ATTRAKT ຍື່ນຟ້ອງອະດີດສະມາຊິກ FIFTY FIFTY ທັງ 3 ຄົນ ເຫດຍົກເລີກສັນຍາ


ຍັງຄົງເປັນບັນຫາທີ່ບໍ່ສາມາດຈົບໄດ້ຢ່າງລົງຕົວສຳລັບ ATTRAKT ຄ້າຍຕົ້ນສັງກັດຂອງ FIFTY FIFTY ທີ່ໄດ້ຕັດສິນໃຈຍື່ນຟ້ອງອະດີດສະມາຊິກທັງ 3 ຄົນທີ່ປະກອບໄປດ້ວຍ Saena, Keena ແລະ Sio ສຳລັບການລະເມີດສັນຍານຳໄປສູ່ຄວາມເສຍຫາຍ.

ເມື່ອວັນທີ 19 ທັນວາ 2023 ທີ່ຜ່ານມາ ຄ້າຍບັນເທີງ ATTRAKT ໄດ້ອອກມາຊີ້ແຈງຜ່ານສື່ວ່າ “ອະດີດສະມາຊິກທັງ 3 ທີ່ປະກອບໄປດ້ວຍ Saena, Keena ແລະ Sio ຈະຕ້ອງຊົດເຊີຍຄວາມເສຍຫາຍ ພ້ອມກັບຍັງຟ້ອງບໍລິສັດ  The Givers ແລະ ຜູ້ປົກຄອງອະດີດສະມາຊິກທັງ 3.

ຕາມລາຍງານລະບຸວ່າທາງ ATTRAKT ໄດ້ປະເມີນຄ່າເສຍຫາຍ ແລະ ຄ່າປັບໃໝຕາມສັນຍາໄວ້ຫຼາຍໝື່ນວອນ ເນື່ອງຈາກການພິຈາລະນາແລ້ວທາງຄ້າຍໄດ້ຮຽກຮ້ອງເປັນຈຳນວນເງິນ 13,000 ລ້ານວອນ ເຊິ່ງມີຄວາມເປັນໄປໄດ້ວ່າຕົວເລກຈະເພີ່ມຂຶ້ນຕະຫຼອດໄລຍະເວລາການຟ້ອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/