ChatGPT AI ສຸດລ້ຳກັບຄວາມສາມາດ ທີ່ຈະເຂົ້າມາ ປ່ຽນແປງການໃຊ້ຊີວິດ ແລະ ອາດເຮັດໃຫ້ມະນຸດເຮົາ ຕົກງານ ໃນອະນາຄົດ

ChatGPT AI

ໃນໄລຍະທີ່ຜ່ານມາ ວົງການປັນຍາປະດິດໄດ້ມີສິ່ງໃໝ່ທີ່ມາເຮັດໃຫ້ຄົນທຳມະດາແບບເຮົາ ຕ້ອງອອກຮ້ອນອອກຮົນກັນອີກແລ້ວ ໂດຍໃນຕອນນີ້ ຄົນທົ່ວໂລກກຳລັງໃຫ້ຄວາມສົນໃຈກັບ Chatbot ຕົວໃໝ່ທີ່ຊື່ວ່າ ChatGPT ເນື່ອງຈາກເປັນ Chatbot ທີ່ສາມາດສົນທະນາກັບມະນຸດໄດ້ຢ່າງເປັນທຳມະຊາດສຸດໆ ລວມເຖິງຕອບຄຳຖາມຍາກໆໄດ້ຢ່າງສະບາຍ ແລະ ຍັງຊ່ວຍຄົນເຮັດວຽກໄດ້ງ່າຍຂຶ້ນ ໂດຍສະເພາະບັນດານັກຂຽນຕ່າງໆ ບໍ່ວ່າຈະເປັນການຂຽນໂປຣແກຣມ, ການຂຽນບົດຄວາມ ເຊິ່ງຫຼາຍຄົນເບິ່ງວ່າ ສິ່ງນີ້ອາດຈະມາເປັນຄູ່ແຂ່ງຂອງ Google ໃນອະນາຄົດ ແລະ ຈະເປັນຄູ່ແຂ່ງກັບມະນຸດໃນໄລຍະຍາວ.

ChatGPT AI

ChatGPT ເປັນເທັກໂນໂລຢີ Chatbot ທີ່ຖືກພັດທະນາ ແລະ ສ້າງຂຶ້ນໂດຍ Open A.I ໜ່ວຍງານພັດທະນາປັນຍາປະດິດ ທີ່ບໍ່ຫວັງຜົນກຳໄລ ເຊິ່ງເປັນໜ່ວຍງານທີ່ມີເປົ້າໝາຍຄືການເຮັດໃຫ້ໝັ້ນໃຈວ່າ ປັນຍາປະດິດ ຫຼື AI ຈະເປັນປະໂຫຍດໃຫ້ແກ່ມະນຸດໄດ້ຢ່າງແທ້ຈິງ.

ChatGPT AI

ຢ່າງທີ່ກ່າວໄປໃນຂ້າງເທິງວ່າຄົນກຳລັງໃຫ້ຄວາມສົນໃຈ ChatGPT ຢ່າງກວ້າງຂວາງ ເພາະມັນສາມາດເຮັດຫຼາຍໆສິ່ງຫຼາຍໆຢ່າງທີ່ມີຄວາມຊັບຊ້ອນ ແລະ ຄວາມຍາກທີ່ຫຼາຍກວ່າ Chatbot ປົກກະຕິທີ່ສາມາດໃຫ້ໄດ້ພຽງຂໍ້ມູນທົ່ວໄປ, ສະພາບອາກາດ ແລະ ຄວາມຮູ້ທົ່ວໄປ. ຫຼືແມ່ນແຕ່ຜູ້ຊ່ວຍອັດສະລິຍະຊື່ດັງຢ່າງ Google Assistant, Siri ຫຼື Alexa ກໍຊ່ວຍວຽກເຮົາໃຫ້ໄດ້ແຕ່ແບບພື້ນຖານເທົ່ານັ້ນ ເຊັ່ນ: ເປີດ-ປິດໄຟ, ເປີດ-ປິດເພງ, ສັ່ງການໂທອອກ-ໂທເຂົ້າ ຫຼື ຊື້ເຄື່ອງອອນລາຍ.

ChatGPT AI

ແຕ່ສຳລັບ ChatGPT ນັ້ນມັນລໍ້າເລິກໄປກວ່ານັ້ນ ເພາະມັນສາມາດສົນທະນາໂຕ້ຕອບກັບເຮົາໄດ້ຢ່າງເປັນທຳມະຊາດ ແຖມຍັງສາມາດໃຫ້ຄຳຕອບທີ່ທາງສັງຄົມສາດ, ສິລະປະສາດ ແລະ ປັດຊະຍາໄດ້ນຳອີກ. ມັນສາມາດເຮັດສິ່ງທີ່ຍາກ ແລະ ຊັບຊ້ອນໄດ້ຫຼາຍກວ່າ ເຊັ່ນ: ການຂຽນເວັບ, ຂຽນໂປຣແກຣມ, ຊ່ວຍຫາຂໍ້ຜິດພາດໃນ Code ຂອງໂປຣແກຣມ, ຂຽນບົດຄວາມ, ຂຽນຈົດໝາຍ, ຂຽນບົດລະຄອນສັ້ນ, ແຕ່ງເພງ, ແຕ່ງກອນ ຫຼື ແມ່ນແຕ່ບົດຄົ້ນຄວ້າຈົບຊັ້ນ ແລະ ອີກຫຼາກຫຼາຍຢ່າງ ໂດຍມັນສາມາດເຮັດໃຫ້ເຮົາໄດ້ພຽງໃນໄລຍະເວລາບໍ່ເທົ່າໃດນາທີ.

