຕົ້ນສ້າງ ByteDance ໃນປີ 2012 ຈາກຫ້ອງແຖວ 4 ຫ້ອງນອນໃນປັກກິ່ງ ຈົນກາຍເປັນອານາຈັກເຕັກໂນໂລຊີລະດັບໂລກທີ່ຄອບຄຸມທັງສື່ຂ່າວ Toutiao, ວິດີໂອສັ້ນ Douyin ແລະ TikTok ຕະຫຼອດຮອດອີຄອມເມີຊ, ເກມ ແລະ ການສຶກສາ.
ໃນປີ 2025 ຜ່ານມາ ບໍລິສັດສາມາດສ້າງລາຍຮັບທົ່ວໂລກໄດ້ສູງເຖິງ 200 ຕື້ໂດລາ ແລະ ມີກຳໄລສຸດທິ 42 ຕື້ໂດລາ ເຊິ່ງເຕີບໂຕເກືອບ 30% ເມື່ອທຽບໃສ່ປີກ່ອນໜ້າ.
ປັດໄຈສຳຄັນທີ່ຊຸກຍູ້ການເຕີບໂຕຢ່າງກ້າວກະໂດດໃນປັດຈຸບັນແມ່ນການວາງເດີມພັນກັບເຕັກໂນໂລຊີ AI ເຊິ່ງກຳລັງທ້າທາຍອຳນາດທຸລະກິດແບບດັ້ງເດີມ.
ByteDance ໄດ້ພັດທະນາລະບົບປັນຍາປະດິດຫຼາກຫຼາຍຮູບແບບ ເຊັ່ນ ແຊັດບັອດ Doubao ແລະ ເຄື່ອງມືສ້າງວິດີໂອ Seedance, ພ້ອມທັງໄດ້ຮັບເງິນກູ້ຢືມມູນຄ່າ 29.6 ຕື້ໂດລາຈາກກຸ່ມທະນາຄານສາກົນເພື່ອຂະຫຍາຍການວິໄຈ ແລະ ພັດທະນາ AI ຢ່າງເຕັມກຳລັງ.
ນອກຈາກນັ້ນ, ບໍລິສັດຍັງໄດ້ແຕກແໜງທຸລະກິດໄປສູ່ການພັດທະນານະວັດຕະກຳຢາດ້ວຍ AI ພາຍໃຕ້ຊື່ Anew Labs ເຊິ່ງຫາກໍ່ລະດົມທຶນໄດ້ 290 ລ້ານໂດລາ ຈົນມູນຄ່າບໍລິສັດພຸ່ງຂຶ້ນເປັນ 1.5 ຕື້ໂດລາ, ຢ້ຳໃຫ້ເຫັນວ່າການຂະຫຍາຍຕົວຂອງເຕັກໂນໂລຊີລຸ້ນໃໝ່ນີ້ບໍ່ພຽງແຕ່ສ້າງຄວາມຮັ່ງມີມະຫາສານເທົ່ານັ້ນ ແຕ່ຍັງກຳລັງປ່ຽນທິດທາງການລົງທຶນ ແລະ ການແຂ່ງຂັນໃນລະດັບສາກົນອີກດ້ວຍ.
#LaoX #ZhangYiming #TikTok #ByteDance #ມະຫາເສດຖີອາຊີ #ເສດຖະກິດໂລກ #ເຕັກໂນໂລຊີAI #ທຸລະກິດລະດັບໂລກ


