ສຳຜັດປະສົບການນອກໂລກ ກັບໂຮງແຮມແຫ່ງທຳອິດໃນອະວະກາດ ທີ່ Voyager Station


ເມື່ອເວົ້າເຖິງການທ່ອງທ່ຽວແຫ່ງອະນາຄົດ ແນ່ນອນວ່າ ການທ່ອງທ່ຽວພາຍໃນປະເທດ ຫຼື ພາຍໃນໂລກອາດຈະບໍ່ແມ່ນພຽງແຕ່ສອງທາງເລືອກອີກຕໍ່ໄປ ເພາະໄວໆນີ້ພວກເຮົາອາດໄປໄກຮອດອະວະກາດ ໂດຍສະເພາະໃນມື້ພັກຂອງເທສະການຕ່າງໆ.

ພົບກັບ “Voyager Station” ໂຮງແຮມແຫ່ງໜຶ່ງແຫ່ງທຳອິດໃນອະວະກາດທີ່ຈະພາທຸກຄົນແພັກກະເປົາເດີນທາງໄປພັກຜ່ອນນອກໂລກ ໂດຍ Orbital Assembly Corporation (OAC) ບໍລິສັດສະຕາດອັບທີມອະດີດນັກບິນຂອງ NASA ທີ່ເຮັດໂຄງການ “ໂຮງແຮມອະວະກາດ” ແຫ່ງທຳອິດຂອງຈັກກະວານ.

Voyager Station ມີແຜນກຳນົດສ້າງປີ 2025 ແລະ ເປີດຕ້ອນຮັບແຂກໄວສຸດໃນປີ 2027 ໂຮງແຮມແຫ່ງນີ້ຈະຕັ້ງຢູ່ທີ່ສະຖານີອະວະກາດແຫ່ງໃໝ່ “Voyager Station” ເຊິ່ງຢູ່ສູງຈາກພື້ນໂລກ 500-550 ກິໂລແມັດ ຄວາມອຽງ 97 ອົງສາ ໃນວົງໂຄຈອນແບບຊິງໂຄນັສ ຄືໝຸນຮອບຕົວເອງຄ້າຍກັບດວງຈັນໂຄຈອນຮອບໂລກຕະຫຼອດເວລາ ເຊິ່ງຈະຊ່ວຍລົດຄວາມຮ້ອນ ແລະ ຜະລິດໄຟຟ້າແສງອາທິດໄດ້ຕະຫຼອດເວລາ.

Voyager Station ເປັນສະຖານີອະວະກາດແບບ “2 in 1” ແບ່ງອອກເປັນສູນວິໄຈ ແລະ ໂຮງແຮມມີ 24 ໂມດູນ ໂດຍ 12 ໂມດູນເປັນສ່ວນຂອງຫ້ອງພັກ ມີທັງໝົດ 2 ຮູບແບບຄື Luxury Villas ຂະໜາດ 500 ຕາແມັດ ແລະ Hotel Suites ຂະໜາດ 30 ກິໂລຕາແມັດ.

ສາມາດເຊົ່າເປັນລາຍອາທິດ, ລາຍເດືອນ ຫຼື ຊື້ເປັນບ້ານພັກຕາກອາກາດກໍໄດ້ ແລະ ສາມາດຮອງຮັບຄົນເຂົ້າພັກໄດ້ສູງສຸດ 316-440 ຄົນ ສ່ວນອີກ 12 ໂມດູນທີ່ເຫຼືອຈະປະກອບໄປດ້ວຍສິ່ງອຳນວຍຄວາມສະດວກຕ່າງໆເຊັ່ນ: ໂຮງໜັງ, ຫ້ອງສະໝຸດ, ຮ້ານອາຫານແລະບາ, ຫ້ອງຄົວ, ຫ້ອງອອກກຳລັງກາຍ ແລະ ຫ້ອງວິໄຈທາງວິທະຍາສາດ.

ມາຮອດນີ້ ຫຼາຍຄົນອາດຈະກັງວົນວ່າຕ້ອງຂຶ້ນໄປຢູ່ໃນ “ພາວະໄຮ້ແຮງດຶງດູດ” ຫຼືບໍ່ ຄຳຕອບກໍຄື “ບໍ່” ເພາະວ່າ Voyager Station ຕິດຕັ້ງແຮງດຶງດູດທຽມ ໂດຍໂຮງແຮມຈະໝຸນເຄື່ອນທີ່ທຸກໆ 90 ນາທີຕາມວົງໂຄຈອນໂລກ ເຮັດໃຫ້ເຮົາໃຊ້ຊີວິດໃນໂຮງແຮມໄດ້ຄືຢູ່ໃນໂລກເລີຍ. ບໍ່ພຽງເທົ່ານັ້ນ ຜູ້ເຂົ້າພັກຍັງສາມາດແນມເຫັນ “ທິວທັດຈັກກະວານ” ໄດ້ຕະຫຼອດເວລານຳອີກດ້ວຍ.

ແນ່ນອນວ່າ ການຂຶ້ນຍານ Voyager Station ຕ້ອງມີຂໍ້ປະຕິບັດເພີ່ມຕື່ມເຊັ່ນ: ການເຝິກອົບຮົມກ່ອນການເດີນທາງ ເພື່ອຮູ້ຈັກວິທີການໃຊ້ຊີວິດໃນພາວະຂາດແຮງດຶງດູດ ເຖິງແມ່ນວ່າພາຍໃນຍານຈະມີແຮງດຶງດູດທຽມກໍຕາມ.

ໃນສ່ວນຂອງຄ່າໃຊ້ຈ່າຍນັ້ນແມ່ນຍັງບໍ່ມີຕົວເລກອອກມາຢ່າງເປັນທາງການ ແຕ່ມີທ່າອ່ຽງວ່າຕ້ອງມີເງິນສຳຮອງຢ່າງຕຳ່ 5 ລ້ານໂດລາສະຫະລັດ ເພື່ອໄປສຳຜັດກັບໂຮງແຮມອະວະກາດແຫ່ງນີ້.

ພາບ: voyagerstation.com, edtion.cnn.com

ຂອບໃຈຂໍ້ມູນຈາກ: