Da Vinci of Debt ຜົນງານສີລະປະແບບການຈັດວາງ (Installation) ຂອງ Natural Light ທີ່ຈັດສະແດງຢູ່ Grand Central Terminal ໃນນະຄອນນິວຢອກ ໄດ້ກາຍເປັນຜົນງານສີລະປະທີ່ມີມູນຄ່າແພງທີ່ສຸດໃນໂລກດ້ວຍລາຄາ 470 ລ້ານໂດລາສະຫະລັດ.

ໂດຍ Da Vinci of Debt ເປັນຜົນງານທີ່ຕັ້ງໃຈສະທ້ອນໃຫ້ເຫັນເຖິງບັນຫາໜີ້ສິນ ຂອງເດັກມະຫາວິທະຍາໄລໃນສະຫະລັດອາເມຣິກາທີ່ມາຈາກການຈ່າຍຄ່າຮຽນສຳລັບຮຽນມະຫາວິທະຍາໄລ 4 ປີ. ເຊິ່ງການຈ່າຍຄ່າຮຽນ 4 ປີໃນມະຫາວິທະຍາໄລເຮັດໃຫ້ເດັກອາເມຣິກັນຫຼາຍກວ່າ 45 ລ້ານຄົນຕ້ອງຕົກຢູ່ໃນສະພາວະຂອງການເປັນໜີ້ ແລະ Natural Light ກໍຢາກໃຫ້ຜູ້ຮັບຊົມ ເຫັນອີກດ້ານຂອງຄວາມສຳເລັດ ເມື່ອພວກເຂົາຈົບການສຶກສານັ້ນເບື້ອງຫຼັງຮອຍຍິ້ມແລະການສະເຫຼີມສະຫຼອງສຳລັບໃບປະລິນຍາໜຶ່ງໃບ ຄືໜີ້ສິນກອງໃຫຍ່ທີ່ພວກເຂົາຕ້ອງແບກຮັບຕັ້ງແຕ່ອາຍຸຍັງນ້ອຍ.

ຜົນງານ Da Vinci of Debt ປະກອບໄປດ້ວຍໃບປະລິນຍາຂອງແທ້ກວ່າ 2600 ໃບທີ່ຮຽງກັນເປັນຂັ້ນບັນໄດ້ ເຊິ່ງແຕ່ລະໃບຕີລາຄາເປັນເງິນກວ່າ 180.000 ໂດລາສະຫະລັດ ເຊິ່ງເປັນລາຄາຮຽນທົ່ວໄປຂອງການຮຽນມະຫາວິທະຍາໄລ 4 ປີໃນສະຫະລັດ ເຮັດໃຫ້ຜົນງານສີລະປະນີ້ມີມູນຄ່າເຖິງ 470 ລ້ານໂດລາສະຫະລັດ ແຊງໜ້າຮູບແຕ້ມອາຍຸ 600 ປີຢ່າງ Salvator Mundi ໂດຍ ເລໂອນາໂດ ດາ ວິນຊີ ໄປ 20 ກວ່າລ້ານໂດລາສະຫະລັດ.
ແດນຽວ ເບລກ ຮອງປະທານຝ່າຍການຕະຫຼາດຂອງບໍລິສັດ ໄດ້ກ່າວເຖິງຜົນງານນີ້ວ່າ “ໜີ້ສິນຈາກການຮຽນມະຫາວິທະຍາໄລເປັນປະເດັນທີ່ສຳຄັນ ແລະ ໜ້າເສົ້າທີ່ມັນເປັນເລື່ອງທີ່ຄົນອາເມຣິກາເບິ່ງຂ້າມ ເຮົາເລືອກສີລະປະໃນການຂະຫຍາຍບັນຫານີ້ ເພື່ອປຽບທຽບຈຳນວນເງິນມະຫາສານຂອງງານສີລະປະກັບຄ່າຮຽນສຳລັບການຮຽນ 4 ປີໃນມະຫາວິທະໄລ ໃຫ້ເດັ່ນຊັດຂຶ້ນ”




ສາມາດຮັບຊົມຜົນງານສີລະປະທີ່ແພງທີ່ສຸດໃນໂລກຜ່ານທາງ:
ພາບ: Hypebeast, theculturecurator.com
ຂອບໃຈຂໍ້ມູນ:
- https://hypebeast.com/2021/1/da-vinci-of-debt-470-million-usd-worlds-most-expensive-artwork-info?fbclid=IwAR0vQw5wV0skOk0pq8TWB-gZzDTYG54TnPUxZ45AwX8CdkCG4VqRZKO73M0
- https://theculturecurators.com/art-money-da-vinci-of-debt-is-the-worlds-most-expensive-artwork/