ນອກຈາກນີ້ ChatGPT ຍັງເປັນລະບົບທີ່ມີການໃຊ້ພາສາຄ້າຍຄຶກັບພາສາທີ່ຄົນທົ່ວໄປໃຊ້ກັນ ແລະ ມີນິດໄສທີ່ຄ້າຍຄືກັບມະນຸດຄື: ມີຄວາມບໍ່ແນ່ໃຈ, ມີຄວາມລັງເລ, ຫຼີກເວັ້ນການຢືນຢັນວ່າແມ່ນຫຍັງຖືກແມ່ນຫຍັງຜິດ ເຊັ່ນ ຄຳຖາມໃນດ້ານຣົດສະນິຍົມ, ສາສະໜາ, ຄວາມເຊື່ອ ແລະ ການເມືອງ.

ChatGPT AI

ຍົກຕົວຢ່າງ: ມີຜູ້ໃຊ້ງານຄົນໜຶ່ງໄດ້ຖາມ ChatGPT ວ່າ ຊີວິດຫຼັງຄວາມຕາຍນັ້ນເປັນແນວໃດ. ChatGPT ກໍຕອບຢ່າງບໍ່ໝັ້ນໃຈ ພ້ອມກັບອະທິບາຍໃນລັກສະນະວິຊາການຢ່າງຈິງຈັງວ່າ: “ສິ່ງນີ້ບໍ່ມີຄໍາຕອບທີ່ແນ່ນອນ ເນື່ອງຈາກວ່າຕ່າງຄົນຕ່າງວັດທະນະທຳ ແລະ ມີຄວາມເຊື່ອທີ່ແຕກຕ່າງກັນ ບາງຄົນກໍເຊື່ອວ່າມີໂລກຫຼັງຄວາມຕາຍ ຂະນະທີ່ບາງຄົນກໍເຊື່ອວ່າຄວາມຕາຍແມ່ນຄວາມວ່າງເປົ່າ ເພາະມັນບໍ່ມີຫຼັກຖານທີ່ພິສູດໄດ້ຊັດເຈນວ່າເປັນແບບໃດກັນແທ້ ສິ່ງນີ້ຈຶ່ງຂຶ້ນຢູ່ກັບຄວາມເຊື່ອສ່ວນບຸກຄົນ”.

ສິ່ງໜຶ່ງທີ່ເຮັດໃຫ້ ChatGPT ແຕກຕ່າງກໍຄື ເປັນລະບົບທີ່ໃຫ້ຂໍ້ມູນທີ່ເປັນສາລະຄວາມຮູ້ແບເນັ້ນໆ, ບໍ່ມີການຕອບໂຕ້ໃນແນວທາງປະຊົດປະຊັນ ຫຼື ຢອກກັບຜູ້ໃຊ້ງານ ເຖິງແມ່ນວ່າຜູ້ໃຊ້ງານມັກຈະໃຊ້ຄຳຖາມໃນລັກສະນະກວນໆ ຄ້າຍຄືກັບທີ່ຫຼາຍຄົນມັກໄປໃຊ້ກັບ Siri ຂອງ Apple ເຊິ່ງ ChatGPT ກໍຈະຕອບກັບມາດ້ວຍຄວາມສຸພາບ ແລະ ໃຫ້ຂໍ້ມູນພ້ອມກັບ ອະທິບາຍເພີ່ມຕື່ມໃນຫົວຂໍ້ນັ້ນໆ.

ChatGPT AI

ດ້ວຍສິ່ງເຫຼົ່ານີ້ ເຮັດໃຫ້ຫຼາຍຄົນເຊື່ອວ່າ ChatGPT ເປັນລະບົບ AI ທີ່ຈະສາມາດນຳມາໃຊ້ປະໂຫຍດໃນຊີວິດໄດ້ແທ້ໆ ແລະ ຈະກາຍເປັນລະບົບທີ່ຈະເປັນຄູ່ແຂ່ງກັບມະນຸດເຮົາໃນອະນາຄົດ.

ແຕ່ຢ່າງໃດກໍຕາມທາງ Open AI ກໍຍອມຮັບວ່າລະບົບດັ່ງກ່າວຍັງບໍ່ທັນສົມບູນແບບ ແລະ ມີຈຸດອ່ອນຄືຄວາມຖືກຕ້ອງຂອງຂໍ້ມູນ ເພາະໃນການເຝິກ ບໍ່ມີແຫຼ່ງທີ່ມາຂອງຄວາມຈິງ ແລະ ການເຝິກ AI ໃຫ້ຕອບຄຳຖາມຢ່າງລະມັດລະວັງ ກໍມີທ່າອ່ຽງທີ່ AI ຈະຈະຕອບຄຳຖາມງ່າຍໆບໍ່ໄດ້ໃນທັນທີ  ແລະ  ChatGPT ອາດຈະໃຊ້ຄຳຟຸມເຟືອຍຫຼາຍເກີນໄປໃນການຕອບຄຳຖາມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/