Binance ກັບມາເປີດໃຫ້ບໍລິການຊຳລະເງິນຜ່ານ Mastercard ອີກຄັ້ງ ຫຼັງຈາກປະເຊີນກັບບັນຫາດ້ານກົດລະບຽບ


ໃນປີທີ່ຜ່ານມາ, Binance ເວັບເທຣດ crypto ທີ່ມີປະລິມານການຊື້ຂາຍທີ່ໃຫຍ່ທີ່ສຸດໃນໂລກ ຕ້ອງປະເຊີນກັບບັນຫາດ້ານກົດລະບຽບທີ່ຮ້າຍແຮງ. ສົ່ງຜົນໃຫ້ບໍລິສັດຖອນຕົວອອກຈາກຕະຫຼາດທີ່ສໍາຄັນ ແລະ ຈຳເປັນຈະຕ້ອງໂຈະການບໍລິການບາງຢ່າງ.

ຢ່າງໃດກໍຕາມ, ໃນປັດຈຸບັນ ບັນຫາເຫຼົ່ານີ້ໄດ້ເລີ່ມຜ່ອນຄາຍລົງແລ້ວ ແລະ Binance ກໍໄດ້ເລີ່ມຄ່ອຍໆກັບມາເປີດການບໍລິການຕ່າງໆໃຫ້ຊາວ crypto ອີກຄັ້ງ. ເຊິ່ງໜຶ່ງບໍລິການທີ່ໜ້າສົນໃຈນັ້ນກໍຄື ຄຸນສົມບັດການບໍລິການຊື້ຂາຍ Crypto ຜ່ານບັດເຄຣດິດ Mastercard

ໃນວັນທີ 6 ເດືອນມິຖຸນາ, Binance ໄດ້ປະກາດການເປີດໃຊ້ຄືນທາງເລືອກໃນການຈ່າຍເງິນຜ່ານບັດເຄຣດິດ. ລວມທັງການຮ່ວມມືຢ່າງເປັນທາງການກັບ Mastercard.

ການເຄື່ອນໄຫວທີ່ສໍາຄັນນີ້ເກີດຂຶ້ນຫຼັງຈາກ Mastercard ສິ້ນສຸດການຮ່ວມມືກັບ Binance ໃນເດືອນກັນຍາ 2023, ເຊິ່ງເປັນເວລາດຽວກັນກັບທີ່ Visa ຍັກໃຫຍ່ອີກເຈົ້າໄດ້ຕັດສິນໃຈສິ້ນສຸດຄວາມສໍາພັນກັບເວັບເທຣດລາຍນີ້ເຊັ່ນກັນ, ໂດຍມີສາເຫດມາຈາກບັນຫາທາງດ້ານລະບຽບການຕ່າງໆໃນໄລຍະນັ້ນ.

ການທີ່ Binance ກັບມາເປີດໃຫ້ບໍລິການຮັບຊໍາລະເງິນດ້ວຍບັດເຄຣດິດອີກຄັ້ງ ຈະຊ່ວຍໃຫ້ຜູ້ໃຊ້ Binance ສາມາດຊື້ສິນຊັບດິຈິຕອນໂດຍຜ່ານວິທີການຊໍາລະເງິນທີ່ສໍາຄັນເຊັ່ນ Mastercard, Visa ຫຼື SEPA.

ຢ່າງໃດກໍຕາມ, ການກັບຄືນໄປຮ່ວມກັບ Mastercard ແລະ ການເປີດໃຊ້ບໍລິການຊໍາລະບັດເຄຣດິດຄືນໃໝ່ໃນຄັ້ງນີ້ຍັງບໍ່ຮອງຮັບບັດເດບິດ/ເຄຣດິດ ພາຍໃຕ້ແບຣນຂອງ Binance ເທື່ອ, ແຕ່ Binance ກ່າວວ່າ ຈະມີປັບປຸງຂໍ້ມູນກ່ຽວກັບບັດໃຫ້ກັບຜູ້ໃຊ້ເພີ່ມເຕີມໃນພາຍຫຼັງ.

ຜູ້ຕາງໜ້າຂອງ Binance ກ່າວວ່າ “ພວກເຮົາມຸ່ງໝັ້ນທີ່ຈະພັດທະນາຜະລິດຕະພັນໃໝ່ ແລະ ການປັບປຸງຜະລິດຕະພັນແລະການບໍລິການທີ່ມີຢູ່ແລ້ວສໍາລັບຜູ້ໃຊ້ຂອງພວກເຮົາສໍາລັບບັດ Visa ພາຍໃຕ້ແບຣນ Binance. ຫາກມີຫຍັງຄືບໜ້າ ພວກເຮົາຈະແຈ້ງໃຫ້ຮູ້ໃນທັນທີ”

ທັງນີ້, Binance ໄດ້ຊີ້ແຈງຕື່ມອີກວ່າ ການບໍລິການໃໝ່ນີ້ຍັງບໍ່ສາມາດເປີດໃຫ້ບໍລິການໃຫ້ແກ່ຜູ້ໃຊ້ຢູ່ບາງປະເທດໄດ້ ເຊັ່ນ : ສະຫະລັດ, ແຄນາດາ, ສິງກະໂປ, ຍີ່ປຸ່ນ, ສະຫະຣາຊະອານາຈັກ, ສະຫະລັດອາຣັບເອມິເຣດ ແລະ ອອສເຕຣເລຍ. ເນື່ອງ Binance ກໍາລັງປະເຊີນກັບບັນຫາດ້ານກົດລະບຽບໃນຫຼາຍຂົງເຂດເຫຼົ່ານີ້.

ທີ່ມາ:

dailycoin

binance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/