Elon Musk ປະກາດມອບຮາງວັນ 100 ລ້ານໂດລາສະຫະລັດ ໃຫ້ຜູ່ທີ່ສາມາດພັດທະນາເທັກໂນໂລຢີດັກຈັບຄາບອນໄດ້ດີທີ່ສຸດ


ເລື່ອງບັນຫາສິ່ງແວດລ້ອມ ຍັງເປັນບັນຫາໃຫຍ່ທີ່ປັດຈຸບັນຫຼາຍພາກສ່ວນກໍໄດ້ໃຫ້ຄວາມໃສ່ໃຈຫຼາຍຂຶ້ນ ເຊັ່ນດຽວກັນກັບ Elon Musk ນັກທຸລະກິດທີ່ລວຍທີ່ສຸດໃນໂລກຕອນນີ້ ເປັນທັງເຈົ້າຂອງບໍລິສັດ Tesla, Paypal ແລະ SpaceX.

ຫຼ້າສຸດ ເມື່ອອາທິດທີ່ຜ່ານມາ Elon Musk ທະວິດລົງໃນ Twitter ສ່ວນຕົວວ່າ “ຈະມອບເງິນຮາງວັນ 100 ລ້ານໂດລາສະຫະລັດ ໃຫ້ກັບເທັກໂນໂລຢີດັກຈັບຄາບອນໃນອາກາດທີ່ດີທີ່ສຸດ”

ຖ້າເຮົາຕິດຕາມຂ່າວຂອງ Elon Musk ເຮົາອາດຈະເຄີຍເຫັນຂ່າວຄວາມໃສ່ໃຈຕໍ່ສິ່ງແວດລ້ອມຂອງລາວ ບໍ່ວ່າຈະເປັນຜູ່ນຳດ້ານການປ່ຽນຈາກລົດທີ່ໃຊ້ນ້ຳມັນ ມາເປັນລົດໄຟຟ້າ, ນອກຈາກນັ້ນ ລາວຍັງກໍ່ຕັ້ງບໍລິສັດຊື່ວ່າ Solarcity ເຊິ່ງເປັນບໍລິສັດພະລັງງານແສງຕາເວັນແບບຄົບວົງຈອນ ແລະ ອື່ນໆອີກ.

ຂອບໃຈຂໍ້ມູນຈາກ:

https://www.reuters.com/article/us-usa-musk-carbon-capture/elon-musk-to-offer-100-million-prize-for-best-carbon-capture-tech-idUSKBN29R024?fbclid=IwAR0SzJaJmF_XncoOYd-jL1u8075RkX4C69Y73v3nNF65vl8eoOx7PHRHriQ