Apple Maps ຊ່ວຍໃຫ້ຜູ້ໃຊ້ງານ ສາມາດຊອກຫາບ່ອນສັກວັກຊີນປ້ອງກັນ COVID-19 ໃນອາເມຣິກາໄດ້


ທາງບໍລິສັດ ແອັບເປີນ (Apple Computer, Inc) ຮ່ວມມືກັບ ວັກຊີນ ຟາຍເດີ (Vaccine Finder) ເວັບໄຊແຫຼ່ງຂໍ້ມູນສະຖານທີ່ສັກວັກຊີນໃນສະຫະລັດອາເມຣິກາ ເພື່ອຊ່ວຍໃຫ້ຜູ້ໃຊ້ງານສາມາດຊອກຫາສະຖານທີ່ສັກວັກຊີນຜ່ານ Apple Maps ຫຼື ສັ່ງການຜ່ານ Siri ໂດຍກົງ.

ຫຼັງຈາກ Google ອອກມາປະກາດວ່າ ຜູ້ໃຊ້ງານຈະສາມາດຊອກຫາສະຖານທີ່ສັກວັກຊີນດ້ວຍການໃຊ້ Google Maps ໄດ້ໃນບໍ່ດົນນີ້ ໂດຍຈະເລີ່ມຈາກລັດແອລິໂຊນາ, ລຸຍຊຽນນາ, ມິສຊິຊິບປີ ແລະ ເທັກຊັດ ເຊິ່ງທາງ Apple ກໍໄດ້ອອກມາສູ້ດ້ວຍ Apple Maps ທີ່ສາມາດສັ່ງການຜ່ານສຽງດ້ວຍ Siri ຫຼື ພິມຊອກຫາສະຖານທີ່ສັກວັກຊີນທີ່ໃກ້ທີ່ສຸດ ແລະ ສະຖານທີ່ບໍລິການທາງດ້ານສຸຂະພາບໄດ້ເລີຍ ເຊິ່ງທັງໝົດນີ້ແມ່ນບໍ່ເສຍຄ່າໃຊ້ຈ່າຍເພີ່ມຈາກ Apple Maps ເລີຍ.


ສຳລັບລາຍລະອຽດສະຖານທີ່ສັກວັກຊີນ ຫຼື ສະຖານທີ່ບໍລິການດ້ານສຸຂະພາບນັ້ນຈະມີທັງວັນເວລາເຮັດວຽກ ແລະ ທີ່ຢູ່ທີ່ຊັດເຈນ ພ້ອມກັບຊ່ອງທາງຕິດຕໍ່ພົວພັນ ຫຼື ລິ້ງເວັບໄຊຜູ້ໃຫ້ບໍລິການທີ່ເປັນທາງການ ແລະ ຖືກຕ້ອງ, ທັງໝົດນີ້ສາມາດເຂົ້າຫາໄດ້ຢ່າງງ່າຍດາຍຜ່ານທາງ Apple Maps ເຊິ່ງຕອນນີ້ Apple ກຳລັງອັບເດດຂໍ້ມູນສະຖານທີ່ສັກວັກຊີນເບື້ອງຕົ້ນເປັນຈຳນວນ 2,000 ແຫ່ງ ແລະ ຈະເພີ່ມຂຶ້ນອີກໃນອາທິດໜ້າ.

ນອກຈາກທາງ Vaccine Finder ຈະອະນຸຍາດໃຫ້ໃຊ້ຖານຂໍ້ມູນແລ້ວ ທາງຜູ້ເຮັດທຸລະກິດການແພດ ຫຼື ໂຮງໝໍ ກໍຕ້ອງໄດ້ສົ່ງຂໍ້ມູນທີ່ຕັ້ງ ແລະ ການບໍລິການໄປຫາ Apple ເພື່ອອັບເດດ Apple Maps ອີກຕໍ່ໄປ.

ພາບ: Macworld, Apple

ທີ່ມາ: https://pocketnow.com/apple-maps-will-now-help-you-find-covid-19-vaccination-sites